ວັນອັງຄານ ທີ 17 ພະຈິກ 2026ອັບເດດລ່າສຸດ 19:46ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຄາດຄະເນວ່າ ຈຳນວນຜູ້ປ່ວຍມະເຮັງປາກມົດລູກທົ່ວໂລກ ຈະເພີ່ມຂຶ້ນເຖິງ 1,08 ລ້ານຄົນ ພາຍໃນປີ 2050.

ໂດຍ Mahaxanອັບເດດ
· 2 ອາທິດ ກ່ອນອ່ານ 1 ນາທີ11 ຄັ້ງ
ຄາດຄະເນວ່າ ຈຳນວນຜູ້ປ່ວຍມະເຮັງປາກມົດລູກທົ່ວໂລກ ຈະເພີ່ມຂຶ້ນເຖິງ 1,08 ລ້ານຄົນ ພາຍໃນປີ 2050.
ADadvertisement
ADadvertisement
ADadvertisement
ຄາດຄະເນວ່າ ຈຳນວນຜູ້ປ່ວຍມະເຮັງປາກມົດລູກທົ່ວໂລກ ຈະເພີ່ມຂຶ້ນເຖິງ 1,08 ລ້ານຄົນ ພາຍໃນປີ 2050.

ສຳນັກຂ່າວຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ຜົນການສຶກສາຈາກ ຄະນະນັກວິໄຈອົດສະຕຣາລີ ແລະ ນາໆຊາດ ຊຶ່ງໄດ້ວິເຄາະອັດຕາ ການເຈັບປ່ວຍ, ການເສຍຊີວິດ ແລະ ພາລະດ້ານສຸຂະພາບ ຈາກພະຍາດມະເຮັງປາກມົດລູກໃນ 204 ປະເທດ ແລະ ດິນແດນ ລະຫວ່າງປີ 1990-2023 ພ້ອມກັນນັ້ນ ຍັງປະເມີນແບບຈຳລອງທ່າອຽງ ຈົນເຖິງປີ 2050 ລະບຸວ່າ:ຈຳນວນຄົນເຈັບ ແລະ ຜູ້ເສຍຊີວິດຈາກພະຍາດ ມະເຮັງປາກມົດລູກ ທົ່ວໂລກມີທ່າອຽງເພີ່ມຂຶ້ນ20,2% ແລະ 39,3%ຕາມລຳດັບ ໃນປີ 2050.ເຖິງແມ່ນວ່າສ່ວນໃຫຍ່ ພະຍາດມະເຮັງ ປາກມົດລູກຈະເປັນພະຍາດ ທີ່ສາມາດປ້ອງກັນໄດ້ກໍຕາມ.

ເມື່ອປີ 2023 ມີລາຍງານກວດພົບ ຄົນເຈັບ ພະຍາດມະເຮັງ ປາກມົດລູກ ເພີ່ມຂຶ້ນປະມານ 8,87 ແສນຄົນ ແລະ ມີຜູ້ເສຍຊີວິດ ປະມານ 3,69 ແສນຄົນ ທົ່ວໂລກ.ຄາດວ່າໃນປີ 2050 ຈຳນວນຄົນເຈັບ ຈະລວມມີ1,08 ລ້ານຄົນຕໍ່ປີ (ເພີ່ມຂຶ້ນ 20,2 % ລະດັບໃນປີ 2024) ໃນຂະນະທີ່ ຈຳນວນຜູ້ເສຍຊີວິດຄາດວ່າຈະຢູ່ທີ່ 5,22 ແສນຄົນ (ເພີ່ມຂຶ້ນ 39,3%).

ນອກຈາກນີ້, ຈຳນວນຄົນເຈັບ ແລະ ຜູ້ເສຍຊີວິດ ຈາກພະຍາດມະເຮັງ ປາກມົດລູກມີທ່າອຽງ ເພີ່ມຂຶ້ນຫລາຍທີ່ສຸດໃນເຂດ ອາຟຣິກາໃຕ້ ທະເລຊາຍຊາຮາຣາ (Sub-Saharan Africa) ໂດຍຄາດວ່າ ຈຳນວນຄົນເຈັບຈະເພີ່ມຂຶ້ນ88,7%ແລະ ຈຳນວນຜູ້ເສຍຊີວິດ ຈະເພີ່ມຂຶ້ນ 95,4% ກ້າວໄປສູ່ລະດັບ ປະມານ 2,06 ແສນຄົນໃນປີ 2050. ຖ້າຫາກທ່າອຽງຍັງສືບຕໍ່ໄປ ຈະບໍ່ມີເຂດໃດໃນ 7 ພາກພື້ນທົ່ວໂລກ ທີ່ສາມາດບັນລຸເກນ ການກຳຈັດພະຍາດ ມະເຮັງປາກມົດລູກ ຂອງອົງການອະນາໄມໂລກ (WHO) ໃນປີ 2050 ໄດ້, ໂດຍກຳນົດໃຫ້ມີຄົນເຈັບ ໜ້ອຍກວ່າ 4 ຄົນ ຕໍ່ແມ່ຍິງ 1 ແສນຄົນ./

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 17 ພະຈິກ 2026 · ຂຶ້ນ 8 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່