
ຫລວງພະບາງເຂັ້ມງວດ! ລົງຕິດປ້າຍຫ້າມເດັກຕ່ຳກວ່າ 18 ປີ ເຂົ້າຮ້ານບັນເທີງ-ຄາລາໂອເກະ

ຂ່າວສານ ແຂວງຫລວງພະບາງ ລາຍງານວ່າ: ວັນທີ 13 ຕຸລາ 2026 ພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງຫລວງພະບາງ ຮ່ວມກັບຄະນະກຳມະການສະເພາະກິດແກ້ໄຂປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໄດ້ລົງຕິດປ້າຍແຈ້ງຫ້າມບຸກຄົນທີ່ມີອາຍຸຕ່ຳກວ່າ 18 ປີ ເຂົ້າໃຊ້ບໍລິການຮ້ານບັນເທີງ ແລະ ຄາລາໂອເກະ ພາຍໃນນະຄອນຫລວງພະບາງ.
ການລົງຕິດປ້າຍຄັ້ງນີ້ ເພື່ອເພີ່ມຄວາມເຂັ້ມງວດໃນການປະຕິບັດດຳລັດວ່າດ້ວຍການບັນເທີງ ເລກທີ 315/ລບ, ລົງວັນທີ 2 ຕຸລາ 2017, ພ້ອມທັງສົ່ງເສີມໃຫ້ເດັກ ແລະ ໄວໜຸ່ມ ເອົາໃຈໃສ່ການຮ່ຳຮຽນ, ຫຼີກລ່ຽງການຫຼິ້ນກິນຟຸມເຟືອຍ ແລະ ການມົ້ວສຸມກັບສິ່ງມຶນເມົາ. ພ້ອມນີ້, ຍັງເປັນການປູກຈິດສຳນຶກໃຫ້ຜູ້ປະກອບການຮ້ານບັນເທີງ ແລະ ຄາລາໂອເກະ ຮັບຮູ້ ແລະ ປະຕິບັດຕາມລະບຽບການຢ່າງເຄັ່ງຄັດ ເພື່ອປົກປ້ອງເດັກ ແລະ ໄວໜຸ່ມ ໃຫ້ຫ່າງໄກຈາກອະບາຍມຸກ ແລະ ສ້າງສັງຄົມທີ່ປອດໄພ ແລະ ມີລະບຽບວິໄນ.
ພະແນກວັດທະນະທຳ -ທ່ອງທ່ຽວ ແຂວງຫຼວງພະບາງ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່




ຫາລືການນຳໃຊ້ກົດໝາຍ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳ
12 ຊົ່ວໂມງກ່ອນ


