ວັນພຸດ ທີ 11 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ລາວ-ຈີນ ຫາລືແຜນການຮ່ວມມືຍຸດທະສາດດ້ານການສຶກສາ

ໂດຍ Jenjilaອັບເດດ
· 2 ມື້ ກ່ອນອ່ານ 4 ນາທີ14 ຄັ້ງ
ລາວ-ຈີນ ຫາລືແຜນການຮ່ວມມືຍຸດທະສາດດ້ານການສຶກສາ
ADadvertisement
ADadvertisement
ADadvertisement

ວັນທີ 4 ພະຈິກ 2026 ທີ່ສຳນັກງານກະຊວງສຶກສາທິການ ແລະ ກິລາ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ສຈ.ປອ ນາງ ເຫວີຍສືເຈີນ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ເພື່ອເຂົ້າຢ້ຽມຢາມ ແລະ ປຶກສາຫາລືກ່ຽວກັບແຜນການຮ່ວມມືຍຸດທະສາດລະຫວ່າງສອງປະເທດ ລາວ – ຈີນ ໂດຍມີຫົວໜ້າກົມ, ຮອງກົມ, ຫົວໜ້າສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ຝ່າຍລາວ ແລະ ຝ່າຍຈີນ ພ້ອມດ້ວຍຄະນະທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ລາວ-ຈີນ ຫາລືແຜນການຮ່ວມມືຍຸດທະສາດດ້ານການສຶກສາ

ໃນພິທີ ທັງສອງຝ່າຍໄດ້ຕີລາຄາສູງເຖິງສາຍພົວພັນການຮ່ວມອັນດີງາມລະຫວ່າງສອງປະເທດ ລາວ-ຈີນ ທີ່ມີມາແຕ່ດົນນານ ພ້ອມທັງປຶກສາຫາແຜນການຮ່ວມຫຼາຍດ້ານ ເປັນຕົ້ນການຮ່ວມມືທາງດ້ານການສ້າງຫຼັກສູດພາສາຈີນ ເຂົ້າໃນຊັ້ນມັດທະຍົມຂອງ ສປປ ລາວ; ການຮ່ວມມືດ້ານຊັບພະຍາກອນມະນຸດ ລາວ-ຈີນ ເຊິ່ງຝ່າຍຈີນຈະຝຶກອົບຮົມບຸກຄະລາກອນຜູ້ຈັດການ ແລະ ວິຊາຊີບພາກວິຊາການ 3,000 ຄົນໃຫ້ແກ່ລາວ ຮອດປີ 2028, ບັນລຸເປົ້າໝາຍໃຫ້ນັກຮຽນລາວ 10,000 ຄົນເຂົ້າຮຽນຢູ່ຈີນທຸກໆປີ, ຂະຫຍາຍການຮ່ວມມືແລກປ່ຽນລະຫວ່າງສອງຝ່າຍ ໃນຂະແໜງການສຶກສາຊັ້ນສູງ, ການສຶກສາວິຊາຊີບ, ການສຶກສາພາສາ, ການສຶກສາດ້ານດິຈິຕອນ ແລະ ປັນຍາປະດິດ ແລະ ຂະແໜງອື່ນໆໃຫ້ສຳເລັດ. ຝ່າຍຈີນຈະສືບຕໍ່ສະໜອງທຶນການສຶກສາໃຫ້ນັກຮຽນລາວທີ່ດີເດັ່ນເພື່ອເຂົ້າຮຽນຢູ່ຈີນ, ຝຶກຝົນບຸກຄະລາກອນທີ່ມີຄຸນນະພາບສູງໃນຂະແໜງການຮ່ວມມືສຳຄັນຂອງສອງຝ່າຍ. ສອງຝ່າຍຮ່ວມມືຍົກລະດັບຄວາມສາມາດໃນການນຳໃຊ້ເຕັກໂນໂລຊີດິຈິຕອນຂອງພະນັກງານລັດຖະກອນ ແລະ ປະຊາຊົນທົ່ວໄປຂອງລາວ, ຫຼຸດຜ່ອນຄວາມແຕກຕ່າງດ້ານດິຈິຕອນ, ສ້າງເງື່ອນໄຂທີ່ດີໃຫ້ລາວກ້າວໄປສູ່ສັງຄົມດິຈິຕອນ. ຝ່າຍຈີນຍິນດີຕາມຄວາມຕ້ອງການຂອງຝ່າຍລາວ, ສືບຕໍ່ສະໜັບສະໜູນລາວຍົກລະດັບການສຶກສາ ດ້ວຍວິທີການປະສົມປະສານລະຫວ່າງການຊ່ວຍເຫຼືອດ້ານວັດຖຸ ແລະ ດ້ານຊອບແວ, ສະໜັບສະໜູນລາວສ້າງປຶ້ມແບບຮຽນຊັ້ນປະຖົມ ແລະ ມັດທະຍົມ.

