ວັນອັງຄານ ທີ 10 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ລັດຖະບານເປຣູສະເໜີຫ້າມນັກຮຽນຍິງທາເລັບ-ແຕ່ງໜ້າ ນັກຮຽນຊາຍຫ້າມຈົງຜົມຍາວ ເພື່ອແກ້ໄຂບັນຫາບູນລີ່ໃນໂຮງຮຽນ

ໂດຍ kaling
· 4 ອາທິດ ກ່ອນອ່ານ 1 ນາທີ8 ຄັ້ງ
ລັດຖະບານເປຣູສະເໜີຫ້າມນັກຮຽນຍິງທາເລັບ-ແຕ່ງໜ້າ ນັກຮຽນຊາຍຫ້າມຈົງຜົມຍາວ ເພື່ອແກ້ໄຂບັນຫາບູນລີ່ໃນໂຮງຮຽນ
ADadvertisement
ADadvertisement
ADadvertisement

ລັດຖະບານເປຣູ ສະເໜີຄຸມເຂັ້ມລະບຽບໂຮງຮຽນ ຫ້າມນັກຮຽນຍິງທາເລັບ, ແຕ່ງໜ້າ ແລະ ຈຳກັດຄວາມຍາວຂອງກະໂປ່ງ ພ້ອມທັງຫ້າມນັກຮຽນຊາຍໄວ້ຜົມຍາວ ເພື່ອຫວັງແກ້ໄຂບັນຫາການກັ່ນແກ້ງ (Bullying) ແລະ ຄວາມຮຸນແຮງໃນໂຮງຮຽນ ຂະນະທີ່ກຸ່ມສິດທິສະຕີອອກມາຄັດຄ້ານ.

ວັນທີ 14 ຕຸລາ 2026 ທ່ານນາງ ເຄໂກະ ຟູຈິໂມຣິ ປະທານາທິບໍດີເປຣູ ກ່າວລະຫວ່າງການລົງຢ້ຽມຢາມໂຮງຮຽນແຫ່ງໜຶ່ງ ໃກ້ກັບກຸງລິມາ ວ່າ: ລັດຖະບານຈຳເປັນຕ້ອງນຳເອົາລະບຽບວິໄນກັບຄືນສູ່ໂຮງຮຽນ ແລະ ຫ້ອງຮຽນອີກຄັ້ງ ໂດຍມາດຕະການທີ່ສະເໜີແມ່ນຄວບຄຸມເຖິງການຫ້າມນັກຮຽນຍິງທາເລັບ, ແຕ່ງໜ້າ ມາໂຮງຮຽນ, ຈຳກັດຄວາມຍາວຂອງກະໂປ່ງ, ຫ້າມເດັກຊາຍໄວ້ຜົມຍາວ, ຫ້າມໃຊ້ໂທລະສັບມືຖືໂດຍບໍ່ໄດ້ຮັບອະນຸຍາດຈາກຄູ ແລະ ຈະໄລ່ນັກຮຽນທີ່ກະທຳຜິດຮ້າຍແຮງອອກຈາກລະບົບການສຶກສາ.

ທາງລັດຖະບານລະບຸວ່າ: ຂໍ້ສະເໜີເຫຼົ່ານີ້ ເປັນສ່ວນໜຶ່ງຂອງແຜນການແກ້ໄຂບັນຫາການກັ່ນແກ້ງ, ການຄຸກຄາມທາງເພດ ແລະ ຄວາມຮຸນແຮງໃນໂຮງຮຽນ.

ແນວໃດກໍຕາມ, ກຸ່ມສິດທິສະຕີ 2 ອົງການ ຄື: ຂະບວນການ ມານູເອລາ ຣາມອສ (Manuela Ramos) ແລະ ສູນສະຕີເປຣູ ຟລໍຣາ ທຣິສຕັນ (Flora Tristán) ໄດ້ສະແດງຄວາມບໍ່ເຫັນດີ ໂດຍລະບຸວ່າ: ເປັນການແກ້ໄຂບັນຫາທີ່ບໍ່ຖືກຈຸດ ເພາະການຄວບຄຸມເລື່ອງຊົງຜົມ ຫຼື ການແຕ່ງໜ້າຂອງເດັກນັກຮຽນຍິງ ບໍ່ໄດ້ຊ່ວຍປ້ອງກັນການລ່ວງລະເມີດທາງເພດ ຫຼື ຄວາມຮຸນແຮງໃນໂຮງຮຽນແຕ່ຢ່າງໃດ.

ແຫຼ່ງຂ່າວ: AFP

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 10 ພະຈິກ 2026 · ຂຶ້ນ 1 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່