
ນະຄອນຫຼວງວຽງຈັນ ພົບເຫັນພະນັກງານ ສໍ້ລາດບັງຫຼວງ 12 ຄົນເສຍຫາຍ 1.7ຕື້ກີບ ແລະ ປະຕິບັດວິໄນ 31 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ ພອງສະຫວັນ

ທ່ານ ບຸນເພັງ ສີນະວົງພອນ ຂຶ້ນຜ່ານຮ່າງບົດສະຫຼຸບວຽກງານກວດກາ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ເຊິ່ງທ່ານກ່າວບາງຕອນວ່າ: ຄະນະກວດກາພັກ ໄດ້ຕິດຕາມ ກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ການຈັດຕັ້ງປະຕິບັດການກໍ່ສ້າງພື້ນຖານໂຄງລ່າງ ໂຄງການລົງທຶນຂອງລັດ ໂດຍສະເພາະການຈັດຕັ້ງປະ ຕິບັດໂຄງການລົງທຶນຂອງລັດ ໃນໄລຍະ 5 ປີຜ່ານມາ ທົ່ວນະ ຄອນຫຼວງວຽງຈັນ ໄດ້ສະເໜີໂຄງການລົງທຶນເຂົ້າແຜນງົບປະ ມານ ຈໍານວນ 1.217 ໂຄງການ ລວມມູນຄ່າ 2.406.653,94 ຕື້ກີບ ໄດ້ມີການຄົ້ນຄວ້າຍົກເລີກບັນດາໂຄງການທີ່ໝົດໄລຍະການຈັດຕັ້ງປະຕິບັດ ຈໍານວນ 71 ໂຄງການ ມູນຄ່າ 155,44 ຕື້ກີບ ໄດ້ດໍາເນີນການຮັບຮອງຜົນການປະເມີນໂຄງການຂັ້ນນະຄອນຫຼວງວຽງຈັນ ຈໍານວນ 43 ຄັ້ງ ອອກໃບຢັ້ງຢືນຜົນການປະເມີນ ຈໍານວນ 513 ໂຄງການ.
ກ່ຽວກັບປະກົດການສໍ້ລາດບັງຫຼວງ ມີທັງໝົດ 67 ກໍລະນີ ກວດກາພົບເຫັນຂໍ້ມູນຫຼັກຖານການສໍ້ລາດບັງຫຼວງ ທີ່ມີການສວຍໃຊ້ໜ້າທີ່ຕຳແໜ່ງຂອງພະນັກງານ ຈໍານວນ 12 ຄົນ ໄດ້ດໍາເນີນການແກ້ໄຂເກັບກູ້ເງິນ ແລະ ວັດຖຸທີ່ເສຍຫາຍກັບຄືນໃຫ້ລັດ ບຸກຄົນ ແລະ ການຈັດຕັ້ງໄດ້ທັງໝົດ ຈໍານວນ 1,7 ຕື້ກີບ ແລະ ສະເໜີປະຕິບັດວິໄນຕໍ່ຜູ້ລະເມີດ ທັງໝົດ 31 ຄົນ.

ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່


ລາວ-ຫວຽດນາມ ລົງນາມຮ່ວມມືພັດທະນາຊົນນະບົດ ໄລຍະ 2026-2030
17 ຊົ່ວໂມງກ່ອນ
ໄລຍະ 9 ເດືອນຕົ້ນປີນີ້ ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6,2%
17 ຊົ່ວໂມງກ່ອນ
ຫາລືການນຳໃຊ້ກົດໝາຍ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳ
21 ຊົ່ວໂມງກ່ອນ


