ວັນຈັນ ທີ 16 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຫົວໜ້າຝ່າຍຄຸ້ມຄອງລະບົບໄຟຟ້າພາກກາງ ລົງຊີ້ນຳວຽກງານ ຢູ່ 5 ແຫ່ງ

ໂດຍ Pele
· 6 ເດືອນ ກ່ອນອ່ານ 1 ນາທີ55 ຄັ້ງ
ຫົວໜ້າຝ່າຍຄຸ້ມຄອງລະບົບໄຟຟ້າພາກກາງ ລົງຊີ້ນຳວຽກງານ ຢູ່ 5 ແຫ່ງ
ADadvertisement
ADadvertisement
ADadvertisement

ໃນວັນທີ 19 ພຶດສະພາຜ່ານມາ, ທ່ານ ຄຳສິງ ມະນີຈັນ ຫົວໜ້າຝ່າຍຄຸ້ມຄອງລະບົບໄຟຟ້າພາກກາງ ລັດວິສາຫະກິດໄຟຟ້າລາວ ແລະ ທ່ານ ກຽງສັກ ປຣັກສາດທອງ ຫົວໜ້າສາຂາແຂວງວຽງຈັນ ຫົວໜ້າພະແນກບໍລິຫານ-ສັງລວມ ຄະນະພະແນກເຕັກນິກຄຸ້ມຄອງລະບົບໄຟຟ້າ, ຄະນະຫ້ອງການອ້ອມຂ້າງສາຂາ ແຂວງວຽງຈັນ ໄດ້ລົງເຄື່ອນໄຫວ ແລະ ຊີ້ນຳວຽກງານຮອບດ້ານ ຢູ່ຫ້ອງການໄຟຟ້າເມືອງໂພນໂຮງ, ຫ້ອງການໄຟຟ້າເມືອງວຽງຄຳ, ສະຖານີໄຟຟ້າໂພນສູງ, ສະຖານີໄຟຟ້າທ່າລາດ ແລະ ສະຖານີໄຟຟ້າແສງສະຫວ່າງ ທີ່ຂຶ້ນກັບ ລັດວິສາຫາກິດໄຟຟ້າລາວ ສາຂາແຂວງວຽງຈັນ.

ຫົວໜ້າຝ່າຍຄຸ້ມຄອງລະບົບໄຟຟ້າພາກກາງ ລົງຊີ້ນຳວຽກງານ ຢູ່ 5 ແຫ່ງ

ການລົງຊຸກຍູ້ຄັ້ງນີ້ ເພື່ອຮັບຟັງການລາຍງານ ສະພາບຂໍ້ຫຍຸ້ງຍາກ, ສະພາບບັນຫາ ສິ່ງທ້າທາຍ ແລະ ຂໍ້ສະເໜີຕ່າງໆໃນການຈັດຕັ້ງປະຕິບັດວຽກງານ ສູ້ຊົນ 7 ຕົວຊີ້ວັດໃນໄລຍະຜ່ານມາ, ນອກຈາກນັ້ນ ຍັງໄດ້ເຜີຍແຜ່ວຽກງານການປະຕິຮູບຂອງ ຟຟລ ໂດຍສະເພາະວຽກງານ (2-4-7): 2 ໜ້າທີ່ການເມືອງ, 4 ປະຕິຮູບ, 7 ຕົວຊີ້ວັດ ເພື່ອລຸລ່ວງໃຫ້ອ້າຍນ້ອງພະນັກງານກຳມະກອນໃນຂອບເຂດຫ້ອງການໄຟຟ້າເມືອງ, ສະຖານີໄຟຟ້າ ເຂົ້າໃຈຢ່າງທົ່ວເຖິງ ທ່ານຫົວໜ້າຝ່າຍ ໄດ້ໃຫ້ກຽດໂອ້ລົມ ແລະ ມີທິດຊີ້ນຳຢ່າງໃກ້ຊິດໃຫ້ຄະນະຫ້ອງການໄຟຟ້າເມືອງໂພນໂຮງ, ຫ້ອງການໄຟຟ້າເມືອງວຽງຄຳ, ສະຖານີໄຟຟ້າໂພນສູງ, ສະຖານີໄຟຟ້າທ່າລາດ ແລະ ສະຖານີໄຟຟ້າແສງສະຫວ່າງ ສຸມໃສ່ຈັດຕັ້ງປະຕິບັດ 7 ຕົວຊີ້ວັດ ທີ່ຂັ້ນເທິງໄດ້ມອບໝາຍໃຫ້ຢ່າງເຂັ້ມງວດ ໂດຍສະເພາະແມ່ນຍົກລະດັບການບໍລິການລູກຄ້າ ຮັບແຈ້ງເຫດ ແລະ ແກ້ໄຂບັນຫາໃຫ້ວ່ອງໄວ, ສຸພາບ ແລະ ປະທັບໃຈ; ຮັກສາສະຖຽນລະພາບຂອງລະບົບໄຟຟ້າ ເອົາໃຈໃສ່ລົງກວດກາ ແລະ ບົວລະບັດຮັກສາແລວສາຍສົ່ງໄຟຟ້າຢ່າງເປັນປົກກະຕິ ເພື່ອຫຼຸດຜ່ອນບັນຫາໄຟຕົກ-ໄຟມອດ ໃຫ້ໜ້ອຍທີ່ສຸດ.

ຫົວໜ້າຝ່າຍຄຸ້ມຄອງລະບົບໄຟຟ້າພາກກາງ ລົງຊີ້ນຳວຽກງານ ຢູ່ 5 ແຫ່ງ · ຮູບທີ 2

(ຂ່າວ: ຟຟລ)

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 55 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນຈັນ 16 ພະຈິກ 2026 · ຂຶ້ນ 7 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່