ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສປ ຈີນ ຕັ້ງເປົ້າເພີ່ມອັດຕາການ ຣີໄຊເຄີນ ຂີ້ເຫຍື້ອ ໃນຕົວເມືອງ ໃຫ້ຫລາຍກວ່າ 76% ພາຍໃນປີ 2030

ໂດຍ Pele
· 6 ເດືອນ ກ່ອນອ່ານ 1 ນາທີ51 ຄັ້ງ
ສປ ຈີນ ຕັ້ງເປົ້າເພີ່ມອັດຕາການ ຣີໄຊເຄີນ ຂີ້ເຫຍື້ອ ໃນຕົວເມືອງ ໃຫ້ຫລາຍກວ່າ 76% ພາຍໃນປີ 2030
ADadvertisement
ADadvertisement
ADadvertisement

ສຳນັກຂ່າວ ຊິນຮວາ ຂອງສປ ຈີນ, ວັນທີ 25ພຶດສະພານີ້,ກະຊວງການເຄຫາ ແລະ ການພັດທະນາ ຕົວເມືອງ ແລະ ຊົນນະບົດຂອງ ສປ ຈີນ ເປີດເຜີຍວ່າ: ສປ ຈີນ ຕັ້ງເປົ້າໝາຍ ທີ່ຈະ ເພີ່ມ ອັດຕາການ ຣີໄຊເຄີນ ຂີ້ເຫຍື້ອໃນຄົວເຮືອນໃນຕົວເມືອງ ໃຫ້ຫລາຍກວ່າ 76% ພາຍໃນ ທ້າຍປີ 2030.ການປະກາດ ເປົ້າໝາຍນີ້ ສອດຄ່ອງກັບ ການເປີດຕົວ ສັບປະດາ ຄັດແຍກ ຂີ້ເຫຍື້ອ ໃນຄົວເຮືອນ ໃນຕົວເມືອງ ແຫ່ງຊາດ ຄັ້ງທີ 4 ຂອງ ສປ ຈີນ ເຊິ່ງຈະດຳເນີນໄປ ຕັ້ງແຕ່ວັນທີ 25-31 ພຶດສະພາ. ກະຊວງ ຄຸ້ມຄອງ ສິ່ງເສດເຫລືອ ໄດ້ຈັດກອງປະຊຸມ ລະດັບຊາດ ກ່ຽວກັບ ການຄັດ ແຍກຂີ້ເຫຍື້ອ ໃນຕົວເມືອງ ທີ່ນະຄອນຫລວງ ປັກກິ່ງ.ໃນປີນີ້, ທາງໜ່ວຍ ງານດັ່ງກ່າວ ຈະສືບຕໍ່ ຊຸກຍູ້ເປົ້າໝາຍ ຂອງການຄັດແຍກ ແລະ ຫລຸດ ຜ່ອນ ສິ່ງເສດເຫລືອ, ການນຳໃຊ້ ສິ່ງເສດ ເຫລືອຄືນໃໝ່, ແລະ ການກຳ ຈັດສິ່ງເສດເຫລືອ ຢ່າງປອດໄພ, ໃນຂະນະ ດຽວກັນ ກໍ່ປັບປຸງຂອບ ນະໂຍ ບາຍ ເພື່ອຄວບຄຸມ ແລະ ຄຸ້ມຄອງ ວັດສະດຸ ຣີໄຊເຄີນ ໃຫ້ມີປະສິດທິພາບ ຫລາຍຂຶ້ນ ແລະ ເພີ່ມອັດ ຕາການຟື້ນຟູ ສິ່ງເສດເຫລືອ.ສິ່ງນີ້ ມີຈຸດປະສົງ ເພື່ອຊຸກຍູ້ ການພັດທະນາ ຕົວເມືອງ ທີ່ມີຄຸນນະພາບ ແລະ ກ້າວໄປສູ່ເປົ້າ ໝາຍ ໃນການສ້າງ “ປະເທດຈີນ ທີ່ສວຍງາມ”.ຮອດທ້າຍປີ 2025, ສປ ຈີນ ມີໂຮງງານເຜົາຂີ້ເຫຍື້ອ 1.137 ແຫ່ງທົ່ວປະເທດ, ໂດຍມີກຳລັງ ຈັດການຂີ້ ເຫຍື້ອ ລວມກັນ 1.18 ລ້ານໂຕນ ຕໍ່ວັນ.ຂະນະທີ່ ມີ 15 ພາກພື້ນ ລະດັບ ແຂວງ, ລວມທັງ ປັກກິ່ງ, ເຈີ້ຈຽງ ແລະ ຊານຕົງ, ໄດ້ຫລຸດຜ່ອນ ປະລິມານ ຂີ້ເຫຍື້ອ ໃນຄົວເຮືອນ ທີ່ຕ້ອງການ ການຖິ້ມລົງ ເຫລືອສູນ ຢ່າງສຳເລັດຜົນ ແລະ ຍັງໄດ້ບັນລຸມາດຕະຖານ ການຄວບຄຸມ ມົນລະພິດ ທີ່ເຂັ້ມງວດ ທີ່ສຸດໃນໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 51 ຄັ້ງ
‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່