
ຮ່ວມເປັນກຳລັງໃຈໃຫ້ທີມງານກູ້ໄພ ຈາກພີ່ນ້ອງຝັ່ງໄທ ເດີນທາງຮ່ວມພາລະກິດຊ່ວຍປະຊາຊົນ 7 ຄົນຕິດຖໍ້າ ຢູ່ເມືອງລ້ອງແຈ້ງ ແຂວງໄຊສົມບູນ
J
ໂດຍ Jenjila
· 6 ເດືອນ ກ່ອນອ່ານ 1 ນາທີ54 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຊາຍ
0:00 / 0:58


ວັນທີ 24 ພຶດສະພາ 2026 ເປັນມື້ທີ 5 ກັບພາລະກິດ ຊ່ວຍປະຊາຊົນຕິດຖໍ້າ ຢູ່ເມືອງລ້ອງແຈ້ງແຂວງໄຊສົມບູນເຫດເກີດວັນທີ 20 ພຶດສະພາ 2026 ມີປະຊາຊົນເຂົ້າຖ້ຳເພື່ອໄປຂຸດຄຳ ຈຳນວນ 7 ຄົນ ແລ້ວຕິດຢູ່ໃນຖ້ຳອອກມາບໍ່ໄດ້ ຍ້ອນຝົນຕົກໜັກ ແລະ ເຮັດໃຫ້ນ້ຳຝົນໄຫລເຂົ້າຖ້ຳຈຳນວນຫລາຍ ເຮັດອອກມາບໍ່ໄດ້.

ຜູ້ທີ່ຕິດຢູ່ໃນຖ້ຳດັ່ງກ່າວມີ: ປະຊາຊົນບ້ານນ້ຳຜາໃຫຍ່ 3 ຄົນ, ບ້ານພັນໄຊ 3 ຄົນ, ຫລວງພັນໄຊ 1 ຄົນ. ປັດຈຸບັນເຈົ້າໜ້າທີ່ ແລະ ປະຊາຊົນພາຍໃນບ້ານໄດ້ຊ່ວຍກັນເອົາຈັກມາດູດນ້ຳອອກ ແຕ່ຍັງບໍ່ສາມາດເຂົ້າໄປໄປຊ່ວຍພວກກ່ຽວບໍ່ໄດ້.



ປັດຈຸບັນ, ມີຫລາຍພາກສ່ວນເຂົ້າຮ່ວມພາລະກິດ ລວມທັງທີມງານຊ່ຽວຊານຈາກພີ່ນ້ອງຝັ່ງໄທ.
ພາບ: Manat K Artmongkron
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານແລ້ວ 54 ຄັ້ງແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/9842
‹ ກັບໄປໝວດຂ່າວພາຍໃນ
ອ່ານຕໍ່













