ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທຳລາຍລະເບີດໃຫຍ່ MK 82 GPLD ນໍ້າໜັກ 500 ປອນ ຢູ່ເມືອງພູວົງ

ໂດຍ Pele
· 6 ເດືອນ ກ່ອນອ່ານ 1 ນາທີ53 ຄັ້ງ
ທຳລາຍລະເບີດໃຫຍ່ MK 82 GPLD ນໍ້າໜັກ 500 ປອນ ຢູ່ເມືອງພູວົງ
ADadvertisement
ADadvertisement
ADadvertisement

ໃນວັນທີ 17-19 ພຶດສະພາ 2026 ຜ່ານມາ, ທີມງານພາກສະໜາມຂອງໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ປະຈໍາແຂວງອັດຕະປື ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານ ສະຫະ ລັດອາເມລິກາ ຜ່ານ ບໍລິສັດ ເທັດທຣາ ເທັກ ສຳເລັດການທຳລາຍລະເບີດໃຫຍ່ ປະເພດ MK 82 GPLD ນໍ້າໜັກ 500 ປອນ ຫລື ປະມານ 226,7 ກິໂລກຣາມ ຈໍານວນ 3 ໜ່ວຍ ຢູ່ບ້ານວົງລະ ຄອນ ເມືອງພູວົງ ແຂວງອັດຕະປື.

ທຳລາຍລະເບີດໃຫຍ່ MK 82 GPLD ນໍ້າໜັກ 500 ປອນ ຢູ່ເມືອງພູວົງ

ກ່ອນໜ້ານີ້ລະເບີດດັ່ງກ່າວ, ໄດ້ຖືກພົບເຫັນຢູ່ໃນສວນມັນຕົ້ນຂອງ ທ່ານ ຫັດ ຊຶ່ງເປັນເຈົ້າຂອງທີ່ດິນ ແລະ ເປັນປະຊົນຂອງ ບ້ານວົງລະຄອນ. ພາຍຫລັງການລົງສຳຫລວດເພື່ອພິສູດປະເພດລະເບີດ ແລະ ວາງແຜນການທຳລາຍ, ທີມງານ ຄກລ ປະຈໍາແຂວງອັດຕະປື ກໍໄດ້ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ແລະ ແຈ້ງໃຫ້ປະຊາຊົນຮັບຊາບຕໍ່ແຜນການທຳລາຍ.

ທຳລາຍລະເບີດໃຫຍ່ MK 82 GPLD ນໍ້າໜັກ 500 ປອນ ຢູ່ເມືອງພູວົງ · ຮູບທີ 2

ຜ່ານການປະເມີນທາງດ້ານວິຊາການ ແລະ ການຮັບປະກັນຄວາມຄວາມປອດໄພ ໃຫ້ແກ່ຊຸມຊົນ, ທີມງານພາກສະໜາມໄດ້ເຄື່ອນຍ້າຍລະເບີດອອກຈາກຈຸດທີ່ພົບເຫັນ ເພື່ອນຳໄປທຳລາຍໃນຈຸດທີ່ມີຄວາມປອດໄພ ແລະ ຫ່າງອອກຈາກຊຸມຊົນປະມານ 1.500 ແມັດ ຊຶ່ງການທຳລາຍຄັ້ງນີ້ແມ່ນໄດ້ນຳໃຊ້ເຕັກນິກການທຳລາຍແບບແຮງຕໍ່າ ແລະ ສຳເລັດລຸລ່ວງໄປດ້ວຍດີຕາມເຕັກນິກວິຊາການ.

ADadvertisement
ADadvertisement
ADadvertisement
ທຳລາຍລະເບີດໃຫຍ່ MK 82 GPLD ນໍ້າໜັກ 500 ປອນ ຢູ່ເມືອງພູວົງ · ຮູບທີ 3

ຂໍ້ມູນ-ພາບ: ຂ່າວສານ ຮສສ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 53 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່