ວັນອາທິດ ທີ 15 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ກົມໃຫຍ່ສັນຕິບານ ມ້າງກຸ່ມແກ້ງສະແກມເມີ ຢູ່ບ້ານທາດຫຼວງ ກັກຕົວໄດ້ 88 ຄົນ

ໂດຍ Pele
· 6 ເດືອນ ກ່ອນອ່ານ 1 ນາທີ54 ຄັ້ງ
ເຈົ້າໜ້າທີ່ກົມໃຫຍ່ສັນຕິບານ ມ້າງກຸ່ມແກ້ງສະແກມເມີ ຢູ່ບ້ານທາດຫຼວງ ກັກຕົວໄດ້ 88 ຄົນ
ADadvertisement
ADadvertisement
ADadvertisement

ໃນວັນທີ 18 ພຶດສະພາ 2026, ກົມຕຳຫຼວດຄຸ້ມຄອງການທ່ອງທ່ຽວ ຮ່ວມກັບ ກົມຕຳຫຼວດຄຸ້ມຄອງຄົນຕ່າງປະເທດ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຂົ້າມ້າງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ (ສະແກມເມີ ) ຢູ່ໂຮງແຮມແຫ່ງໜຶ່ງ ເຂດບ້ານທາດຫຼວງເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ເຈົ້າໜ້າທີ່ກົມໃຫຍ່ສັນຕິບານ ມ້າງກຸ່ມແກ້ງສະແກມເມີ ຢູ່ບ້ານທາດຫຼວງ ກັກຕົວໄດ້ 88 ຄົນ

ຜ່ານການກວດກາພົບເປົ້າໝາຍທີ່ເປັນກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ຈໍານວນ 88 ຄົນ ຍິງ 11 ຄົນ, ມີ 5 ສັນຊາດ; ໃນນີ້ ມີຜູ້ຖືກຫາສັນຊາດຫວຽດນາມ ຈໍານວນ 50 ຄົນ ຍິງ 10 ຄົນ, ຈີນ 35 ຄົນ ຍິງ 1 ຄົນ, ມຽນມາ 1 ຄົນ, ເກົາຫຼີໃຕ້ 1 ຄົນ ແລະ ສັນຊາດລາວ 1 ຄົນ. ນອກນັ້ນ, ຍັງໄດ້ຢຶດເຄື່ອງຂອງກາງເປັນຄອມພິວເຕີຕັ້ງໂຕະ, ໂທລະສັບມືຖື ອີກຈໍານວນຫຼາຍ.

ເຈົ້າໜ້າທີ່ກົມໃຫຍ່ສັນຕິບານ ມ້າງກຸ່ມແກ້ງສະແກມເມີ ຢູ່ບ້ານທາດຫຼວງ ກັກຕົວໄດ້ 88 ຄົນ · ຮູບທີ 2

ປັດຈຸບັນ, ເຈົ້າໜ້າທີ່ໄດ້ກັກຕົວເປົ້າໝາຍດັ່ງກ່າວ ເພື່ອດຳເນີນການສືບສວນ-ສອບສວນຂະຫຍາຍຜົນ ຕາມຂັ້ນຕອນຂອງກົດໝາຍຢ່າງເຂັ້ມງວດ.

ເຈົ້າໜ້າທີ່ກົມໃຫຍ່ສັນຕິບານ ມ້າງກຸ່ມແກ້ງສະແກມເມີ ຢູ່ບ້ານທາດຫຼວງ ກັກຕົວໄດ້ 88 ຄົນ · ຮູບທີ 3

ພາບ-ຂ່າວ:ຄໍາໂຖ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 54 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 15 ພະຈິກ 2026 · ຂຶ້ນ 6 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່