ວັນພຸດ ທີ 11 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນວ ຈະຈັດຂຶ້ນທີ 10-13 ນ

ໂດຍ Mahaxan
· 2 ມື້ ກ່ອນອ່ານ 3 ນາທີ1 ຄັ້ງ
ADadvertisement
ADadvertisement
ADadvertisement

ກອງປະຊຸມຈະພິຈາລະນາ, ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ແຜນການເຄື່ອນໄຫວວຽກງານປະຈຳປີ 2027 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ, ພິຈາລະນາ, ຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 9 ເດືອນ, ຄາດຄະເນໝົດປີ 2026 ແລະ ທິດທາງແຜນການປະຈຳປີ 2027 ຂອງນະຄອນຫຼວງວຽງຈັນ; ຮັບຟັງການລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສະເພາະແມ່ນການສ້າງແຜນປະຕິບັດງານ ແລະ ໂຄງການຢູ່ນະຄອນຫຼວງວຽງຈັນ; ພິຈາລະນາ, ຮັບຮອງເອົາໂຄງການສຳຫຼວດອອກແບບວາງແຜນຜັງເທດສະບານເມືອງນາຊາຍທອງ, ເມືອງຫາດຊາຍຟອງ ແລະ ເມືອງປາກງື່ມ ນະຄອນຫຼວງວຽງຈັນ; ພິຈາລະນາ, ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ທິດທາງແຜນການປະຈຳປີ 2027; ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2025 ຂອງອົງການກວດສອບປະຈຳພາກກາງ 1; ພິຈາລະນາ, ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ທິດທາງແຜນການປະຈຳປີ 2027 ຂອງອົງການກວດກາລັດນະຄອນຫຼວງວຽງຈັນ; ພິຈາລະນາ, ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ທິດທາງແຜນການປະຈຳປີ 2027 ຂອງອົງການໄອຍະການປະຊາຊົນພາກກາງ ແລະ ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ; ພິຈາລະນາ, ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ທິດທາງແຜນການປະຈຳປີ 2027 ຂອງສານປະຊາຊົນພາກກາງ ແລະ ສານປະຊາຊົນນະຄອນຫຼວງວຽງຈັນ; ຮັບຟັງການລາຍງານການຈັດຕັ້ງປະຕິບັດຄຳຕັດສິນຂອງສານປະຈຳປີ 2026 ແລະ ທິດທາງແຜນການປະຈຳປີ 2027 ຂອງກອງປະຕິບັດຄຳຕັດສິນຂອງສານປະຈຳນະຄອນຫຼວງວຽງຈັນ; ພິຈາລະນາ, ຮັບຮອງເອົາຮ່າງນິຕິກຳສ້າງໃໝ່ ແລະ ນິຕິກຳປັບປຸງຂອງນະຄອນຫຼວງວຽງຈັນຈຳນວນໜຶ່ງ.

ພ້ອມນີ້, ກອງປະຊຸມຍັງຈະໄດ້ຮັບຟັງການລາຍງານຊີ້ແຈງບັນຫາສຳຄັນຕ່າງໆຂອງນະຄອນຫຼວງວຽງຈັນ ເປັນຕົ້ນ ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນຍຸດທະສາດການບໍລິຫານຈັດການຂີ້ເຫຍື້ອ ແລະ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອໃນນະຄອນຫຼວງວຽງຈັນ; ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 11/ຄລສພ, ລົງວັນທີ 07 ພຶດສະພາ 2026 ວ່າດ້ວຍການເພີ່ມທະວີຊີ້ນຳຂອງພັກຕໍ່ວຽກງານແຮ່ທາດ, ການຄຸ້ມຄອງ ແລະ ແກ້ໄຂບັນຫາຫຍໍ້ທໍ້ດ້ານຊັບພະຍາກອນທຳມະຊາດ ແລະ ຮັບຟັງການລາຍງານກ່ຽວກັບສະພາບການສຶກສາໃນນະຄອນຫຼວງວຽງຈັນ ຕິດພັນກັບການປະລະການຮຽນຂອງນັກຮຽນໃນຊັ້ນປະຖົມ ແລະ ຊັ້ນມັດທະຍົມ ແລະ ບັນຫາການຂາດແຄນຄູສອນ ໂດຍສະເພາະຢູ່ເຂດຊານເມືອງ ຄື: ເມືອງສັງທອງ ແລະ ເມືອງປາກງື່ມ.

ນອກນັ້ນ, ກອງປະຊຸມຍັງຈະໄດ້ຮັບຟັງການຊີ້ແຈງບາງບັນຫາທີ່ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 1, ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ຊັກຖາມໃນເວລາດຳເນີນກອງປະຊຸມຈາກພາກສ່ວນກ່ຽວຂ້ອງ. ດັ່ງນັ້ນ, ຈຶ່ງຂໍເຊີນຊວນບັນດາອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງສັງຄົມທຸກພາກສ່ວນ, ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ໂດຍສະເພາະຊາວນະຄອນຫຼວງວຽງຈັນ ໃຫ້ການຕິດຕາມຂ່າວສານທາງໂທລະພາບ, ວິທະຍຸກະຈາຍສຽງ, ສື່ສິ່ງພິມຕ່າງໆ ແລະ ສາມາດສະເໜີຄຳຄິດຄຳເຫັນ ຫຼື ຄຳສະເໜີຕໍ່ກອງປະຊຸມ ຜ່ານໂທລະສັບສາຍດ່ວນຂອງສະພາປະຊາຊົນ ໝາຍເລກ 1156 ຫຼື ໝາຍເລກໂທລະສັບ 021 260251, 260242 ຊຶ່ງເລີ່ມເປີດຮັບຄຳສະເໜີ, ຄຳຄິດຄຳເຫັນຕໍ່ກອງປະຊຸມນັບແຕ່ມື້ນີ້ ເຖິງວັນທີ 13 ພະຈິກ 2026, ໃນວັນເວລາທາງລັດຖະການ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພຸດ 11 ພະຈິກ 2026 · ຂຶ້ນ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່