ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເມືອງຄຳເກີດ ແຂວງບໍລິຄຳໄຊ ອອກແຈ້ງການໃຫ້ປິດຮ້ານບັນເທີງ-ຮ້ານກິນດື່ມອື່ນໆ (ທີ່ຂາຍເຫຼົ້າ-ເບຍ) ໃນໄລຍະສອບເສັງຈົບຊັ້ນ ເລີ່ມວັນທີ 10-12 ມິຖຸນາ 2026 ແລະ 17-19 ມິຖຸນາ 2026

ໂດຍ Jenjila
· 6 ເດືອນ ກ່ອນອ່ານ 1 ນາທີ50 ຄັ້ງ
ເມືອງຄຳເກີດ ແຂວງບໍລິຄຳໄຊ ອອກແຈ້ງການໃຫ້ປິດຮ້ານບັນເທີງ-ຮ້ານກິນດື່ມອື່ນໆ (ທີ່ຂາຍເຫຼົ້າ-ເບຍ) ໃນໄລຍະສອບເສັງຈົບຊັ້ນ ເລີ່ມວັນທີ 10-12 ມິຖຸນາ 2026 ແລະ 17-19 ມິຖຸນາ 2026
ADadvertisement
ADadvertisement
ADadvertisement

ແຈ້ງໃຫ້ປິດຊົ່ວຄາວ ຄະນະກໍາມະການປົກຄອງເມືອງ ຂໍຖືເປັນກຽດແຈ້ງການມາຍັງບັນດາຜູ້ປະກອບການຮ້ານກິນດື່ມ, ບັນເທີງ, ຄາຣາໂອເກະ, ສະນຸກເກີ ແລະ ຮ້ານປີ້ງ-ຕໍາ (ທີ່ຂາຍເຫຼົ້າ-ເບຍ) ພາຍໃນເມືອງຄໍາເກີດ ຊາບວ່າ:

1. ໃຫ້ບັນດາຜູ້ປະກອບການຮ້ານກິນດື່ມ, ຮ້ານບັນເທີງ, ຄາຣາໂອເກະ, ສະນຸກເກີ ແລະ ຮ້ານປີ້ງ ຕໍາ (ທີ່ຂາຍເຫຼົ້າ- ເບຍ) ພາຍໃນເມືອງ ປິດບໍລິການຊົ່ວຄາວ ໃນຊ່ວງສອບເສັງມັດທະຍົມຕອນຕົ້ນ (ມ4) ແລະ ມັດທະຍົມຕອນປາຍ (ມ 7) ເຊິ່ງມີລາຍອຽດດັ່ງນີ້:

– ຊັ້ນມັດທະຍົມຕອນຕົ້ນ (ມ4) ໃຫ້ປິດບໍລິການໃນວັນທີ 10-12 ມິຖຸນາ 2026 ໃນເວລາ 15:00 ໂມງເປັນຕົ້ນ ໄປໃນແຕ່ລະວັນຂອງວັນດັ່ງກ່າວ.

ADadvertisement
ADadvertisement
ADadvertisement

– ຊັ້ນມັດທະຍົມຕອນປາຍ (ມ7) ໃຫ້ປິດບໍລິການໃນວັນທີ 17-19 ມິຖຸນາ 2026 ໃນເວລາ 15:00 ໂມງເປັນຕົ້ນ ໄປໃນແຕ່ລະວັນຂອງວັນດັ່ງກ່າວ.

2. ຫ້າມບໍ່ໃຫ້ນັກຮຽນຕັ້ງກຸ່ມເພື່ອຊຸມແຊວ, ສ້າງສັນກິນເຫຼົ້າ, ກິນເບຍ ແລະ ມົ້ວສຸມສານເສບຕິດທຸກປະເພດ ຕາມສະຖານທີ່ຕ່າງໆ.

3. ສໍາລັບຮ້ານອາຫານເປັນຕົ້ນ: ຮ້ານຂາຍເຝີ-ເຂົ້າປຽກ, ຮ້ານຂາຍຂອງກິນສຸກ, ຮ້ານຂາຍອາຫານຕາມສັ່ງ ແມ່ນ ສາມາດເປີດໄດ້ເປັນປົກກະຕິຕາມລະບຽບການ, ແຕ່ຫ້າມຂາຍເຄື່ອງດື່ມທີ່ມີທາດມຶນເມົາໃນຊ່ວງໄລຍະ (ມ4) ແລະ (ມ7) ຢ່າງເດັດຂາດ.

4. ມອບໃຫ້ຄະນະສະເພາະກິດຂັ້ນເມືອງ, ຄະນະຄຸ້ມຄອງຮ້ານກິນດື່ມ, ບັນເທີງ, ຄາຣາໂອເກະຂັ້ນເມືອງ ເປັນເຈົ້າ ການຕິດຕາມກວດກາຢ່າງເຂັ້ມງວດ; ຖ້າຫາກພົບເຫັນມີການລະເມີດແຈ້ງການສະບັບນີ້ໃຫ້ຄະນະຮັບຜິດຊອບ ປະຕິບັດ ຕາມລະບຽບການ ແລະ ກົດໝາຍທີ່ກ່ຽວຂ້ອງຢ່າງເຂັ້ມງວດ.

ເມືອງຄຳເກີດ ແຂວງບໍລິຄຳໄຊ ອອກແຈ້ງການໃຫ້ປິດຮ້ານບັນເທີງ-ຮ້ານກິນດື່ມອື່ນໆ (ທີ່ຂາຍເຫຼົ້າ-ເບຍ) ໃນໄລຍະສອບເສັງຈົບຊັ້ນ ເລີ່ມວັນທີ 10-12 ມິຖຸນາ 2026 ແລະ 17-19 ມິຖຸນາ 2026
ເມືອງຄຳເກີດ ແຂວງບໍລິຄຳໄຊ ອອກແຈ້ງການໃຫ້ປິດຮ້ານບັນເທີງ-ຮ້ານກິນດື່ມອື່ນໆ (ທີ່ຂາຍເຫຼົ້າ-ເບຍ) ໃນໄລຍະສອບເສັງຈົບຊັ້ນ ເລີ່ມວັນທີ 10-12 ມິຖຸນາ 2026 ແລະ 17-19 ມິຖຸນາ 2026 · ຮູບທີ 2

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 50 ຄັ້ງ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່