ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກວດກາຄວາມສຳເລັດວຽກຂອງໂຄງການຟື້ນຟູ ແລະ ສ້ອມແປງຊົນລະປະທານຫ້ວຍໝາກຮຽວ

ໂດຍ Pele
· 6 ເດືອນ ກ່ອນອ່ານ 2 ນາທີ62 ຄັ້ງ
ກວດກາຄວາມສຳເລັດວຽກຂອງໂຄງການຟື້ນຟູ ແລະ ສ້ອມແປງຊົນລະປະທານຫ້ວຍໝາກຮຽວ
ADadvertisement
ADadvertisement
ADadvertisement

ໃນວັນທີ 4 ພຶດສະພາ 2026 ຄະນະກວດກາໄດ້ລົງກວດກາຄວາມສຳເລັດວຽກ (100%)ຂອງໂຄງການຟື້ນຟູ ແລະ ສ້ອມແປງຊົນລະປະທານຫ້ວຍໝາກຮຽວ, ຄະນະດັ່ງກ່າວນຳໂດຍ ທ່ານ ປອ. ຄຳພະຈັນ ວົງຊະນະ ຫົວໜ້າກົມຊົນລະປະທານ ແລະ ທ່ານ ສົມແພງ ໄຊຍະແສງ ຫົວໜ້າກົມກວດກາ ກະຊວງກະສະກຳ ແລະ ສິ່ງແວດລ້ອມ,ນອກຈາກ ນັ້ນຍັງມີວິຊາການ ແລະ ແຂກທີ່ຖືກເຊີນ ພ້ອມດ້ວຍອຳນາດການປົກຄອງບ້ານເຂົ້າຮ່ວມຢ່າງພ້ອມ ພຽງ.

ກວດກາຄວາມສຳເລັດວຽກຂອງໂຄງການຟື້ນຟູ ແລະ ສ້ອມແປງຊົນລະປະທານຫ້ວຍໝາກຮຽວ

ໃນການລົງຕິດຕາມ ແລະ ກວດກາຂອງຄະນະໃນຄັ້ງນີ້ ທ່ານ ວິໄລສັກ ລາຊາຣັກ ປະທານບໍລິສັດເຊົ່າເທິ້ນສະໂຕນ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງຈໍາກັດ ຜູ້ຮັບເໝົາກໍ່ສ້າງໄດ້ລາຍງານວ່າ: ທີ່ຕັ້ງຂອງໂຄງການແມ່ນຢູ່ເຂດບ້ານ ໝາກຮຽວ, ເມືອງ ປາກງື່ມ, ນະຄອນຫຼວງວຽງຈັນ, ຫ່າງຈາກໃຈກາງນະຄອນຫຼວງ ປະມານ 40 ກິໂລ ແມັດ. ເຊີ່ງໂຄງການມີເປົ້າໝາຍຕິດຕັ້ງຈັກສູບລະບາຍນໍ້າຖ້ວມ ແລະ ເກັບກັກນໍ້າເພື່ອທໍາການຜະລິດໃນລະດູ ແລ້ງ. ເຊີ່ງມີໄລຍະການປະຕິບັດສັນຍາ ແມ່ນ 5 ເດືອນ ແລະ ໄດ້ຂໍຕໍ່ສັນຍາ ອີກ 3 ເດືອນ. ເຊີ່ງປະກອບດວ້ຍ ໜ້າວຽມີດັ່ງນີ້:

ກວດກາຄວາມສຳເລັດວຽກຂອງໂຄງການຟື້ນຟູ ແລະ ສ້ອມແປງຊົນລະປະທານຫ້ວຍໝາກຮຽວ · ຮູບທີ 2

1/ການກະກຽມເຄຼຍພື້ນທີ.

ADadvertisement
ADadvertisement
ADadvertisement

2/ວຽກກໍ່ສ້າງເຮືຶອນຈັກສູບນ້ຳ.

3/ວຽກຕິດຕັ້ງທໍ່ ແລະ ວຽກໄຟຟ້າ.

