ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ງານພົບປະລະຫວ່າງ ອະດີດນັກຮຽນ ໂຮງຮຽນນ້ອງນ້ອຍ 67 ໜານໜິງ ແລະ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ

ໂດຍ Pele
· 6 ເດືອນ ກ່ອນອ່ານ 3 ນາທີ110 ຄັ້ງ
ງານພົບປະລະຫວ່າງ ອະດີດນັກຮຽນ ໂຮງຮຽນນ້ອງນ້ອຍ 67 ໜານໜິງ ແລະ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ
ADadvertisement
ADadvertisement
ADadvertisement

ວັນທີ 27 ພຶດສະພາ 2026, ສະມາຄົມ 67 ຊ່ວຍເຫຼືອກັນ ແລະ ພັດທະນາສັງຄົມ ຈັດງານພົບປະ ລະຫວ່າງ ອະ ດີດນັກຮຽນ ໂຮງຮຽນນ້ອງນ້ອຍ 67 ໜານໜິງ ກັບ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ເພື່ອເປັນສະເຫຼີມສະ ຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ( 25 ເມສາ 1961-25 ເມສາ 2026 ) ແລະ ປີມິດ ຕະພາບ ລາວ-ຈີນ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ທັງເປັນອະດີດນັກຮຽນໂຮງຮຽນນ້ອງນ້ອຍ 67, ມີ ທ່ານ ຮອ ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ສສກ, ມີ ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ນາງ ສົມສະນິດ ແກ້ວດວງດີ ປະທານສະມາຄົມ 67 ຊ່ວຍເຫຼືອກັນ ແລະ ພັດທະນາສັງຄົມ, ທ່ານ ນາງ ຫຼູ ຊີນໜິງ ຮອງປະທານເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ, ມີຮອງປະທານສະຫະພັນກໍາ ມະບານກວາງຊີ, ການນໍາພັກ-ລັດ, ອະດີດຄູສອນ, ແພດໝໍຈີນ, ຮອງອໍານວຍການ ບໍລິສັດ ການລົງທຶນກວາງຊີ ກຣຸບ ຈໍາກັດ, ປະທານສະມາຄົມຄົນກວາງຊີ ແລະ ປະ ທານສະພາການຄ້າກວາງຊີ, ພ້ອມດ້ວຍອະດີດນັກຮຽນໂຮງຮຽນນ້ອງນ້ອຍ 67 ເຂົ້າຮ່ວມ.

ງານພົບປະລະຫວ່າງ ອະດີດນັກຮຽນ ໂຮງຮຽນນ້ອງນ້ອຍ 67 ໜານໜິງ ແລະ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ

ໂອກາດນີ້,ທ່ານ ນາງ ສົມສະນິດ ແກ້ວດວງດີ ໄດ້ກ່າວ ເຖິງປະຫວັດຄວາມເປັນມາ ຂອງອະດີດພະນັກງານ ແລະ ນັກຮຽນ ໂຮງຮຽນນ້ອງນ້ອຍ 67 ໜານໜິງ ໄລຍະແຕ່ປີ 1967-1976. ເຊີ່ງທ່ານ ໄດ້ໃຫ້ຮູ້ວ່າ: ພາຍຫຼັງສາຍພົວພັນການທູດ ລາວ-ຈີນ ໄດ້ສ້າງຕັ້ງຂື້ນ ໃນວັນທີ 25 ເມສາ 1961 ເພື່ອສ້າງສາຍພົວພັນໄມຕີຈິດມິຕະພາບ ແລະ ຊ່ວຍ ເຫຼືອກັນທາງດ້ານການເມືອງ,ເສດຖະກິດ,ວັດທະນະທໍາ- ສັງຄົມ ແລະອື່ນໆ, ລັດຖະບານ ສປ ຈີນ ຈຶ່ງໄດ້ສ້າງໂຮງ ຮຽນໃຫ້ເດັກນ້ອຍລາວ ຢູ່ເມືອງໜານໜິງ ແຂວງກວາງຊີ ສປ ຈີນ ໃນປີ 1967 ເພື່ອເປັນບ່ອນສິດສອນ-ຮໍ່າຮຽນຊັ້ນປະຖົມ ຫຼັກສູດພາສາລາວ ໃຫ້ແກ່ລູກຫຼານການປະຕິວັດລາວ ເຊີ່ງໃນຕອນນັ້ນ ມີພະນັກງານ ແລະ ນັກຮຽນລາວທັງໝົດ 1.074 ຄົນ.

