ວັນພຸດ ທີ 11 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ນາຍົກລັດຖະມົນຕີ ຕ້ອນຮັບຜູ້ບັນຊາການທະຫານສູງສຸດ ສສ ມຽນມາ

ໂດຍ Mahaxan
· 2 ມື້ ກ່ອນອ່ານ 1 ນາທີ4 ຄັ້ງ
ນາຍົກລັດຖະມົນຕີ ຕ້ອນຮັບຜູ້ບັນຊາການທະຫານສູງສຸດ ສສ ມຽນມາ
ADadvertisement
ADadvertisement
ADadvertisement

ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ພົນເອກ ແຢ ວິນ ອູ ພ້ອມຄະນະ ຊຶ່ງເປັນການຮັດແໜ້ນສາຍພົວພັນມິດ ຕະພາບຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ເສີມຂະຫຍາຍການພົວພັນຮ່ວມມືຂອງສອງຊາດ, ສອງກອງທັບ ລາວ-ມຽນມາ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຍິ່ງໆຂຶ້ນ, ທັງສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ ທ່ານ ພົນເອກ ແຢ ວິນ ອູ ທີ່ໄດ້ຮັບຕໍາແໜ່ງເປັນຜູ້ບັນຊາການທະຫານສູງສຸດຄົນໃໝ່ ແຫ່ງ ສສ ມຽນມາ ແລະ ສະເໜີໃຫ້ສອງກອງທັບລາວ- ມຽນມາ ສືບຕໍ່ປະສານສົມທົບກັນເພື່ອສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນການລັກລອບເຂົ້າເມືອງຜິດກົດໝາຍ, ອາຊະຍາກໍາຂ້າມຊາດ, ອາຊະຍາກໍາທາງໂທລະ ຄົມມະນາຄົມ, ການຄ້າຂາຍເຖ່ືອນ, ການຂົນສົ່ງຢາເສບຕິດ, ລວມທັງການນຳໃຊ້ແຮງງານທີ່ບໍ່ຖືກຕ້ອງຕາມບໍລິເວນຊາຍແດນ ລາວ-ມຽນ ມາໂດຍຜ່ານກົນໄກທີ່ສອງຝ່າຍມີຮ່ວມກັນໃຫ້ໄດ້ຮັບຜົນດີ.

    ທ່ານ ພົນເອກ ແຢ ວິນ ອູ ໄດ້ສະແດງຄວາມຂອບໃຈຕໍ່ທ່ານນາຍົກລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະໜັບສະໜູນຊ່ວຍເຫລືອ ສສ ມຽນມາ ຕະຫລອດໄລຍະຜ່ານມາ, ພ້ອມທັງສະເໜີຝ່າຍ ສປປ ລາວ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອ ສສ ມຽນມາ ໃນເວທີພາກພື້ນ ແລະ ສາກົນ ກໍຄືຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພຸດ 11 ພະຈິກ 2026 · ຂຶ້ນ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່