ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສີລັງກາ ອະນຸມັດເງິນ ກູ້ຢືມ 30 ລ້ານໂດລາ ຈາກກອງທຶນໂອເປກ

ໂດຍ Mahaxan
· 6 ຊົ່ວໂມງ ກ່ອນອ່ານ 1 ນາທີ2 ຄັ້ງ
ສີລັງກາ ອະນຸມັດເງິນ ກູ້ຢືມ 30 ລ້ານໂດລາ ຈາກກອງທຶນໂອເປກ
ADadvertisement
ADadvertisement
ADadvertisement
ສີລັງກາ ອະນຸມັດເງິນ ກູ້ຢືມ 30 ລ້ານໂດລາ ຈາກກອງທຶນໂອເປກ

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ,ເມື່ອບໍ່ດົນມານີ້,ຄະນະ ລັດຖະບານ ສີລັງກາ ໄດ້ມີມະຕິ ເຫັນດີ ຕໍ່ຂໍ້ສະເໜີ
ຂໍກູ້ຢືມເງິນ ຈໍານວນ
30 ລ້ານໂດລາ ສະຫະລັດ ຈາກ ກອງທຶນໂອເປກ ເພື່ອການພັດທະນາ ສາກົນ (OPEC
Fund) ເພື່ອສະໜັບ ສະໜູນ ໂຄງການ ປະຕິຮູບ ສີລັງກາ ເພື່ອການ ເຕີບໂຕ,
ຄວາມທົນທານ ແລະ ການເປີດກວ້າງ ເຊິ່ງມີ ຮູບແບບ ການຈັດຫາ ແຫລ່ງທຶນ ເພື່ອໃຫ້ສອດຄ່ອງກັບ
ເງິນທຶນ ສະໜັບ ສະໜູນ ຈາກ ທະນາຄານໂລກ ພາຍໃຕ້ໂຄງການ ດຽວກັນ.

ວົງເງິນກູ້ຢືມ 30 ລ້ານໂດລາ ສະຫະລັດນີ້
ປະກອບດ້ວຍ ເງິນຈໍານວນ 24 ລ້ານໂດລາ ສະຫະລັດ ຈາກແຫລ່ງເງິນທຶນ ສາມັນ
(Ordinary Capital Resources) ແລະ ຈໍານວນ 6 ລ້ານ ໂດລາສະຫະລັດ ຈາກແຫລ່ງເງິນທຶນພິເສດ (Special Capital
Resources) ໂດຍການຈັດຫາ ແຫລ່ງທຶນ ໃນຄັ້ງນີ້ ເພື່ອການຟື້ນຟູ ສະຖຽນລະພາບ
ທາງເສດຖະກິດ ມະຫາພາກ, ສ້າງຄວາມຍືນຍົງ ທາງການເງິນ ແລະ
ສະໜັບສະໜູນ ການເຕີບໂຕ ທາງເສດຖະກິດ ຢ່າງຍືນຍົງ ແລະ ຮອບດ້ານ./

ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່