
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ສໍາເລັດການຢ້ຽມຢາມ ສ ເບລາຣຸດຊີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ມາກຊິມ ຣືເຊັນກົບ (Maxim Ryzhenkov) ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເບລາຣຸດຊີ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ສາທາລະນະລັດ ເບ ລາຣຸດຊີ ຢ່າງເປັນທາງການ ໃນວັນທີ 4-6 ພະຈິກ 2026 ທີ່ນະຄອນຫຼວງມິນສກ໌, ຊຶ່ງເປັນການຢ້ຽມຢາມ ສ ເບລາຣຸດຊີ ຢ່າງເປັນທາງການ ຄັ້ງທໍາອິດ ຂອງ ທ່ານ ທອງສະ ຫວັນ ພົມວິຫານ ພາຍຫລັງດຳລົງຕຳແໜ່ງເປັນຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ຈຸດປະສົງຂອງການຢ້ຽມຢາມທາງການຄັ້ງນີ້ ແມ່ນເພື່ອສືບຕໍ່ຮັດແໜ້ນ, ເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນເປັນມູນເຊື້ອທີ່ດີງາມມາແຕ່ດົນນານ, ນັບແຕ່ສະໄໝສະຫະ ພາບໂຊວຽດ ກໍຄື ນັບແຕ່ສອງຝ່າຍ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນປີ 1994 ເປັນຕົ້ນມາ, ສອງຝ່າຍ ໄດ້ປຶກສາຫາລືກັນ ໃນຫຼາຍຂົງເຂດວຽກງານເພື່ອເປັນການສືບຕໍ່ຜັນຂະຫຍາຍຜົນການພົບປະສອງຝ່າຍຂອງສອງປະມຸກລັດ ລາວ ແລະ ເບລາຣຸດຊີ ໃນໄລຍະຜ່ານມາ ໃຫ້ມີໝາກຜົນເປັນຮູບປະທຳ.

ໃນໂອກາດການຢ້ຽມຢາມຄັ້ງນີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍຢ່າງເປັນທາງການ ກັບ ທ່ານ ມາກຊິມ ຣືເຊັນກົບ ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເບ ລາຣຸດຊີ ໃນວັນທີ 5 ພະຈິກ 2026 ທີ່ກະຊວງການຕ່າງປະເທດ ແຫ່ງ ສ ເບລາຣຸດຊີ, ຊຶ່ງ ສອງຝ່າຍ ໄດ້ທົບທວນຄືນ ແລະ ຕີລາຄາສູງຕໍ່ ການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການຮ່ວມກັນ ໃນວັນທີ 7 ກຸມພາ 1994 ໂດຍສະ ເພາະທາງດ້ານການເມືອງ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ບົນພື້ນຖານການເຄົາລົບນັບຖື, ໄວ້ເນື້ອເຊື່ອ ໃຈ ແລະ ການສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ສອງຝ່າຍ ເຫັນດີສືບຕໍ່ຊຸກຍູ້ການແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນໃນຫລາຍລະດັບໃຫ້ເປັນປົກກະຕິ.

ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ກະສິ ກຳ, ການສຶກສາ, ສາທາລະນະສຸກ, ວັດທະນະທໍາ, ການທ່ອງທ່ຽວ ແລະ ຂົງເຂດອື່ນໆທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ, ລວມທັງໄດ້ກໍານົດທິດ ທາງແຜນການຮ່ວມມືໃນຕໍ່ໜ້າ ເພື່ອຮັດແໜ້ນການພົວພັນການຮ່ວມມືທີ່ມີມາແລ້ວນັ້ນ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ເປັນຮູບປະທໍາຍິ່ງຂຶ້ນ.

ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະ ແດງຄວາມຂອບໃຈ ລັດຖະບານ ແລະ ປະຊາຊົນ ເບລາຣຸດຊີ ຕໍ່ການຊ່ວຍເຫລືອ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະ ການພັດທະນາຊັບພະຍາກອນມະນຸດ ຕັ້ງ ແຕ່ສະໄໝສະຫະພາບໂຊວຽດ ຊຶ່ງໄດ້ກາຍເປັນກຳລັງແຮງອັນສຳຄັນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດຂອງ ສປປ ລາວ ໃນປັດຈຸບັນ.

ພາຍຫຼັງສໍາເລັດການພົບປະຄົບຄະນະຢ່າງເປັນທາງ ການແລ້ວ, ສອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສ ເບລາຣຸດຊີ ໄດ້ຖະແຫລງຂ່າວຮ່ວມກັນ ກ່ຽວກັບຜົນສໍາເລັດຂອງການພົບປະສອງຝ່າຍ.
ໃນໂອກາດເຄື່ອນໄຫວຢ້ຽມຢາມ ສ ເບລາຣຸດຊີ ຢ່າງເປັນທາງການໃນຄັ້ງນີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ນາງ ນາຕາເລຍ ໂກຈາໂນວາ (Natalia Kochanova) ປະທານສະພາສູງ, ສະພາແຫ່ງຊາດ ແຫ່ງ ສ ເບລາຣຸດຊີ ແລະ ທ່ານ ອີກໍ ເຊີເກເຢັນໂກ (Igor Sergeyenko), ປະທານສະພາຜູ້ແທນປະຊາຊົນ, ສະພາແຫ່ງຊາດ ແຫ່ງ ສ ເບລາຣຸດຊີ ແລະ ພົບປະກັບ ທ່ານ ວິກເຕີ ກາຣັນເກຍວິຈ (Viktor Karankevich) ຮອງນາຍົກລັດຖະມົນຕີ ແຫ່ງ ສ ເບລາຣຸດຊີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ພະລັງງານ.

ນອກຈາກນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ເຂົ້າ ຮ່ວມ ແລະ ກ່າວເປີດກອງປະຊຸມພົບປະພາກທຸລະກິດ ລະ ຫວ່າງ ສປປ ລາວ ແລະ ສ ເບລາຣຸດຊີ ແລະ ຍັງໄດ້ໄປວາງພວງມາລາ ຢູ່ອະນຸສາວະລີໄຊຊະນະ. ໃນຕອນທ້າຍຂອງການຢ້ຽມຢາມ, ຍັງໄດ້ໄປຢ້ຽມຊົມສະຖານທີ່ທາງປະຫວັດ ສາດ ແລະ ວັດທະນະທຳ ທີ່ສໍາຄັນຂອງ ເບລາຣຸດຊີ ຈໍານວນໜຶ່ງ.

ການຢ້ຽມຢາມ ສ ເບລາຣຸດຊີ ຢ່າງເປັນທາງການ ຂອງ ທ່ານ ທອງສະຫວັນ ພົມວິຫານ ໃນຄັ້ງນີ້ ໄດ້ປະສົບຜົນສຳ ເລັດຕາມລະດັບຄາດໝາຍ, ພ້ອມທັງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ດຳ ເນີນໄປຢ່າງສົມກຽດແຕ່ຕົ້ນຈົນຈົບ. ພ້ອມກັນນັ້ນ, ການເດີນທາງຢ້ຽມຢາມຄັ້ງນີ້ ຍັງໄດ້ປະ ກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ເບລາຣຸດຊີ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.

ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່


ລາວ-ຫວຽດນາມ ລົງນາມຮ່ວມມືພັດທະນາຊົນນະບົດ ໄລຍະ 2026-2030
17 ຊົ່ວໂມງກ່ອນ
ໄລຍະ 9 ເດືອນຕົ້ນປີນີ້ ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6,2%
17 ຊົ່ວໂມງກ່ອນ
ຫາລືການນຳໃຊ້ກົດໝາຍ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳ
21 ຊົ່ວໂມງກ່ອນ


