
ຮອງນາຍົກລັດຖະມົນຕີ ສຳເລັດການຢ້ຽມຢາມ ສ ເບລາຣຸດຊີ

ຊຶ່ງເປັນການຢ້ຽມຢາມ ສ ເບລາຣຸດຊີ ຢ່າງເປັນທາງການຄັ້ງທໍາອິດ ຂອງ ທ່ານ ທອງສະຫວັນ ພົມວິຫານ ພາຍຫລັງດຳລົງຕຳແໜ່ງເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ຈຸດປະສົງຂອງການຢ້ຽມຢາມ ທາງການຄັ້ງນີ້ແມ່ນເພື່ອສືບຕໍ່ຮັດແໜ້ນ, ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອທີ່ດີງາມມາແຕ່ດົນນານ, ນັບແຕ່ສະໄໝສະຫະພາບໂຊວຽດ ກໍຄື ນັບແຕ່ສອງຝ່າຍໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນປີ 1994 ເປັນຕົ້ນ ມາ, ສອງຝ່າຍໄດ້ປຶກສາຫາລືກັນ ໃນຫລາຍຂົງເຂດວຽກງານເພື່ອເປັນການສືບຕໍ່ຜັນຂະຫຍາຍຜົນການພົບປະສອງຝ່າຍຂອງສອງປະມຸກລັດລາວ ແລະ ເບລາຣຸດຊີ ໃນໄລຍະຜ່ານມາ ໃຫ້ມີໝາກຜົນເປັນຮູບປະທຳ.
ໃນໂອກາດການຢ້ຽມຢາມຄັ້ງນີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍຢ່າງເປັນທາງການ ກັບ ທ່ານ ມາກຊິມ ຣືເຊັນກົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເບລາຣຸດຊີ ໃນວັນທີ 5 ພະຈິກ 2026 ທີ່ກະຊວງການຕ່າງປະເທດ ແຫ່ງ ສ ເບລາຣຸດຊີ ຊຶ່ງສອງຝ່າຍໄດ້ທົບທວນຄືນ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມ ກັນ ໃນວັນທີ 7 ກຸມພາ 1994 ໂດຍສະເພາະທາງດ້ານການເມືອງທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ບົນພື້ນຖານການເຄົາລົບນັບຖື, ໄວ້ເນື້ອເຊື່ອໃຈ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ການແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນໃນຫລາຍລະດັບໃຫ້ເປັນປົກກະຕິ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ກະສິກຳ, ການສຶກສາ, ສາທາລະນະສຸກ, ວັດທະນະ ທໍາ, ການທ່ອງທ່ຽວ ແລະ ຂົງເຂດອື່ນໆ ທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ, ລວມທັງໄດ້ກໍານົດທິດທາງແຜນການຮ່ວມມືໃນຕໍ່ໜ້າ ເພື່ອຮັດແໜ້ນການພົວພັນການຮ່ວມມືທີ່ມີມາແລ້ວນັ້ນ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ເປັນຮູບປະທໍາຍິ່ງຂຶ້ນ.
ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈລັດຖະບານ ແລະ ປະຊາຊົນ ເບລາຣຸດຊີ ຕໍ່ການຊ່ວຍເຫລືອ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະການພັດທະນາຊັບພະຍາກອນມະນຸດຕັ້ງແຕ່ສະໄໝສະຫະພາບໂຊວຽດ ຊຶ່ງໄດ້ກາຍເປັນກຳລັງແຮງອັນສຳຄັນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງ ສປປ ລາວ ໃນປັດຈຸບັນ.
ພາຍຫລັງສໍາເລັດການພົບປະຄົບຄະນະຢ່າງເປັນທາງການແລ້ວ, ສອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສ ເບລາຣຸດຊີ ໄດ້ຖະແຫລງຂ່າວຮ່ວມກັນກ່ຽວກັບຜົນສໍາເລັດຂອງການພົບປະສອງຝ່າຍ.
ໃນໂອກາດເຄື່ອນໄຫວຢ້ຽມຢາມ ສ ເບລາຣຸດຊີ ຢ່າງເປັນທາງການໃນ ຄັ້ງນີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ນາງ ນາຕາເລຍ ໂກຈາ ໂນວາ (Natalia Kochanova) ປະທານສະພາສູງ, ສະພາແຫ່ງຊາດ ແຫ່ງ ສ ເບລາຣຸດຊີ ແລະ ທ່ານ ອີກໍ ເຊີເກ ເຢັນໂກ (Igor Sergeyenko), ປະທານສະພາຜູ້ແທນປະຊາຊົນ, ສະພາແຫ່ງຊາດ ແຫ່ງ ສ ເບລາຣຸດຊີ ແລະ ພົບປະກັບ ທ່ານ ວິກເຕີ ກາຣັນເກຍວິຈ (Viktor Karankevich) ຮອງນາຍົກລັດຖະມົນຕີ ແຫ່ງ ສ ເບລາຣຸດຊີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ພະລັງງານ. ນອກຈາກນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ເຂົ້າຮ່ວມ ແລະ ກ່າວເປີດກອງປະຊຸມພົບປະພາກທຸລະກິດ ລະຫວ່າງ ສປປ ລາວ ແລະ ສ ເບລາຣຸດຊີ ແລະ ຍັງໄດ້ໄປວາງພວງມາລາ ຢູ່ອະນຸສາວະລີໄຊຊະນະ. ໃນຕອນທ້າຍຂອງການຢ້ຽມຢາມ, ຍັງໄດ້ໄປຢ້ຽມຊົມສະຖານທີ່ທາງປະຫວັດສາດ ແລະ ວັດທະນະທຳທີ່ສໍາຄັນຂອງ ເບລາຣຸດຊີ ຈໍານວນໜຶ່ງ.
ການຢ້ຽມຢາມ ສ ເບລາຣຸດຊີ ຢ່າງເປັນທາງການ ຂອງ ທ່ານ ທອງສະຫວັນ ພົມວິຫານ ໃນຄັ້ງນີໄດ້ປະສົບຜົນສຳເລັດຕາມລະດັບຄາດໝາຍ, ພ້ອມທັງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ດຳເນີນໄປຢ່າງສົມກຽດແຕ່ຕົ້ນຈົນຈົບ. ພ້ອມກັນນັ້ນ, ການເດີນທາງຢ້ຽມຢາມຄັ້ງນີ້ ຍັງໄດ້ປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ເບລາຣຸດຊີ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່


ລາວ-ຫວຽດນາມ ລົງນາມຮ່ວມມືພັດທະນາຊົນນະບົດ ໄລຍະ 2026-2030
17 ຊົ່ວໂມງກ່ອນ
ໄລຍະ 9 ເດືອນຕົ້ນປີນີ້ ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6,2%
17 ຊົ່ວໂມງກ່ອນ
ຫາລືການນຳໃຊ້ກົດໝາຍ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳ
21 ຊົ່ວໂມງກ່ອນ


