
ເປີດນຳໃຊ້ໂຮງໝໍ 10 ຕຽງ ປະຈໍາຄ້າຍຄຸມຂັງ-ດັດສ້າງ ຫຼັກ 62

ໃນຕອນເຊົ້າຂອງວັນທີ 26 ພະຈິກ 2026 ນີ້ ຢູ່ທີ່ຄ້າຍຄຸມຂັງ-ດັດສ້າງ ຫຼັກ 62 ກົມຕໍາຫຼວດຄຸມຂັງ-ດັດສ້າງ ໄດ້ຈັດພິທີເປີດໂຮງໝໍ 10 ຕຽງ ປະຈໍາຄ້າຍຂື້ນ ໂດຍການເປັນປະທານ ແລະ ເປີດພິທີໂດຍ ພັອ ສຸລິຍາ ພັນທຸມາດ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ, ມີ ພັອ ປອ ຈັນທີ ອີນຄຳແສງຮອງຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ,ພ້ອມດ້ວຍຫົວໜ້າ-ຮອງຫົວ ໜ້າກົມເສນາຮັກ, ອໍານວຍການໂຮງໝໍ 5 ເມສາ ພ້ອມທີມງານແພດໝໍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ, ພັອ ພອນສະຫວັນ ວົງຄໍາຈັນ ຄະນະພັກກົມໃຫຍ່ ຫົວໜ້າກົມເສນາຮັກ ໄດ້ລາຍງານກ່ຽວກັບການເປີດໂຮງໝໍ 10 ຕຽງວ່າ: ຈຸດປະສົງແມ່ນເພື່ອປັບປຸງຕຶກອາຄານທີ່ປຸກສ້າງເປັນໂຮງໝໍຢູ່ຄ້າຍຄຸມຂັງ-ດັດສ້າງຫຼັກ 62 ທີ່ຍັງບໍ່ທັນເປີດນໍາໃຊ້ ໃຫ້ເປີດເປັນໂຮງໝໍຂະໜາດ 10 ຕຽງ ເພື່ອເປັນໂຮງໝໍຕິດຕາມ, ແກ້ໄຂສຸກເສີນ, ຄັດກອງ, ບົ່ງມະຕິພະຍາດ, ປິ່ນປົວແກ້ໄຂສຸກເສີນຂັ້ນຕົ້ນ.

ຍ້ອນວ່າຄ້າຍຄຸມຂັງ-ດັດສ້າງແຫ່ງນີ້ໄດ້ເປີດນໍາໃຊ້ເປັນບ່ອນກັກກັນ ກຸ່ມແກ້ງສໍ້ໂກງທາງໂທລະຄົມ ແລະ ການພະນັນອອນລາຍ ໃນເດືອນ ກໍລະກົດ ປີ 2026 ໄລຍະຜ່ານມາບໍ່ທັນມີແພດປະຈໍາ, ແຕ່ມີຈໍານວນຕ້ອງຫາເພີ່ມຂື້ນເລື້ອຍໆ ຈໍາເປັນຕ້ອງໄດ້ປັບປຸງຂອດການບໍລິ ການດ້ານສຸຂະພາບ ຕາມການຕົກລົງຂອງຂັ້ນເທິງ, ຜ່ານການຈັດຕັ້ງປະຕິ ບັດວຽກງານຕົວຈິງໃນການປິ່ນປົວຄົນເຈັບເຫັນວ່າຍັງບໍ່ສາມາດກວດ ແລະ ປິ່ນປົວບາງກໍລະນີສຸກເສີນໄດ້ຢ່າງເລິກເຊີ່ງ ເມື່ອມີຜູ້ເຈັບເປັນມີແຕ່ນໍາສົ່ງໂຮງໝໍເມືອງ, ໂຮງໝໍແຂວງ, ໂຮງໝໍທະຫານແຂວງ ແລະ ໂຮງໝໍ 5 ເມສາ. ເລີ່ມແຕ່ ວັນທີ 2 ກໍລະກົດ 2026 ເປັນຕົ້ນມາ.

ຈົນຮອດວັນທີ 27 ຕຸ ລາ 2026 ທີມງານແພດໝໍກົມເສນາຮັກ ແລະ ໂຮງໝໍ 5 ເມສາ ໄດ້ເຂົ້າປະຈໍາຄ້າຍດັ່ງກ່າວ, ໝູນວຽນກັນທຸກ 7 ວັນ ແຕ່ເນື່ອງຈາກວ່າຄວາມຕ້ອງ ການຮັບບໍລິການດ້ານສຸຂະພາບ ມີແນວໂນ້ມເພີ່ມຂື້ນ, ແກ້ໄຂປິ່ນປົວກໍລະ ນີສຸກເສີນ ລວມທັງໝົດ 600 ກວ່າກໍລະນີ, ແກ້ໄຂເບົາບາງ 40,000 ກວ່າກໍລະນີ, ນໍາສົ່ງໂຮງໝໍ 39 ກໍລະນີ.


ດ້ວຍເຫດນີ້, ຈື່ງຈໍາເປັນຕ້ອງເປີດນໍາໃຊ້ຕຶກທີ່ປຸກສ້າງແລ້ວ ໃຫ້ເປັນໂຮງໝໍ 10 ຕຽງແລະ ຕ້ອງປັບປຸງສະຖານທີ່ບໍລິການ, ປະກອບຜະລິດຕະ ພັນການແພດ ແລະ ບຸກຄະລາກອນ ເພື່ອປັບປຸງລະບົບບໍລິການສຸຂະພາບ ໃຫ້ມີຄວາມພ້ອມທຸກເມື່ອ ເພື່ອໃຫ້ຜູ້ເຈັບເປັນ ສາມາດເຂົ້າເຖິງໄດ້ຢ່າງທັນການ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່













