ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ WHO ​ເປີດ​ເຜີຍ ຈຳນວນຜູ້ທີ່ສົງໄສ​ຕິດ​ເຊື້ອ​ອີ​ໂບລາ​ໃນກົງໂກ ​​ເພີ່ມ​ຂຶ້ນຫຼາຍກວ່າ 900 ຄົນ

ໂດຍ Jenjila
· 6 ເດືອນ ກ່ອນອ່ານ 2 ນາທີ53 ຄັ້ງ
ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ WHO ​ເປີດ​ເຜີຍ ຈຳນວນຜູ້ທີ່ສົງໄສ​ຕິດ​ເຊື້ອ​ອີ​ໂບລາ​ໃນກົງໂກ ​​ເພີ່ມ​ຂຶ້ນຫຼາຍກວ່າ 900 ຄົນ
ADadvertisement
ADadvertisement
ADadvertisement
ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ WHO ​ເປີດ​ເຜີຍ ຈຳນວນຜູ້ທີ່ສົງໄສ​ຕິດ​ເຊື້ອ​ອີ​ໂບລາ​ໃນກົງໂກ ​​ເພີ່ມ​ຂຶ້ນຫຼາຍກວ່າ 900 ຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 25 ພຶດສະພາ ຜ່ານມາວ່າ: ທ່ານ ທີໂດຣສ ອັດຮານອມ ກີເບຣເຢຊຸສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ໄດ້ເປີດເຜີຍວ່າ, ສາທາລະນະລັດ ປະຊາທິປະໄຕ ກົງໂກ ຫຼື DRC ໄດ້ລາຍງານຈຳນວນຜູ້ທີ່ສົງໃສວ່າເປັນພະຍາດອີໂບລາຫຼາຍກວ່າ 900 ຄົນ, ໂດຍມີກໍລະນີທີ່ຢືນຢັນແລ້ວ 101 ຄົນ. ເຈົ້າໜ້າທີ່ໄດ້ເພີ່ມທະວີມາດຕະການເຝົ້າລະວັງເພື່ອຕ້ານການແຜ່ລະບາດຂອງພະຍາດອີໂບລາ.

ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ WHO ​ເປີດ​ເຜີຍ ຈຳນວນຜູ້ທີ່ສົງໄສ​ຕິດ​ເຊື້ອ​ອີ​ໂບລາ​ໃນກົງໂກ ​​ເພີ່ມ​ຂຶ້ນຫຼາຍກວ່າ 900 ຄົນ · ຮູບທີ 2

ທ່ານ ທີໂດຣສ ໄດ້ໂພສໃນ X ວ່າ: ແຂວງອິຕູຣີ ເປັນຈຸດໃຈກາງຂອງການລະບາດ, ມີປະຊາຊົນເກືອບ 5 ລ້ານຄົນທີ່ອາໄສຢູ່ທ່າມກາງຄວາມຂັດແຍ້ງ, ໂດຍ 1 ໃນ 4 ຄົນຕ້ອງການຄວາມຊ່ວຍເຫຼືອດ້ານມະນຸດສະທຳ ແລະ 1 ໃນ 5ຄົນ ແມ່ນຜູ້ອົບພະຍົບພາຍໃນປະເທດ.

ຄວາມຮຸນແຮງກຳລັງບັງຄັບໃຫ້ປະຊາຊົນຕ້ອງຫຼົບໜີ ຊຶ່ງລວມທັງພະນັກງານແພດ ແລະ ພະນັກງານມະນຸດສະທຳ. ສິ່ງນີ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຄວາມພະຍາຍາມໃນການຂະຫຍາຍການຕິດຕາມຜູ້ສຳຜັດພະຍາດອີໂບລາ ແລະ ກວດຫາການຕິດເຊື້ອແຕ່ຫົວທີເພື່ອໃຫ້ການດູແລທີ່ເໝາະສົມ. ໃນຂະນະທີ່ຄວາມບໍ່ປອດໄພ ແລະ ຄວາມຢ້ານກົວທີ່ເກີດຂຶ້ນຢ່າງຕໍ່ເນື່ອງກຳລັງເຮັດໃຫ້ເກີດຄວາມບໍ່ໄວ້ວາງໃຈພາຍໃນຊຸມຊົນເຊັ່ນກັນ.