ງານພົບປະລະຫວ່າງ ອະດີດນັກຮຽນ ໂຮງຮຽນນ້ອງນ້ອຍ 67 ໜານໜິງ ແລະ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ · ຮູບທີ 2

ຕະຫຼອດໄລຍະ 10 ປີ ລູກຫຼານການປະຕິວັດລາວ ໄດ້ຮັບການເບີ່ງແຍງເປັນຢ່າງດີ ມັນໄດ້ກາຍເປັນຄວາມຊົງຈໍາທີ່ຝັງຢູ່ໃນໃຈຢ່າງບໍ່ມີວັນລືມໄດ້; ຜ່ານການຊຸບຫຼ່ໍຈາກໂຮງ ຮຽນນ້ອງນ້ອຍ 67 ແຫ່ງນັ້ນ,ປັດຈຸບັນ ນັກຮຽນເຫຼົ່ານັ້ນໄດ້ກາຍເປັນພະນັກງານສືບທອດພາລະກິດປະຕິວັດ, ກາຍ ເປັນພະນັກງານການນໍາໃນລະດັບສູງຫຼາຍທ່ານ. ໃນນັ້ນ, ມີ 14 ທ່ານ ຢູ່ໃນຂັ້ນກໍາມະການສູນກາງພັກ ແລະ ຫຼາຍທ່ານ ກໍເປັນລັດຖະມົນຕີ, ຮອງລັດຖະມົນຕີ, ປະທານ- ຮອງປະທານຄະນະກໍາມະການປົກຄອງແຂວງ, ຫົວໜ້າ- ຮອງຫົວໜ້າກົມ ແລະ ປະທານບໍລິສັດ. ນັບແຕ່ມື້ສ້າງຕັ້ງສາຍພົວພັນ ລະຫວ່າງ ອະດີດພະນັກງານ ແລະ ນັກຮຽນ ໂຮງຮຽນນ້ອງນ້ອຍ 67 ກັບ ເຂດປົກຄອງຕົນເອງ ເຜົ່າຈ້ວງກວງຊີ ກໍນັບມື້ສະໜິດແໜ້ນຍິ່ງຂຶ້ນ.

ADadvertisement
ADadvertisement
ADadvertisement
ງານພົບປະລະຫວ່າງ ອະດີດນັກຮຽນ ໂຮງຮຽນນ້ອງນ້ອຍ 67 ໜານໜິງ ແລະ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ · ຮູບທີ 3

ສໍາລັບແຜນໃນຕໍ່ໜ້າ, ສະມາຄົມ 67 ຊ່ວຍເຫຼືອກັນ ແລະ ພັດທະນາສັງຄົມ ທີ່ຈະໄດ້ຮ່ວມມືກັບ ສປ ຈີນ ເວົ້າສະເພາະ ແມ່ນຮ່ວມມືກັບເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ຈະໄດ້ສືບຕໍ່ໃຫ້ທຶນການສຶກສາຊັ້ນປະລິນຍາຕີ ແລະ ປະລິນຍາໂທ ທີ່ແຂວງກວາງຊີ, ສືບຕໍ່ໄປທັດສະນະ ແລະ ຢ້ຽມຢາມກວາງຊີ, ສືບຕໍ່ພົວພັນການຢ້ຽມຢາມອະ ດີດນັກຮຽນນ້ອງນ້ອຍ 67 ຢູ່ແຕ່ລະແຂວງ ຂອງ ສປປ ລາວ ແລະ ຊ່ວຍອຸປະກອນການສຶກສາໃຫ້ແກ່ນັກຮຽນທີ່ຂາດເຂີນ ໃນ ສປປ ລາວ.ນອກຈາກນີ້, ຍັງມີແຜນຈະສ້າງຫໍມູນເຊື້ອ,ໂຮງຮຽນ 67 ແຫ່ງທີ່ສອງ ທີ່ນະຄອນຫຼວງວຽງ ຈັນ ແລະ ສ້າງສາລະຄະດີປະຫວັດມູນເຊື້ອ ລາວ-ຈີນ.

ງານພົບປະລະຫວ່າງ ອະດີດນັກຮຽນ ໂຮງຮຽນນ້ອງນ້ອຍ 67 ໜານໜິງ ແລະ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ · ຮູບທີ 4

ພ້ອມດຽວກັນນັ້ນ, ໃນພິທີ ຍັງໄດ້ມອບໃບກຽດຕິຄຸນໃຫ້ພາກສ່ວນອຸປະຖໍາການຈັດງານຄັ້ງນີ້ ໂດຍເປັນກຽດມອບຂອງ ທ່ານ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະ ນະພົວພັນຕ່າງປະເທດ ສູນກາງພັກ.

ງານພົບປະລະຫວ່າງ ອະດີດນັກຮຽນ ໂຮງຮຽນນ້ອງນ້ອຍ 67 ໜານໜິງ ແລະ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ · ຮູບທີ 5

ຈາກນັ້ນ, ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມກັນ ວ່າດ້ວຍການຮ່ວມມື ລະຫວ່າງ ສະມາຄົມ 67 ຊ່ວຍເຫຼືອກັນ ແລະ ພັດທະນາສັງຄົມ ກັບ ບໍລິສັດການລົງທຶນກວາງຊີ ກຣຸບ ຈໍາກັດ,ໂດຍມີ ແຂກຖືກເຊີນ ຮ່ວມເປັນສັກຂີພິຍານ.

ງານພົບປະລະຫວ່າງ ອະດີດນັກຮຽນ ໂຮງຮຽນນ້ອງນ້ອຍ 67 ໜານໜິງ ແລະ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ · ຮູບທີ 6

ຂ່າວ: ສັນຕິສຸກ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 110 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່