
ມອບ-ຮັບ ໜ້າທີ່ບໍລິການງານສະມາຄົມມິດຕະພາບລາວກັບຕ່າງປະເທດ ຄະນະສັນຕິພາບ ແລະ ສາມັກຄີລາວ

ໃນພິທີ, ສະຫາຍ ບຸນເຫລືອ ພັນດານຸວົງ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກໄດ້ຜ່ານບົດສະຫລຸບການຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃນໄລຍະຜ່ານມາຂອງສະມາຄົມມິດຕະພາບລາວກັບຕ່າງປະເທດ ແລະ ຄະນະສັນຕິພາບ ແລະ ສາມັກຄີຂອງລາວ. ໃນນັ້ນ, ໄດ້ສັງລວມຜົນງານທີ່ຍາດມາໄດ້, ຕີລາຄາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານການທູດປະຊາຊົນ ສາມາດປະກອບສ່ວນໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ເພື່ອສ້າງຄວາມເຂົ້າອົກເຂົ້າໃຈ ແລະ ການຮ່ວມມື ລະຫວ່າງ ປະຊາຊົນລາວ ກັບປະຊາຊົນບັນດາປະເທດຄູ່ຮ່ວມມືໃຫ້ນັບມື້ມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າ.
ໃນພິທີ, ສະຫາຍ ນາງ ວິໄລ ພິລາວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງປະເທດ, ຄະນະ ສັນຕິພາບ ແລະ ສາມັກຄີຂອງລາວໂດຍແຕ່ງຕັ້ງ ສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ເປັນປະທານສະມາຄົມມິດຕະພາບ ລາວ- ຫວຽດນາມ ຂັ້ນສູນກາງ; ສະຫາຍ ນາງ ເຂັມມະນີ ພົນເສນາ ອະດີດກໍາມະການສູນກາງພັກ, ອະດີດຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ເປັນປະທານສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງ; ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະພັກນະຄອນຫລວງວຽງຈັນ, ປະທານສະພາປະຊາຊົນນະຄອນຫລວງວຽງຈັນ ເປັນປະທານສະມາຄົມມິດຕະພາບລາວ-ສປປ ເກົາຫລີ; ສະຫາຍ ມອນໄຊ ລາວມົ່ວຊົງ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ເປັນປະທານສະມາຄົມມິດຕະພາບລາວ-ກູບາ; ສະຫາຍ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ເປັນປະທານສະມາຄົມມິດຕະພາບ ລາວ-ກໍາປູເຈຍ ຂ້ັນສູນກາງ; ສະຫາຍ ສັນຕິສຸກ ສິມມາລາວົງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານເປັນປະທານສະມາຄົມມິດຕະພາບລາວ-ຣັດເຊຍ; ສະຫາຍ ມະໄລທອງ ກົມມະສິດ ກຳມະການສູນກາງພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າເປັນປະທານສະມາຄົມມິດຕະພາບ ລາວ-ສ ເກົາຫລີ; ສະຫາຍ ພຸດ ສິມມາລາວົງ ອະດີດກຳມະການສູນກາງພັກ, ອະດີດລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເປັນ ປະທານສະມາຄົມມິດຕະພາບ ລາວ- ຍີ່ປຸ່ນ; ສະຫາຍ ພູທອນ ເມືອງປາກ ອະດີດຮອງລັດຖະມົນຕີກະຊວງສາທາ ລະນະສຸກ, ອະດີດປະທານອົງການກາ ແດງແຫ່ງຊາດລາວ ເປັນປະທານສະ ມາຄົມມິດຕະພາບ ລາວ-ເຢຍລະມັນ ແລະ ສະຫາຍ ສົມມາດ ພົນເສນາ ອະດີດກຳມະການສູນກາງພັກ, ອະດີດຮອງປະທານສະພາແຫ່ງຊາດ, ເປັນປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ.
ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານອັນພົ້ນເດັ່ນທີ່ຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງປະເທດ, ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຊຸດເກົ່າຍາດມາໄດ້ ແລະ ເຊື່ອໝັ້ນວ່າ ຄະນະບໍລິຫານງານຊຸດໃໝ່ ຈະສືບຕໍ່ເຮັດສຳເລັດໜ້າທີ່ການເມືອງ, ການຕ່າງປະເທດ ກໍຄື ວຽກງານການທູດປະຊາຊົນ ທີ່ຂັ້ນເທິງມອບໝາຍໃຫ້ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນຄວາມສາມັກຄີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ປະຊາຊົນລາວ ກັບບັນດາປະເທດຄູ່ຮ່ວມມືໃຫ້ແຕກດອກອອກຜົນ ແລະ ກ້າວສູ່ລວງເລິກຢ່າງບໍ່ຢຸດຢັ້ງ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່


ລາວ-ຫວຽດນາມ ລົງນາມຮ່ວມມືພັດທະນາຊົນນະບົດ ໄລຍະ 2026-2030
18 ຊົ່ວໂມງກ່ອນ
ໄລຍະ 9 ເດືອນຕົ້ນປີນີ້ ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6,2%
19 ຊົ່ວໂມງກ່ອນ
ຫາລືການນຳໃຊ້ກົດໝາຍ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳ
23 ຊົ່ວໂມງກ່ອນ


