ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເກີດເຫດຊາຍລຶກລັບສີດພົ່ນສານເຄມີ ພາຍໃນຫ້າງດັງ “ກິນຊາ ຊິກຊ໌” ຢູ່ໂຕກຽວປະເທດຍີ່ປຸ່ນ ໄດ້ຮັບບາດເຈັບ 25 ຄົນ

ໂດຍ Jenjilaອັບເດດ
· 6 ເດືອນ ກ່ອນອ່ານ 1 ນາທີ50 ຄັ້ງ
ເກີດເຫດຊາຍລຶກລັບສີດພົ່ນສານເຄມີ ພາຍໃນຫ້າງດັງ “ກິນຊາ ຊິກຊ໌” ຢູ່ໂຕກຽວປະເທດຍີ່ປຸ່ນ ໄດ້ຮັບບາດເຈັບ 25 ຄົນ
ADadvertisement
ADadvertisement
ADadvertisement
ເກີດເຫດຊາຍລຶກລັບສີດພົ່ນສານເຄມີ ພາຍໃນຫ້າງດັງ “ກິນຊາ ຊິກຊ໌” ຢູ່ໂຕກຽວປະເທດຍີ່ປຸ່ນ ໄດ້ຮັບບາດເຈັບ 25 ຄົນ

ເກີດເຫດຊາຍຄົນໜຶ່ງ ສີດພົ່ນສານເຄມີບໍ່ຊາບຊະນິດ ພາຍໃນສູນການຄ້າສຸດຫຼູ “ກິນຊາ ຊິກຊ໌” (Ginza Six) ຍ່ານກິນຊາ ໃຈກາງນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເມື່ອຊ່ວງທ່ຽງຂອງວັນທີ 25 ພຶດສະພາ ສົ່ງຜົນໃຫ້ມີປະຊາຊົນ 25 ຄົນ ມີອາການລະຄາຍເຄືອງຄໍ ແລະ ບໍ່ສະບາຍຕົນຕົວ ໂດຍໃນນັ້ນມີ 19 ຄົນ ຖືກນຳຕົວສົ່ງໂຮງໝໍ ແຕ່ທັງໝົດຍັງມີສະຕິຮູບສຶກຕົວດີ.

ເກີດເຫດຊາຍລຶກລັບສີດພົ່ນສານເຄມີ ພາຍໃນຫ້າງດັງ “ກິນຊາ ຊິກຊ໌” ຢູ່ໂຕກຽວປະເທດຍີ່ປຸ່ນ ໄດ້ຮັບບາດເຈັບ 25 ຄົນ · ຮູບທີ 2

ກົມຕຳຫຼວດນະຄອນຫຼວງໂຕກຽວ ລະບຸວ່າ: ຜູ້ກໍ່ເຫດເປັນຊາຍ ໄດ້ສີດພົ່ນສະເປຣ (Spray) ຢູ່ບໍລິເວນຕູ້ເອທີເອັມ (ATM) ຂອງທະນາຄານ ທີ່ຕັ້ງຢູ່ຊັ້ນ 1 ຂອງອາຄານ ຈາກນັ້ນໄດ້ຫຼົບໜີໄປ. ເຊິ່ງໃນເວລານີ້ ເຈົ້າໜ້າທີ່ພວມຢູ່ໃນລະຫວ່າງການເລັ່ງຕິດຕາມຕົວ ແລະ ສືບສວນສອບສວນໃນຄະດີທຳຮ້າຍຮ່າງກາຍ.

ເກີດເຫດຊາຍລຶກລັບສີດພົ່ນສານເຄມີ ພາຍໃນຫ້າງດັງ “ກິນຊາ ຊິກຊ໌” ຢູ່ໂຕກຽວປະເທດຍີ່ປຸ່ນ ໄດ້ຮັບບາດເຈັບ 25 ຄົນ · ຮູບທີ 3

ຜູູ້ເຫັນເຫດການໃນທີ່ເກີດເຫດ ເປີດເຜີຍວ່າ: ພາຍໃນອາຄານມີກິ່ນສະຫລຸນ (ກິ່ນເໝັນຄັ່ງ) ຢ່າງຮຸນແຮງ ຜູ້ຄົນພາກັນໄອ ແລະ ເອົາມືອັດປາກ ບາງຄົນມີອາການແສບຄໍ, ລະຄາຍເຄືອງຄໍ ແລະ ມີອາການຄ້າຍຄືມຶນຊາ. ຫຼັງເກີດເຫດ ເຈົ້າໜ້າທີ່ດັບເພີງໃນຊຸດປ້ອງກັນສານອັນຕະລາຍ ໄດ້ເຂົ້າກວດສອບ ແລະ ອົບພະຍົບຜູ້ຄົນອອກຈາກພື້ນທີ່ໃນທັນທີ.

ADadvertisement
ADadvertisement
ADadvertisement
ເກີດເຫດຊາຍລຶກລັບສີດພົ່ນສານເຄມີ ພາຍໃນຫ້າງດັງ “ກິນຊາ ຊິກຊ໌” ຢູ່ໂຕກຽວປະເທດຍີ່ປຸ່ນ ໄດ້ຮັບບາດເຈັບ 25 ຄົນ · ຮູບທີ 4
ເກີດເຫດຊາຍລຶກລັບສີດພົ່ນສານເຄມີ ພາຍໃນຫ້າງດັງ “ກິນຊາ ຊິກຊ໌” ຢູ່ໂຕກຽວປະເທດຍີ່ປຸ່ນ ໄດ້ຮັບບາດເຈັບ 25 ຄົນ · ຮູບທີ 5

ເກີດເຫດຊາຍລຶກລັບສີດພົ່ນສານເຄມີ ພາຍໃນຫ້າງດັງ “ກິນຊາ ຊິກຊ໌” ຢູ່ໂຕກຽວປະເທດຍີ່ປຸ່ນ ໄດ້ຮັບບາດເຈັບ 25 ຄົນ · ຮູບທີ 6

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 50 ຄັ້ງ
‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່