ລາວ-ຈີນ ຫາລືແຜນການຮ່ວມມືຍຸດທະສາດດ້ານການສຶກສາ · ຮູບທີ 2

ໂອກາດນີ້, ທ່ານ ສຈ.ປອ ນາງ ເຫວີຍສືເຈີນ ໄດ້ລາຍງານເຖິງຄວາມຄືບໜ້າການສ້າງໂຄງຮ່າງຫຼັກສູດພາສາຈີນສໍາລັບຊັ້ນມັດທະຍົມ, ການຈັດຕັ້ງປະຕິບັດໂຄງການສ້າງໂຮງຮຽນ 67 ສະໃໝໄໝ່ຢູ່ ສປປ ລາວ, ການຜັນຂະຫຍາຍ ຖະແຫຼງການຮ່ວມກັນ ປີ 2026ໃນມາດຕາທີ່ 24, ມະຫາວິທະຍາໄລຊົນເຜົ່າກວາງຊີ ຍິນດີທີ່ຈະຮ່ວມມືກັບທາງຝ່າຍລາວ ໂດຍສະເພາະມະຫາວິທະຍາໄລແຫ່ງຊາດ ກໍຄື ກະຊວງສຶກສາທິການ ແລະ ກິລາ ໃນການຜັນຂະຫຍາຍໂຄງການດັ່ງກ່າວ ໂດຍສະເພາະເລື່ອງການສົ່ງບຸກຄະລາກອນ ນັກຮຽນ ນັກສຶກສາໄປຮໍ່າຮຽນ ຫຼືຍົກລະດັບ,ຝຶກອົບຮົມ ຢູ່ ສປ ຈີນ ໃນໂຄງການຈາກ 3,000 ຄົນ ຮອດປີ 2028 ໃຫ້ເປັນ 10,000 ຄົນທີ່ລະບຸໃນມະຕິທີ 24, ວຽກງານການປັບປຸງຫ້ອງຄົ້ນຄວ້າ-ທົດລອງ ຢູ່ ມຊ ເພື່ອຍົກລະດັບໃຫ້ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງການສຶກສາທີ່ຕ້ອງໄປຄຽງຄູ່ກັບການຄົ້ນຄວ້າ ແລະທົດລອງ. ເຊິ່ງທາງຝ່າຍ ສປ ຈີນ ໄດ້ສະແດງຄວາມພ້ອມ ເຕັມທີ່ທີ່ຈະສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫຼືອການຮ່ວມມືທາງດ້ານຕ່າງໆຕາມການສະເໜີຂອງຝ່າຍລາວ ເພື່ອໃຫ້ສາມາດຈັດຕັ້ງໄດ້ເປັນຮູບປະທຳ.

ລາວ-ຈີນ ຫາລືແຜນການຮ່ວມມືຍຸດທະສາດດ້ານການສຶກສາ · ຮູບທີ 3

ໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ສສກ ໄດ້ສະແດງຄວາມຕ້ອນຮັບ ພ້ອມທັງຕີລາຄາສູງຕໍ່ການຮ່ວມມືອັນແໜ້ນແຟ້ນລະຫວ່າງສອງຊາດ ລາວ-ຈີນ ໂດຍສະເພາະການຮ່ວມມືລະຫວ່າງ ມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີ ທີ່ໄດ້ຮ່ວມມືກັນຢ່າງສະໜິດແໜ້ນ, ພ້ອມນັ້ນທ່ານຍັງໄດ້ສະແດງຄວາມຄວາມເປັນຫ່ວງ ແລະ ປຶກສາຫາລືກ່ຽວກັບວິທີການຜັນຂະຫຍາຍມະຕິທີ 24 ໃຫ້ເປັນຮູບປະທໍາ ແລະມີປະສິດທິພາບ, ເນື່ອງຈາກຈຳນວນທຶນການສຶກສາມີຈຳນວນຫຼວງຫຼາຍ ເຖິງ 10,000 ທຶນ, ສະນັ້ນຂໍໃຫ້ທັງສອງມະຫາວິທະຍາໄລໃຫ້ຊ່ວຍເປັນໜຶ່ງໃນໜ່ວຍງານໃນການຈັດຕັ່ງປະຕີບັດມະຕິດັ່ງກ່າວໃຫ້ເກີດຜົນເປັນຈິງ. ນອກຈາກນັ້ນ ປັດຈຸບັນຄວາມຕ້ອງການຮຽນພາສາຈີນຢູ່ ສປປ ລາວ ມີຈຳນວນເພີ່ມຂຶ້ນຢ່າງຫຼວງຫຼາຍ, ສະເໜີໃຫ້ຝ່າຍຈີນພິຈາລະນາຊ່ວຍເຫຼືອດ້ານການພັດທະນາຄູສອນພາສາຈີນ, ການປັບປຸງຫຼັກສູດການຮຽນ-ການສອນ ເພື່ອຮັບໃຊ້ໃຫ້ແກ່ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຕ່າງໆ ແລະ ຜັນຂະຫຍາຍຖະແຫຼງການຮ່ວມ ແລະ ກົນໄກຕິດຕາມເວົ້າສະເພາະ, ເວົ້າລວມກໍຄືເພື່ອຜັນຂະຫຍາຍມະຕິທີ 24 ຂອງຖະແຫຼງການຮ່ວມກັນ ທີ່ປະມຸກລັດ/ຜູ້ນຳສູງສຸດຂອງສອງປະເທດ ລາວ-ຈີນ ໃຫ້ປະກົດຜົນເປັນຮູບປະທຳຢ່າງແທ້ຈິງ.

ທີ່ມາ: ຂ່າວສຶກສາ, ວິທະຍາສາດ ແລະ ກິລາ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພຸດ 11 ພະຈິກ 2026 · ຂຶ້ນ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່