
ການພົວພັນ ຫວຽດນາມ-ຈີເລ ກ້າວຂຶ້ນສູ່ລະດັບສູງໃໝ່

ວິທະຍຸກະຈ່າຍສຽງ ຫວຽດນາມ, ວັນທີ 16 ພະຈິກ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ແລະ ທ່ານ ໂຈເຊ ອັນໂຕນິໂອ ຄາສ (José Antonio Kast)ປະທານາທິບໍດີຈີເລໄດ້ພົບປະກັບ ສື່ມວນຊົນ ເພື່ອປະກາດ ກ່ຽວກັບ ໝາກຜົນຂອງການເຈລະຈາ ໃນໂອກາດການຢ້ຽມຢາມສສ ຫວຽດນາມ ຢ່າງເປັນທາງການ. ໃນໂອກາດນີ້ ທ່ານ ໂຕເລິມ ເຊື່ອໝັ້ນວ່າ ການພົວພັນຫວຽດນາມ ແລະ ຈີເລ ຈະກ້າວຂຶ້ນສູ່ ລະດັບສູງໃໝ່, ເລິກເຊິ່ງ, ແທ້ຈິງ ແລະມີປະສິດທິຜົນກວ່າອີກ, ປະກອບສ່ວນ ຢ່າງແທ້ຈິງ ເຂົ້າພາລະກິດ ພັດທະນາ ຂອງສອງຊາດ:ບົນພື້ນຖານບັນດາຜົນສຳເລັດ ທີ່ຍິ່ງໃຫຍ່ ເຊິ່ງສອງຝ່າຍບັນລຸໄດ້, ພ້ອມກັບ ວິໄສທັດຍຸດທະສາດ ພ້ອມກັນມຸ່ງໄປເຖິງອະນາຄົດ, ການຮ່ວມມື ແລະ ພັດທະນາ ວັດທະນາຖາວອນຢູ່ ອາຊີ – ປາຊີຟິກ, ໂດຍທັງ ສອງຝ່າຍ ຮັບຊາບ ກ່ຽວກັບການຍົກລະດັບການພົວພັນ ສອງຝ່າຍຂຶ້ນ ເປັນຄູ່ຮ່ວມມື ຍຸດທະສາດ, ໃນນັ້ນກຳນົດບັນດາທິດທາງ, ເປົ້າໝາຍ, ຫລັກການ ແລະ 6 ເສົາຄ້ຳຮ່ວມມືຍຸດທະສາດລວມມີ: ການເມືອງ, ການທູດ, ເສດຖະກິດ, ການຄ້າ, ກະສິກຳ, ວິທະຍາສາດ – ເຕັກໂນໂລຢີ, ການສຶກສາ ແລະວັດທະນະທຳ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ຈາກນັ້ນ ທ່ານ José Antonio Kast ປະທານາທິບໍດີ ຈີເລ ໃຫ້ຮູ້ວ່າ: ຈີເລຍິນດີຕ້ອນຮັບ ບັນດານັກລົງທຶນ ຫວຽດນາມ; ສະເໜີ ບັນດາວິສາຫະກິດຫວຽດນາມ ແລະຈີເລ ພ້ອມກັນ ເປີດກວ້າງ ບັນດາຮູບແບບ ການຮ່ວມມື ໃນບັນດາຂົງເຂດ ອຸດສາຫະກຳແລະ ເຕັກໂນໂລຊີ, ເປີດກວ້າງ ຕະຫລາດເພື່ອພັດທະນາ ພື້ນຖານເສດຖະກິດ ສອງປະເທດໃຫ້ສົມກັບ ຄວາມຄາດຫວັງ ທີ່ໄດ້ວາງອອກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່


ສປ ຈີນ ຈະຕ້ອນຮັບ ນັກບິນອະວະກາດ ຕ່າງປະເທດ ຄົນທຳອິດ
1 ຊົ່ວໂມງກ່ອນ
ເກີດເຫດໄຟໄໝ້ໂຮງງານ ຜະລິດເຂົ້າໜົມອົມ ຢູ່ອິນໂດເນເຊຍ
1 ຊົ່ວໂມງກ່ອນ









