ວັນອັງຄານ ທີ 10 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຄໍາມ່ວນ ເປີດຕະຫຼາດນັດແຮງງານປະຈໍາປີ 2026 ຕ້ອງການແຮງງານ 1,762 ຕໍາແໜ່ງງານ

ໂດຍ kaling
· 4 ອາທິດ ກ່ອນອ່ານ 1 ນາທີ29 ຄັ້ງ
ຄໍາມ່ວນ ເປີດຕະຫຼາດນັດແຮງງານປະຈໍາປີ 2026 ຕ້ອງການແຮງງານ 1,762 ຕໍາແໜ່ງງານ
ADadvertisement
ADadvertisement
ADadvertisement

ແຂວງຄໍາມ່ວນ ເປີດງານຕະຫຼາດນັດແຮງງານປະຈໍາປີ 2026 ໃນວັນທີ 13-14 ຕຸລາ ທີ່ໂຮງຮຽນຄໍາມ່ວນ-ກວາງບິ່ງ ໂດຍມີ 111 ຕໍາແໜ່ງງານ, ຕ້ອງການແຮງງານ 1,762 ຄົນ ເພື່ອເປີດໂອກາດໃຫ້ຜູ້ຫວ່າງງານໄດ້ພົບປະນາຍຈ້າງ ແລະ ສະໝັກວຽກໂດຍກົງ.

ຄໍາມ່ວນ ເປີດຕະຫຼາດນັດແຮງງານປະຈໍາປີ 2026 ຕ້ອງການແຮງງານ 1,762 ຕໍາແໜ່ງງານ

ເຂົ້າຮ່ວມພິທີເປີດງານມີ ທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ ແລະ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຕາງໜ້າພາກສ່ວນກ່ຽວຂ້ອງ ແລະ ບັນດາສະຖານປະກອບການເຂົ້າຮ່ວມ.

ພາຍໃນງານມີ 23 ຮ້ານ ໃຫ້ບໍລິການຮັບສະໝັກງານ, ຈັດຫາງານ ແລະ ປະກັນສັງຄົມ ພ້ອມທັງແນະແນວອາຊີບ, ສອນຂຽນປະຫວັດສະໝັກວຽກ ແລະ ຮັບລົງທະບຽນຜູ້ຕ້ອງການຝຶກສີມືແຮງງານ.

ຄາດວ່າຈະມີຜູ້ສະໝັກ ແລະ ສໍາພາດວຽກຈໍານວນ 1,000 ຄົນ, ໄດ້ຮັບຄໍາປຶກສາ ແລະ ແນະແນວອາຊີບ 500 ຄົນ ແລະ ຝຶກຂຽນປະຫວັດສະໝັກວຽກ 300 ຄົນ. ງານດັ່ງກ່າວຈັດຂຶ້ນ ເພື່ອເຊື່ອມໂຍງຜູ້ຊອກວຽກກັບນາຍຈ້າງ ແລະ ສົ່ງເສີມການຈ້າງງານໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ. ການຈັດງານຄັ້ງນີ້ໄດ້ຮັບການສະໜັບສະໜູນຫຼັກຈາກ ບໍລິສັດ ໄຟຟ້ານໍ້າເທີນ 2.

ຂ່າວ : ມະນີວັນ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 10 ພະຈິກ 2026 · ຂຶ້ນ 1 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່