ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຕຳຫລວດລາວນຳສົ່ງຜູ້ຖືກຫາສັນຊາດໄທລັກລອບເປີດເວບພະນັນອອນລາຍ 100 ກວ່າຄົນ ໃຫ້ທາງການໄທ ນໍາໄປດໍາເນີນຄະດີຕາມລະບຽບກົດໝາຍ

ໂດຍ Jenjila
· 6 ເດືອນ ກ່ອນອ່ານ 3 ນາທີ56 ຄັ້ງ
ຕຳຫລວດລາວນຳສົ່ງຜູ້ຖືກຫາສັນຊາດໄທລັກລອບເປີດເວບພະນັນອອນລາຍ 100 ກວ່າຄົນ ໃຫ້ທາງການໄທ ນໍາໄປດໍາເນີນຄະດີຕາມລະບຽບກົດໝາຍ
ADadvertisement
ADadvertisement
ADadvertisement
ຕຳຫລວດລາວນຳສົ່ງຜູ້ຖືກຫາສັນຊາດໄທລັກລອບເປີດເວບພະນັນອອນລາຍ 100 ກວ່າຄົນ ໃຫ້ທາງການໄທ ນໍາໄປດໍາເນີນຄະດີຕາມລະບຽບກົດໝາຍ

ໃນວັນທີ 22 ພຶດສະພາ 2026, ໂດຍປະຕິບັດລະບຽບກົດໝາຍ ແລະ ກົນໄກການຮ່ວມມືວຽກງານຕໍາຫຼວດ ລະຫວ່າງສອງປະເທດ; ກົມຕໍາຫຼວດຄຸ້ມຄອງຄົນຕ່າງປະເທດ ກົມໃຫຍ່ສັນຕິບານ ໄດ້ປະສານສົມທົບກັບ ກົມພົວພັນຕ່າງປະເທດ ຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ແລະ ສະຖານທູດຣາຊະອານາຈັກໄທ ປະຈໍາລາວ ມອບ-ຮັບ ຕົວຜູ້ຖືກຫາສັນຊາດໄທ ທີ່ລັກລອບເປີດເວບຫຼິ້ນການພະນັນທາງອອນລາຍ ຈໍານວນ 102 ຄົນ ຍິງ 42 ຄົນ ໃຫ້ທາງການໄທ ກັບໄປດໍາເນີນຄະດີຕາມລະບຽບກົດໝາຍ ຢູ່ຣາຊະອານາຈັກໄທ. ພິທີ ມອບ-ຮັບ ໄດ້ຈັດຂື້ນຢູ່ທີ່ ດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ນະຄອນຫຼວງວຽງຈັນ-ໜອງຄາຍ.

ຕຳຫລວດລາວນຳສົ່ງຜູ້ຖືກຫາສັນຊາດໄທລັກລອບເປີດເວບພະນັນອອນລາຍ 100 ກວ່າຄົນ ໃຫ້ທາງການໄທ ນໍາໄປດໍາເນີນຄະດີຕາມລະບຽບກົດໝາຍ · ຮູບທີ 2

ໂອກາດນີ້, ທັງສອງຝ່າຍ ກໍໄດ້ມີການເຊັນບົດບັນທຶກ ມອບ-ຮັບ ຕົວຜູ້ຖືກຫາຈໍານວນດັ່ງກ່າວ, ຕາງໜ້າເຊັນມອບຝ່າຍລາວແມ່ນ ທ່ານ ພັນເອກ ພອນທິບ ພົມພັກດີ ຫົວໜ້າກົມຕໍາຫຼວດຄຸ້ມຄອງຄົນຕ່າງປະເທດ ແລະ ເຊັນຮັບຝ່າຍໄທໂດຍ ທ່ານ ພັນເອກ ປະລິນຍາເອກ ກິດສະດາກອນ ກິ່ນເກສອນ ຮອງຜູ້ບັງຄັບການກວດຄົນເຂົ້າ-ອອກເມືອງ 4 ປະເທດໄທ ຊຶ່ງມີຄະນະຮັບຜິດຊອບທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ຕຳຫລວດລາວນຳສົ່ງຜູ້ຖືກຫາສັນຊາດໄທລັກລອບເປີດເວບພະນັນອອນລາຍ 100 ກວ່າຄົນ ໃຫ້ທາງການໄທ ນໍາໄປດໍາເນີນຄະດີຕາມລະບຽບກົດໝາຍ · ຮູບທີ 3