ADadvertisement
ADadvertisement
ADadvertisement
ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ WHO ​ເປີດ​ເຜີຍ ຈຳນວນຜູ້ທີ່ສົງໄສ​ຕິດ​ເຊື້ອ​ອີ​ໂບລາ​ໃນກົງໂກ ​​ເພີ່ມ​ຂຶ້ນຫຼາຍກວ່າ 900 ຄົນ · ຮູບທີ 3

ທ່ານ ທີໂດຣສ ກ່າວວ່າ: WHO ແລະ ຄູ່ຮ່ວມງານດ້ານສາທາລະນະສຸກຍັງສືບຕໍ່ເຮັດວຽກໃນແຂວງອິຕູຣີ, ລວມທັງໃນເຂດທີ່ເຂົ້າເຖິງຍາກ ແລະ ອັນຕະລາຍທີ່ສຸດ ທີ່ມີຫຼາຍຊຸມຊົນກຳລັງປະເຊີນກັບໄພຂົ່ມຂູ່ຈາກທັງພະຍາດອີໂບລາ ແລະ ພະຍາດອື່ນໆ, ພ້ອມທັງຊີ້ໃຫ້ເຫັນວ່າການບໍລິການດ້ານສຸຂະພາບທີ່ສົມບູນແບບແມ່ນມີຄວາມຈຳເປັນ ບໍ່ພຽງແຕ່ເພື່ອຕອບສະໜອງຄວາມຕ້ອງການດ້ານສຸຂະພາບທີ່ຮີບດ່ວນເທົ່ານັ້ນ, ແຕ່ຍັງເພື່ອສ້າງຄວາມໄວ້ວາງໃຈ ຊຶ່ງມີຄວາມສຳຄັນຕໍ່ການຕໍ່ສູ້ກັບພະຍາດອີໂບລາຢ່າງມີປະສິດທິພາບ.

ນອກຈາກນັ້ນ, ໃນວັນທີ 16 ພຶດສະພາ ຜ່ານມາ, ທ່ານ ທີໂດຣສ ໄດ້ປະກາດການລະບາດຂອງພະຍາດອີໂບລາທີ່ເກີດຈາກເຊື້ອໄວຣັດ Bundibugyo ໃນສາທາລະນະລັດ ປະຊາທິປະໄຕ ກົງໂກ ແລະ ອູກັນດາ ເປັນພາວະສຸກເສີນດ້ານສາທາລະນະສຸກສາກົນ (PHEIC) ແລະ ຕໍ່ມາ, ໃນວັນທີ 22 ພຶດສະພາ, ອົງການດັ່ງກ່າວໄດ້ປັບປຸງການປະເມີນຄວາມສ່ຽງຂອງເຊື້ອໄວຣັດໃຫ້ເປັນ “ສູງຫຼາຍ” ໃນລະດັບຊາດ, ໃນຂະນະທີ່ຍັງຄົງຢູ່ໃນລະດັບ “ສູງ” ໃນພາກພື້ນ ແລະ “ຕໍ່າ” ໃນທົ່ວໂລກ.

ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ WHO ​ເປີດ​ເຜີຍ ຈຳນວນຜູ້ທີ່ສົງໄສ​ຕິດ​ເຊື້ອ​ອີ​ໂບລາ​ໃນກົງໂກ ​​ເພີ່ມ​ຂຶ້ນຫຼາຍກວ່າ 900 ຄົນ · ຮູບທີ 4

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 53 ຄັ້ງ
‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່