ວັນອາທິດ ທີ 15 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຊາຍໜຸ່ມໃສ່ຊຸດທະຫານແອບອ້າງເປັນເຈົ້າໜ້າທີ່ ເຄີຍກໍ່ເຫດປຸ້ນຊັບມາແລ້ວຫຼາຍຄັ້ງ

ໂດຍ Pele
· 6 ເດືອນ ກ່ອນອ່ານ 1 ນາທີ40 ຄັ້ງ
ຊາຍໜຸ່ມໃສ່ຊຸດທະຫານແອບອ້າງເປັນເຈົ້າໜ້າທີ່ ເຄີຍກໍ່ເຫດປຸ້ນຊັບມາແລ້ວຫຼາຍຄັ້ງ
ADadvertisement
ADadvertisement
ADadvertisement

ວັນທີ 20 ພຶດສະພາ 2026, ປກສ ນະຄອນຫຼວງວຽງຈັນ ລາຍງານວ່າ: ເຈົ້າໜ້າທີ່ໄດ້ນຳຕົວຊາຍໜຸ່ມອ້າງວ່າເປັນເຈົ້າທີ່ ໃສ່ຊຸດທະຫານ ຖືກພົນລະເມືອງດີຈັບຕົວໄດ້ ໃນຂະນະກໍ່ເຫດໃຊ້ປືນຢາງ ຈີ້ເພື່ອຫວັງຊີງຊັບຂອງ ປະຊາຊົນ ຢູ່ບ້ານໂພນຕ້ອງ ເມືອງຈັນທະບູລີ ນະຄອນວຽງຈັນ ໃນວັນທີ 16 ພຶດສະພາ 2026 ເວລາ 22:30 ນາທີ ມາດຳເນີນການສອບສວນ.

ຊາຍໜຸ່ມໃສ່ຊຸດທະຫານແອບອ້າງເປັນເຈົ້າໜ້າທີ່ ເຄີຍກໍ່ເຫດປຸ້ນຊັບມາແລ້ວຫຼາຍຄັ້ງ

ຜ່ານການສອບສວນ ຈິ່ງຮູ້ຊື່ວ່າ: ຜູ້ກໍ່ເຫດຊື່ ທ້າວ ອານຸ ເປັນປະຊາຊົນ ຢູ່ບ້ານບໍ່ນາງົວ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ

ຊາຍໜຸ່ມໃສ່ຊຸດທະຫານແອບອ້າງເປັນເຈົ້າໜ້າທີ່ ເຄີຍກໍ່ເຫດປຸ້ນຊັບມາແລ້ວຫຼາຍຄັ້ງ · ຮູບທີ 2

ຜູ້ກ່ຽວໄດ້ຮັບສາລະພາບວ່າ: ໃນມື້ກໍ່ເຫດ ເວລາ 22 ໂມງເຄິ່ງ, ຕົນໄດ້ອອກໄປຊື້ເຄື່ອງໃຫ້ພໍ່ ຈິ່ງໄດ້ສວຍໂອກາດໃສ່ຊຸດທະຫານ ແລະ ຈັບເອົາປືນປອມ ເພື່ອໄປຈີ້ປຸ້ນເອົາຊັບຂອງຄົນອື່ນ, ຈາກນັ້ນ, ໄດ້ຂີ່ລົດຈັກເລາະໄປຕາມທາງ ມາຮອດວົງວຽນເຂດບ້ານໂພນຕ້ອງ ພົບເຫັນເປົ້າໝາຍເປັນເພດຊາຍຂີ່ລົດຈັກມາຄົນດຽວ ຈິ່ງໄດ້ເອົາປືນຢາງຈີ້ໃສ່ຊາຍຄົນດັ່ງກ່າວພ້ອມບອກໃຫ້ຈອດລົດ ແຕ່ຊາຍດັ່ງກ່າວບໍ່ຈອດໄດ້ຂີ່ລົດໜີ ຈິ່ງຂີ່ລົດນຳໄປ ຊາຍຄົນດັ່ງກ່າວຈິ່ງໄດ້ຈອດລົດ ແລະ ຮ້ອງຫາຄົນຊ່ວຍ ຈິ່ງມີພົນລະເມືອງດີ 2 ຄົນເຂົ້າມາຊ່ວຍ ແລະ ຈັບຕົວຜູ້ກ່ຽວສົ່ງໃຫ້ເຈົ້າໜ້າທີ່.

ຊາຍໜຸ່ມໃສ່ຊຸດທະຫານແອບອ້າງເປັນເຈົ້າໜ້າທີ່ ເຄີຍກໍ່ເຫດປຸ້ນຊັບມາແລ້ວຫຼາຍຄັ້ງ · ຮູບທີ 3

ທ້າວ ອານຸ ສາລະພາບຕື່ມວ່າ: ຜ່ານມາເຄີຍກໍ່ເຫດຄົນດຽວ ປຸ້ນຈີ້ເອົາຊັບຂອງຄົນອື່ນມາແລ້ວ 6 ຄັ້ງ ໄດ້ເງິນທັງໝົດ ສອງແສນກວ່າກີບ. ປັດຈຸບັນ, ເຈົ້າໜ້າກຳລັງດຳເນີນການຕາມຂັ້ນຕອນລະບຽບກົດໝາຍຕໍ່ໄປ.

ຊາຍໜຸ່ມໃສ່ຊຸດທະຫານແອບອ້າງເປັນເຈົ້າໜ້າທີ່ ເຄີຍກໍ່ເຫດປຸ້ນຊັບມາແລ້ວຫຼາຍຄັ້ງ · ຮູບທີ 4

ຂ່າວ: ປກສ ນະຄອນຫຼວງວຽງຈັນ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 15 ພະຈິກ 2026 · ຂຶ້ນ 6 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່