ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ແຂວງຈໍາປາສັກ ກັກຕົວເປົ້າໝາຍ ພ້ອມຂອງກາງ 22.000 ກວ່າເມັດ

ໂດຍ Pele
· 6 ເດືອນ ກ່ອນອ່ານ 1 ນາທີ64 ຄັ້ງ
ປກສ ແຂວງຈໍາປາສັກ ກັກຕົວເປົ້າໝາຍ ພ້ອມຂອງກາງ 22.000 ກວ່າເມັດ
ADadvertisement
ADadvertisement
ADadvertisement

ອີງຕາມການລາຍງານຂອງເຈົ້າໜ້າທີ່ ພະແນກຕຳຫຼວດສະກັດກັ້ນແລະຕ້ານຢາເສບຕິດ ປກສ ແຂວງຈໍາປາສັກໃຫ້ຮູ້ວ່າ : ໃນວັນທີ 5 ພຶດສະພາ 2026 ເຈົ້າໜ້າທີ່ ວິຊາສະເພາະ ປກສ ເມືອງ ບາຈຽງຈະເລີນສຸກ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງເມືອງຊະນະສົມບູນ ແຂວງ ຈຳປາສັກ ເຂົ້າມ້າງ ຈຸດມົ້ວສຸມເສບຢາ ແລະ ຄ້າຂາຍຢາເສບຕິດ ຢູ່ບ້ານວັງເວີນ ເມືອງຊະນະສົມບູນ ແຂວງຈຳປາສັກ ສາມາດກັກ ຕົວຜູ້ຖືກຫາຫາໄດ້ 3 ຄົນຍິງ 1 ຄົນ ຄື:

ປກສ ແຂວງຈໍາປາສັກ ກັກຕົວເປົ້າໝາຍ ພ້ອມຂອງກາງ 22.000 ກວ່າເມັດ

+ ທ້າວ ວອນທະວີ ອາຍຸ 23 ປີ ຢູ່ບ້ານ ວັງເວີນ ເມືອງ ຊະນະສົມບູນ.

+ ທ້າວ ລອຍ ອາຍຸ 28 ປີ ຢູ່ບ້ານ ໜອງໃນ ເມືອງ ຊະນະສົມບູນ.

ADadvertisement
ADadvertisement
ADadvertisement

+ ນາງ ຫຼ້າ ອາຍຸ 23 ປີ ຢູ່ບ້ານ ວັງເວີນ ເມືອງ ຊະນະສົມບູນ

ພ້ອມທັງຍຶດເຄື່ອງຂອງກາງ ຢາບ້າ ຈຳນວນຈໍານວນ 4.167 ເມັດ, ຢາເຄ 1 ຖົງນ້ອຍ, ຄໍລາເຈນ 6 ຊອງ, ຢາສູບໄຟຟ້າ 3 ອັນ, ໃບກະທ້ອມ 2,5 ກິໂລ, ນໍ້າຢາດີໄອ ດາທີຊີນ 64 ຂວດ, ລົດຈັກ 1 ຄັນ, ໂທລະສັບ 3 ໜ່ວຍ, ລູກປືນ 9 ມມ ຈໍານວນ 24 ລູກ.

ຈາກນັ້ນ ຈຶ່ງໄດ້ມອບໃຫ້ພວກກ່ຽວໃຫ້ ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ຈຳປາສັກ ສືບສວນ-ສອບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ແລະ ສາມາດກັກຕົວເປົ້າໝາຍໄດ້ເພີ່ມອີກ 2 ຄົນ ຍິງ 1 ຄົນ ຄື:

ປກສ ແຂວງຈໍາປາສັກ ກັກຕົວເປົ້າໝາຍ ພ້ອມຂອງກາງ 22.000 ກວ່າເມັດ · ຮູບທີ 2

+ ທ້າວ ເໜີຍ ອາຍຸ 50 ປີ ຢູ່ບ້ານນໍ້າພ້າວ ເມືອງຄຳເກີດ ແຂວງ ບໍລິຄຳໄຊ.

ປກສ ແຂວງຈໍາປາສັກ ກັກຕົວເປົ້າໝາຍ ພ້ອມຂອງກາງ 22.000 ກວ່າເມັດ · ຮູບທີ 3

+ ນາງ ບຸນທັນ ອາຍຸ 31 ປີ ຢູ່ບ້ານອຸດົມສຸກ ເມືອງນາກາຍ ແຂວງຄໍາມ່ວນ ພ້ອມຂອງກາງ ຢາເສບຕິດ ຢາບ້າ 18.001 ເມັດ, ໂທລະສັບ 2 ໜ່ວຍ, ລົດໃຫ່ຍ 1 ຄັນ ທະບຽນ: 6979 ສະຫັວນນະເຂດ.

ປັດຈຸບັນຄະດີແມ່ນຢູ່ຂັ້ນຕອນການດໍາເນີນສືບສວນ-ສອບສວນຂອງເຈົ້າໜ້າທີ່ວິຊາສະເພາະເພື່ອຊອກຫາຜູ້ຮ່ວມຂະບວນການຄ້າຂາຍຢາເສບຕິດມາລົງໂທດຕາມລະບຽບກົດໝາຍ.

ຂ່າວ: ປກສ ແຂວງຈໍາປາສັກ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 64 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່