ຜູ້ຖືກຫາຈຳນວນດັ່ງກ່າວນີ້ຖືກເຈົ້າໜ້າທີ່ກັກຕົວໃນວັນທີ 13 ພຶດສະພາ 2026 ໃນລະຫວ່າງທີ່ ເຈົ້າໜ້າທີ່ຕຳຫຼວດ ປະຕິບັດການກວດຄົ້ນເຄຫາສະຖານຢູ່ 3 ຈຸດຄື: ເຮືອນພັກຄູນໄຊ ແລະ ເຮືອນພັກຮຸ່ງເຮືອງ ຢູ່ເຂດບ້ານໝອງຜື, ໂຮງແຮມຮຸ່ງທິບ ບ້ານໄຊຍະພູມ ທັງສາມສະຖານທີ່ແມ່ນຢູ່ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ, ສາມາດກັກຕົວຜູ້ຖືກຫາສັນຊາດໄທ ໄດ້ຈໍານວນ 102 ຄົນ, ຍິງ 42 ຄົນ ທີ່ລັກລອບເປີດເວບຫຼິ້ນການພະນັນອອນລາຍ ພ້ອມຂອງກາງຄອມພິວເຕີຕັ້ງໂຕະ 122 ໜ່ວຍ, ຄອມໂນດບຸກ 9 ໜ່ວຍ ແລະ ໂທລະສັບມືຖື 720 ໜ່ວຍ ທີ່ໃຊ້ເຂົ້າໃນການເຄື່ອນໄຫວກະທໍາຜິດໃນຄັ້ງນີ້. ມາໃນວັນທີ 15 ພຶດສະພາ 2026 ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງສະຫວັນນະເຂດ ຈຶ່ງໄດ້ນໍາຕົວຜູ້ຖືກຫາມອບໃຫ້ ກົມຕໍາຫຼວດຄຸ້ມຄອງຄົນຕ່າງປະເທດ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ເພື່ອດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ADadvertisement
ADadvertisement
ADadvertisement
ຕຳຫລວດລາວນຳສົ່ງຜູ້ຖືກຫາສັນຊາດໄທລັກລອບເປີດເວບພະນັນອອນລາຍ 100 ກວ່າຄົນ ໃຫ້ທາງການໄທ ນໍາໄປດໍາເນີນຄະດີຕາມລະບຽບກົດໝາຍ · ຮູບທີ 4

