MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຮືອໂດຍສານຫຼົ້ມກາງແມ່ນ້ຳຄົງຄາ ໃນອິນເດຍ ດັບ 13 ສົບ ສ່ວນໃຫຍ່ແມ່ນເດັກນ້ອຍ

ເຮືອໂດຍສານຫຼົ້ມກາງແມ່ນ້ຳຄົງຄາ ໃນອິນເດຍ ດັບ 13 ສົບ ສ່ວນໃຫຍ່ແມ່ນເດັກນ້ອຍ

kaling
ເຜີຍແຜ່: 14 October 2026, 11:34
ປັບປຸງຫຼ້າສຸດ: 14 October 2026, 11:34
ອ່ານ 0 ຄັ້ງ
Copy of pele - 2026-10-14T112332.840

ເກີດເຫດເຮືອບັນທຸກຜູ້ໂດຍສານໄປງານລ້ຽງພິກຄວ້ຳ ຢູ່ລັດພິຫານ ປະເທດອິນເດຍ ມີຜູ້ເສຍຊີວິດ 13 ລາຍ ສ່ວນໃຫຍ່ແມ່ນເດັກນ້ອຍ, ຂະນະທີ່ຊ່ວຍເຫຼືອຜູ້ໂດຍສານໄດ້ 6 ຄົນ ເຈົ້າໜ້າທີ່ກຳລັງຮີບຮ້ອນຄົ້ນຫາຜູ້ສູນຫາຍເພີ່ມເຕີມ.

ວັນທີ 14 ຕຸລາ 2026 ສຳນັກຂ່າວຣອຍເຕີລາຍງານວ່າ: ເກີດເຫດເຮືອໂດຍສານພິກຄວ້ຳໃນແມ່ນ້ຳຄົງຄາ ບໍລິເວນເຂດຣາໂຄປຸຣະ, ເມືອງໄວສາລີ, ລັດພິຫານ ທາງຕາເວັນອອກຂອງອິນເດຍ ເມື່ອຊ່ວງຄ່ຳວັນອັງຄານ ວັນທີ 13 ຕຸລາ ຜ່ານມາ ສ້າງຄວາມເສຍຫາຍເຮັດໃຫ້ມີຜູ້ເສຍຊີວິດ 13 ສົບ ສ່ວນໃຫຍ່ແມ່ນເດັກນ້ອຍ ຂະນະທີ່ເຈົ້າໜ້າທີ່ຊ່ວຍເຫຼືອຜູ້ໂດຍສານໄດ້ 6 ຄົນ.

ທາງດ້ານ ທ່ານ ວັນສາ ສິງ ເຈົ້າໜ້າທີ່ຝ່າຍປົກຄອງປະຈຳເມືອງໄວສາລີ ເປີດເຜີຍວ່າ: ເຮືອດັ່ງກ່າວບັນທຸກຜູ້ໂດຍສານປະມານ 15-20 ຄົນ ເຊິ່ງກຳລັງເດີນທາງໄປຮ່ວມງານລ້ຽງຢູ່ໝູ່ບ້ານໃກ້ຄຽງ ກ່ອນຈະເກີດເຫດພິກຄວ້ຳ, ໂດຍຂະນະນີ້ເຈົ້າໜ້າທີ່ກຳລັງສອບສວນຫາສາເຫດ, ພ້ອມດຽວກັນນັ້ນ ໜ່ວຍງານຮັບມືໄພພິບັດແຫ່ງຊາດຂອງອິນເດຍ ກໍໄດ້ລົງພື້ນທີ່ເພື່ອໃຫ້ການຊ່ວຍເຫຼືອ ແລະ ຄົ້ນຫາຜູ້ສູນຫາຍ ໂດຍມີຊາວບ້ານຮ່ວມຄົ້ນຫາໃນແມ່ນ້ຳ ຂະນະທີ່ທາງການຍັງຄົງຕິດຕາມສະຖານະການຢ່າງໃກ້ຊິດ.

ດ້ານ ທ່ານ ສົມຣັດ ເຊົາທຣີ ມຸກມົນຕີລັດພິຫານ ປະກາດມອບເງິນຊ່ວຍເຫຼືອຄອບຄົວຜູ້ເສຍຊີວິດລາຍລະ 400,000 ຣູປີ (ປະມານ 145,000 ບາດ). ສ່ວນ ທ່ານ ນະລິນທຣາ ໂມດີ ນາຍົກລັດຖະມົນຕີອິນເດຍ ກໍໄດ້ສະແດງຄວາມເສຍໃຈຕໍ່ຄອບຄົວຜູ້ສູນເສຍ ແລະ ປະກາດມອບເງິນຊ່ວຍເຫຼືອເພີ່ມເຕີມລາຍລະ 200,000 ຣູປີ (ປະມານ 72,000 ບາດ).

ແຫຼ່ງຂ່າວ: AFP

ແບ່ງປັນ:
‹ ກັບໄປໝວດຂ່າວຕ່າງປະເທດ

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