ວັນພຸດ ທີ 11 ພະຈິກ 2026ອັບເດດລ່າສຸດ 10:15ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກວດພົບມີການຊຸກເຊື່ອງແຮ່ທາດທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ 20 ໂຕນ ຖືກຝັງດິນໄວ້ໃນໂຮງງານຫຼອມເສດໂລຫະ ຢູ່ບ້ານນາຄໍາຈວງ ເມືອງໄຊບົວທອງ ແຂວງຄໍາມ່ວນ

ໂດຍ Jenjila
· 12 ນາທີ ກ່ອນອ່ານ 1 ນາທີ1 ຄັ້ງ
ກວດພົບມີການຊຸກເຊື່ອງແຮ່ທາດທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ 20 ໂຕນ ຖືກຝັງດິນໄວ້ໃນໂຮງງານຫຼອມເສດໂລຫະ ຢູ່ບ້ານນາຄໍາຈວງ ເມືອງໄຊບົວທອງ ແຂວງຄໍາມ່ວນ
ADadvertisement
ADadvertisement
ADadvertisement

ໃນວັນທີ 5 ພະຈິກ 2026 ເຈົ້າໜ້າທີ່ສະເພາະກິດແຂວງ 337/ຄປຂ ໄດ້ຮັບການລາຍງານຈາກພົນລະເມືອງດີວ່າໄດ້ມີກຸ່ມພໍ່ຄ້າຄົນຈີນ ບໍ່ຮູ້ຊື່ ໄດ້ລັກລອບ ເກັບຊື້-ຂາຍ ແຮ່ທາດ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ໄດ້ຊຸກເຊື່ອງແຮ່ທາດໄວ້ ຢູ່ທີ່ໂຮງງານຫຼອມເສດໂລຫະໃຕ້ຟ້າ ຕັ້ງຢູ່ບ້ານນາຄໍາຈວງ, ເມືອງໄຊບົວທອງ, ແຂວງຄໍາມ່ວນ.

ກວດພົບມີການຊຸກເຊື່ອງແຮ່ທາດທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ 20 ໂຕນ ຖືກຝັງດິນໄວ້ໃນໂຮງງານຫຼອມເສດໂລຫະ ຢູ່ບ້ານນາຄໍາຈວງ ເມືອງໄຊບົວທອງ ແຂວງຄໍາມ່ວນ

ຕໍ່ມາໃນວັນທີ 6 ພະຈິກ 2026 ເຈົ້າໜ້າທີ່ສະເພາະກິດແຂວງຄໍາມ່ວນ ຈຶ່ງໄດ້ສົມທົບ ກັບ ການຈັດຕັ້ງຂັ້ນເມືອງ ແລະ ຂະແໜງການກ່ຽວຂ້ອງ ຂອງເມືອງໄຊບົວທອງ, ນໍາໂດຍ ທ່ານ ສີສຸກ ພິມມະສອນ ຮອງປະທານ ອົງການກວດກາລັດແຂວງຄໍາມ່ວນ, ຫົວໜ້າ ກອງເລຂາສະເພາະກິດແຂວງ, ທ່ານ ອິນແກ້ວ ຈັນທະເທບ ຄະນະປະຈໍາພັກເມືອງ.

ກວດພົບມີການຊຸກເຊື່ອງແຮ່ທາດທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ 20 ໂຕນ ຖືກຝັງດິນໄວ້ໃນໂຮງງານຫຼອມເສດໂລຫະ ຢູ່ບ້ານນາຄໍາຈວງ ເມືອງໄຊບົວທອງ ແຂວງຄໍາມ່ວນ · ຮູບທີ 2

ຮອງປະທານຄະນະກໍາມະການປົກຄອງເມືອງ ແລະ ຂະແໜງການກ່ຽວຂ້ອງ ຂັ້ນແຂວງ ແລະ ເມືອງ, ລົງກວດກາສະຖານທີ່ພາຍໃນໂຮງງານ ແລະ ໄດ້ພົບເຫັນ ແຮ່ທາດຈໍານວນ 20 ໂຕນ ໄດ້ຊຸກເຊື່ອງຝັງດິນໄວ້ ຢູ່ບໍລິເວນເດີ່ນ ຂອງໂຮງງານດັ່ງກ່າວ, ຈາກນັ້ນທາງການຈັດຕັ້ງຂັ້ນເມືອງ ແລະ ຂະແໜງການກ່ຽວຂ້ອງ ຂອງເມືອງໄຊບົວທອງ ຈຶ່ງໄດ້ມອບແຮ່ທາດຈໍານວນດັ່ງກ່າວ ໃຫ້ເຈົ້າໜ້າທີ່ສະເພາະກິດແຂວງ ເຄື່ອນຍ້າຍໄປເກັບຮັກສາໄວ້ ຢູ່ທີ່ ອົງການກວດກາລັດແຂວງ ຄໍາມ່ວນ ເພື່ອສືບຕໍ່ດຳເນີນການສືບສວນ-ສອບສວນ ຫາຜູ້ກະທໍາຜິດ ມາດໍາເນີນຄະດີ ຕາມລະບຽບກົດໝາຍ.

ກວດພົບມີການຊຸກເຊື່ອງແຮ່ທາດທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ 20 ໂຕນ ຖືກຝັງດິນໄວ້ໃນໂຮງງານຫຼອມເສດໂລຫະ ຢູ່ບ້ານນາຄໍາຈວງ ເມືອງໄຊບົວທອງ ແຂວງຄໍາມ່ວນ · ຮູບທີ 3

ກວດພົບມີການຊຸກເຊື່ອງແຮ່ທາດທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ 20 ໂຕນ ຖືກຝັງດິນໄວ້ໃນໂຮງງານຫຼອມເສດໂລຫະ ຢູ່ບ້ານນາຄໍາຈວງ ເມືອງໄຊບົວທອງ ແຂວງຄໍາມ່ວນ · ຮູບທີ 4

ກວດພົບມີການຊຸກເຊື່ອງແຮ່ທາດທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ 20 ໂຕນ ຖືກຝັງດິນໄວ້ໃນໂຮງງານຫຼອມເສດໂລຫະ ຢູ່ບ້ານນາຄໍາຈວງ ເມືອງໄຊບົວທອງ ແຂວງຄໍາມ່ວນ · ຮູບທີ 5

ທີ່ມາ: ໂຄສະນາອົບຮົມເມືອງໄຊບົວທອງ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພຸດ 11 ພະຈິກ 2026 · ຂຶ້ນ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່