ຄືດັ່ງທີ່ພວກເຮົາຮູ້ແລ້ວວ່າ ໃນຍຸກທີ່ເຕັກໂນໂລຊີດີຈີຕອນ ແລະ ອິນເຕີເນັດ ໄດ້ກາຍເປັນສ່ວນໜຶ່ງທີ່ຂາດບໍ່ໄດ້ໃນຊີວິດປະຈໍາວັນ, ໄພຂົ່ມຂູ່ຈາກ ແກ້ງສະແກມເມີ ຫຼື ອາຊະຍາກໍາທໍາໂທລະຄົມ ແລະ ການສື່ສານ ໄດ້ຂະຫຍາຍຕົວຢ່າງວ່ອງໄວ ແລະ ກາຍເປັນໜຶ່ງໃນໄພຄຸກຄາມທີ່ຮ້າຍແຮງທີ່ສຸດ ຕໍ່ຄວາມໝັ້ນຄົງ, ເສດຖະກິດ ແລະ ສັງຄົມ, ເຊິ່ງພວກເຂົາໄດ້ໃຊ້ວິທີການຕ່າງໆດ້ວຍຫຼາຍຮູບແບບ ໃນການເຊົ່າ ຫຼື ໃຊ້ພື້ນທີ່ເຊັ່ນ: ໂຮງແຮມ, ອາພັດເມັນ, ຫ້ອງແຖວ ຫຼື ເຮືອນພັກ ເປັນບ່ອນດໍາເນີນງານທີ່ເຊື່ອງຊ້ອນ ແລະ ມັກປ່ຽນທີ່ຕັ້ງເລື້ອຍໆ ເພື່ອຫຼີກລ່ຽງການຕິດຕາມຈາກເຈົ້າໜ້າທີ່, ກຸ່ມແກ້ງເຫຼົ່ານີ້ ຍັງມີການຈັດຕັ້ງເປັນລະບົບ ໂດຍມີສາຍບັງຄັບບັນຊາ ແລະ ການຈ່າຍເງີນໃຫ້ຜູ້ທີ່ຖືກຫຼອກລວງ ຫຼື ບັງຄັບໃຊ້ແຮງງານ.

ຕຳຫລວດລາວນຳສົ່ງຜູ້ຖືກຫາສັນຊາດໄທລັກລອບເປີດເວບພະນັນອອນລາຍ 100 ກວ່າຄົນ ໃຫ້ທາງການໄທ ນໍາໄປດໍາເນີນຄະດີຕາມລະບຽບກົດໝາຍ · ຮູບທີ 5

ຕໍ່ກັບບັນຫາດັ່ງກ່າວ ຈຶ່ງຂໍຝາກເຕື່ອນມາຍັງທຸກຄົນໃນທົ່ວສັງຄົມ ຈົ່ງມີສະຕິໃນການນໍາໃຊ້ສື່ສັງຄົມອອນລາຍ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງກຸ່ມແກ້ງດັ່ງກ່າວ ເຊິ່ງໄດ້ສົ່ງຜົນກະທົບຕໍ່ຊີວິດ ແລະ ຈິດໃຈ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ. ຖ້າຫາກໃຜພົບເຫັນບຸກຄົນ ຫຼື ກຸ່ມຄົນທີ່ໜ້າສົງໄສ ແມ່ນໃຫ້ແຈ້ງຕໍ່ເຈົ້າໜ້າທີ່ຢ່າງຮີບດ່ວນ ຫຼື ສາມາດໂທແຈ້ງສາຍດ່ວນ 1533 ສູນຕ້ານການຫຼອກລວງທາງອອນລາຍ.

ຕຳຫລວດລາວນຳສົ່ງຜູ້ຖືກຫາສັນຊາດໄທລັກລອບເປີດເວບພະນັນອອນລາຍ 100 ກວ່າຄົນ ໃຫ້ທາງການໄທ ນໍາໄປດໍາເນີນຄະດີຕາມລະບຽບກົດໝາຍ · ຮູບທີ 6
ຕຳຫລວດລາວນຳສົ່ງຜູ້ຖືກຫາສັນຊາດໄທລັກລອບເປີດເວບພະນັນອອນລາຍ 100 ກວ່າຄົນ ໃຫ້ທາງການໄທ ນໍາໄປດໍາເນີນຄະດີຕາມລະບຽບກົດໝາຍ · ຮູບທີ 7
ຕຳຫລວດລາວນຳສົ່ງຜູ້ຖືກຫາສັນຊາດໄທລັກລອບເປີດເວບພະນັນອອນລາຍ 100 ກວ່າຄົນ ໃຫ້ທາງການໄທ ນໍາໄປດໍາເນີນຄະດີຕາມລະບຽບກົດໝາຍ · ຮູບທີ 8

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 56 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່