ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສານປະຊາຊົນ ແຂວງຜົ້ງສາລີ ຕັດສິນຈຳເລີຍ 2 ຄົນ ຕະຫຼອດຊີວິດ 1 ຄົນ ແລະ ຈໍາຄຸກ 13 ປີ 1 ຄົນ.

ໂດຍ Pele
· 6 ເດືອນ ກ່ອນອ່ານ 1 ນາທີ78 ຄັ້ງ
ສານປະຊາຊົນ ແຂວງຜົ້ງສາລີ ຕັດສິນຈຳເລີຍ 2 ຄົນ ຕະຫຼອດຊີວິດ 1 ຄົນ ແລະ ຈໍາຄຸກ 13 ປີ 1 ຄົນ.
ADadvertisement
ADadvertisement
ADadvertisement

ຂ່າວຈາກ ປກສ ແຂວງຜົ້ງສາລີ ລາຍງານໃນວັນທີ 1 ມິຖຸນາ 2026 ວ່າ: ໃນທ້າຍອາທິດທີ່ຜ່ານມາ, ສານປະຊາຊົນ ແຂວງຜົ້ງສາລີ ໄດ້ພິຈາລະນາ ແລະ ໄດ້ຕັດສິນລົງໂທດ ຈຳເລີຍ 2 ຄົນໃນຄະດີຢາເສບຕິດ ຄື:

ສານປະຊາຊົນ ແຂວງຜົ້ງສາລີ ຕັດສິນຈຳເລີຍ 2 ຄົນ ຕະຫຼອດຊີວິດ 1 ຄົນ ແລະ ຈໍາຄຸກ 13 ປີ 1 ຄົນ.

1. ທ້າວ ອຸ່ນແກ້ວ ( ຈໍາເລີຍ) ອາຍຸ 48 ປີ, ປະຊາຊົນຢູ່ ບ້ານ ສົມເຮືອງ, ເມືອງຍອດອູ, ແຂວງ ຜົ້ງສາລີ ຖືກກັກຕົວໃນ ວັນທີ 30 ກໍລະກົດ 2025 ໃນຂໍ້ຫາ ຄ້າຂາຍ ແລະ ມີຢາເສບຕິດ(ປະເພດຢາບ້າ) ໄວ້ໃນຄອບຄອງ ແລະ ການຊື້ຂາຍອາວຸດເສິກ ຫຼື ວັດຖຸລະເບີດໂດຍບໍ່ຖືກຕ້ອງຕາມກົດໝາຍ. ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ທ້າວ ອຸ່ນແກ້ວ ( ຈໍາເລີຍ) ໄດ້ຮັບສາລະພາບວ່າ: ຂອງກາງຈໍານວນດັ່ງກ່າວແມ່ນເປັນຂອງຜູ້ກ່ຽວແທ້ ດັ່ງນັ້ນ ສານປະຊາຊົນແຂວງຜົ້ງສາລີ ໄດ້ພິຈາລະນາຕັດສິນ ລົງໂທດຕັດອິດສະຫຼະພາບ ທ້າວ ອຸ່ນແກ້ວ (ຈໍາເລີຍ) ຕະຫຼອດຊີວິດ ແລະ ປັບໃໝ 500.000.000 ກີບ; ໃຫ້ຮີບຂອງກາງຢາບ້າ ຈຳນວນ 27 ຖົງ, ເທົ່າກັບ 5.446 ເມັດ, ນໍ້າໜັກ 544,6 ກຣາມ ແລ້ວສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງທໍາລາຍຖິ້ມຕາມກົດໝາຍ, ຮິບປືນສັ້ນ ຍີ່ຫໍ້ ZOLAKI 01 ກະບອກ ພ້ອມລູກປືນ 11 ລູກ ແລ້ວສົ່ງໃຫ້ພາກສວນທີ່ກ່ຽວຂ້ອງຮັກສາໄວ້ຕາມລະບຽບການ, ຮີບປືນດັດແປງ 01 ກະບອກ ພ້ອມລູກປືນ 05 ລູກ ແລ້ວສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງ.

ສານປະຊາຊົນ ແຂວງຜົ້ງສາລີ ຕັດສິນຈຳເລີຍ 2 ຄົນ ຕະຫຼອດຊີວິດ 1 ຄົນ ແລະ ຈໍາຄຸກ 13 ປີ 1 ຄົນ. · ຮູບທີ 2

2. ທ້າວ ໄສ ອາຍຸ 60 ປີ, ປະຊາຊົນຢູ່ບ້ານ ນໍ້າມາໃຕ້, ເມືອງຂວາ, ແຂວງຜົ້ງສາລີ ( ຈໍາເລີຍ), ຖືກກັກຕົວໃນວັນທີ 24 ກັນຍາ 2025, ມີຄວາມຜິດທາງອາຍາໃນຂໍ້ຫາ: ຄ້າຂາຍ ແລະ ມີຢາເສບຕິດ(ປະເພດຢາບ້າ) ໄວ້ໃນຄອບຄອງ ດັ່ງນັ້ນສານປະຊາຊົນແຂວງຜົ້ງສາລີ ໄດ້ພິຈາລະນາຕັດສິນ ລົງໂທດຕັດອິດສະລະພາບ 13 ປີ ແລະ ປັບໃໝ 150.000.000 ກີບ, ຮີບຂອງກາງ (ປະເພດດຢາບ້າ) ຈໍານວນ 4.531 ເມັດ, ມີນໍ້າໜັກ 453,1 ກຣາມ ສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປທໍາລາຍຖິ້ມຕາມກົດໝາຍ

ADadvertisement
ADadvertisement
ADadvertisement

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 78 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່