4/ທຸບມ້າງ ແລະ ກໍ່ສ້າງທາງເບຕົງຄືນໃໝ່.

5/ວຽກຄູກັນນ້ຳຊົ່ວຄາວ.

6/ວຽກປ່ຽນປະຕູນ້ຳຂື້ນລົງ.

7/ ປັບປຸງທາງຂື້ນຂອງປາ;

ມາຮອດປະຈຸບັນບັນດາໜ້າວຽກດັ່ງກ່າວໄດ້ສຳເລັດ 100% ແລະ ພ້ອມໃຊ້ງານ ແລະ ພາຍຫຼັງມີການມອບ-ຮັບແລ້ວມີໄລຍະການຄ້ຳປະກັນວຽກກໍ່ສ້າງທີ່ສຳເລັດແມ່ນ 365 ວັນ.

ກວດກາຄວາມສຳເລັດວຽກຂອງໂຄງການຟື້ນຟູ ແລະ ສ້ອມແປງຊົນລະປະທານຫ້ວຍໝາກຮຽວ · ຮູບທີ 3

ຈາກນັ້ນປະທານບໍລິສັດພ້ອມດ້ວຍວິຊາການໄດ້ນຳພາຄະນະທີມງານດັ່ງກ່າວລົງເບີ່ງພື້ນທີ່ຕົວຈິງ ແລະ ໄດ້ທົດລອງປິດ-ເປີດ ເຄື່ອງຈັກລະບາຍນຳ້ ພ້ອມດວ້ຍອາຄານໂຮງເຮືອນຫົວຈັກດູດນຳ້, ປະຕູລະບາຍນ້ຳ ແລະ ພື້ນທີເທກັນດິນເຈື່ອນປາກປະຕູລະບາຍນຳ້ອີກດ້ວຍ.

ໃນເວລາຕໍ່ມາຄະນະທີມງານກວດກາກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍບໍລິສັດທີ່ໄດ້ປະຕິບັດໜ້າວຽກຈົນສຳເລັດຕາມເວລາທີ່ໄດ້ກຳນົດໄວ້ ແລະ ໄດ້ມີຄຳແນະນຳໂດຍສະເພາະບາງຈຸດຂອງໜ້າວຽກທີ່ເຫັນວ່າມີບາງອັນຕ້ອງໄດ້ມີການສອ້ມແປງຄືນເລັກນ້ອຍ ເພື່ອໃຫ້ໄດ້ຕາມມາດຖານທີ່ທາງໂຄງການອອກແບບໄວ້ໃຫ້ໄດ້ດີທີສຸດອີກດ້ວຍ.

ກວດກາຄວາມສຳເລັດວຽກຂອງໂຄງການຟື້ນຟູ ແລະ ສ້ອມແປງຊົນລະປະທານຫ້ວຍໝາກຮຽວ · ຮູບທີ 4

ພາບ-ຂ່າວໂດຍ: ຂັນວິຈິດ

ພະແນກເຕັກໂນໂລຊີຂໍ້ມູນ-ຂ່າວສານ, ຫ້ອງການກະຊວງກະສິກຳ ແລະ ສິ່ງແວດລ້ອມ.

#ລາຍການກະສິກຳແລະສິ່ງແວດລ້ອມ.

ອອກອາກາດ ທາງໂທລະພາບແຫ່ງຊາດ ຊ່ອງ1:

– ວັນພະຫັດ ເວລາ 17:30-18:00 ໂມງ;

– ວັນສຸກ ເວລາ 14:25-14:55 ໂມງ;

– ວັນອາທິດ ເວລາ 10:00-10:30 ໂມງ.

ອອກອາກາດ ທາງໂທລະພາບແຫ່ງຊາດ ຊ່ອງ3:

– ວັນອາທິດ ເວລາ 6:30-07:00 ໂມງ;

– ວັນອາທິດ ເວລາ 13:10-13:40 ໂມງ;

ທີ່ມາ:ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 62 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່