ກອງທັບຣັດເຊຍ ເດີນທາງເຝິກອົບຮົມຕີພິເສດ "ໃຕ້ຝຸ່ນ" ແລະ ຊ້ອມຮົບຮ່ວມ "ລາໂຣສ" ປະຈຳປີ 2026 ກັບກອງທັບປະຊາຊົນລາວ
J
ໂດຍ Jenjilaອັບເດດ
· 6 ເດືອນ ກ່ອນອ່ານ 1 ນາທີ83 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຊາຍ
0:00 / 1:09


ວັນທີ 16 ພຶດສະພາ 2026 ຄະນະກຳລັງພົນກອງທັບສະຫະພັນຣັດເຊຍ ນໍາໂດຍ ພັນເອກ ອີວານ ຕາຣາເຢັບ ໄດ້ເດີນທາງມາເຖິງ ສປປ ລາວ ຢ່າງເປັນທາງການ ເພື່ອເຂົ້າຮ່ວມການເຝິກອົບຮົມ ຕີພິເສດ ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ ປະຈຳປີ 2026, ໂດຍມີ ພົນຈັດຕະວາ ບຸນຕຽນ ໄຊຍຳວົງທັນ ຫົວໜ້າ ກົມ 49 ພ້ອມດ້ວຍຄະນະ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງໃຫ້ການຕ້ອນຮັບ.

ການເດີນທາງມາເຂົ້າຮ່ວມເຝິກອົບຮົມຕີພິເສດ “ໃຕ້ຝຸ່ນ” ແລະ ຊ້ອມຮົບຮ່ວມ “ລາໂຣສ” ປະຈຳປີ 2026 ໃນຄັ້ງນີ້ ແມ່ນບາດກ້າວອັນສຳຄັນໃນການແລກປ່ຽນ ບົດຮຽນ, ຍຸດທະວິທີ ແລະ ເຕັກໂນໂລຊີການທະຫານທີ່ທັນສະໄໝ ລະຫວ່າງ ສອງກອງທັບ ລາວ-ຣັດເຊຍ ທັງເປັນການຍົກລະດັບຄວາມຮູ້ຄວາມສາມາດ, ສິລະປະຍຸດ, ຍຸດທະວິທີ ໃນການປະຕິບັດງານຮ່ວມກັນຢູ່ສະໜາມຕົວຈິງໃຫ້ມີຄວາມຊຳນິຊຳນານ ແລະ ສາມາດຮັບມືກັບສິ່ງທ້າທາຍຕ່າງໆ ໃນຮູບແບບໃໝ່ໆ ໄດ້ຢ່າງມີປະສິດທິຜົນ.



ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານແລ້ວ 83 ຄັ້ງແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/9561
‹ ກັບໄປໝວດຂ່າວພາຍໃນ






