ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຮ່ວມສົ່ງທ່ານ ທ່ານ ມິກໂກ ປາຊີ (Mikko Paasi) ນັກຊ່ຽວຊານດຳນໍ້າ ທີ່ຮ່ວມພາລະກິດຊ່ວຍປະຊາຊົນຕິດຖໍ້າ ເດີນທາງກັບປະເທດໃນວັນທີ 05/06/2026

ໂດຍ Jenjila
· 6 ເດືອນ ກ່ອນອ່ານ 1 ນາທີ60 ຄັ້ງ
ຮ່ວມສົ່ງທ່ານ ທ່ານ ມິກໂກ ປາຊີ (Mikko Paasi) ນັກຊ່ຽວຊານດຳນໍ້າ ທີ່ຮ່ວມພາລະກິດຊ່ວຍປະຊາຊົນຕິດຖໍ້າ ເດີນທາງກັບປະເທດໃນວັນທີ 05/06/2026
ADadvertisement
ADadvertisement
ADadvertisement

ວັນທີ 05 ມິຖຸນາ 2026 ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ 1624 ໄດ້ໄປສົ່ງ Mr Mikko pietaripaasi ນັກຊ່ຽວຊານດຳນໍ້າ ທີ່ຮ່ວມພາລະກິດຊ່ວຍປະຊາຊົນຕິດຖໍ້າ ທີ່ເມືອງລ້ອງແຈ້ງ ແຂວງໄຊສົມບູນ ຊົມເຊີຍນໍ້າໃຈເສຍສະຫລະຂອງທ່ານ ແລະ ເດີນທາງກັບເຮືອນດ້ວຍຄວາມສະຫວັດດີພາບ.

ພາບບັນຍາກາດອັນອົບອຸ່ນ:

ຮ່ວມສົ່ງທ່ານ ທ່ານ ມິກໂກ ປາຊີ (Mikko Paasi) ນັກຊ່ຽວຊານດຳນໍ້າ ທີ່ຮ່ວມພາລະກິດຊ່ວຍປະຊາຊົນຕິດຖໍ້າ ເດີນທາງກັບປະເທດໃນວັນທີ 05/06/2026
ຮ່ວມສົ່ງທ່ານ ທ່ານ ມິກໂກ ປາຊີ (Mikko Paasi) ນັກຊ່ຽວຊານດຳນໍ້າ ທີ່ຮ່ວມພາລະກິດຊ່ວຍປະຊາຊົນຕິດຖໍ້າ ເດີນທາງກັບປະເທດໃນວັນທີ 05/06/2026 · ຮູບທີ 2
ຮ່ວມສົ່ງທ່ານ ທ່ານ ມິກໂກ ປາຊີ (Mikko Paasi) ນັກຊ່ຽວຊານດຳນໍ້າ ທີ່ຮ່ວມພາລະກິດຊ່ວຍປະຊາຊົນຕິດຖໍ້າ ເດີນທາງກັບປະເທດໃນວັນທີ 05/06/2026 · ຮູບທີ 3
ຮ່ວມສົ່ງທ່ານ ທ່ານ ມິກໂກ ປາຊີ (Mikko Paasi) ນັກຊ່ຽວຊານດຳນໍ້າ ທີ່ຮ່ວມພາລະກິດຊ່ວຍປະຊາຊົນຕິດຖໍ້າ ເດີນທາງກັບປະເທດໃນວັນທີ 05/06/2026 · ຮູບທີ 4
ຮ່ວມສົ່ງທ່ານ ທ່ານ ມິກໂກ ປາຊີ (Mikko Paasi) ນັກຊ່ຽວຊານດຳນໍ້າ ທີ່ຮ່ວມພາລະກິດຊ່ວຍປະຊາຊົນຕິດຖໍ້າ ເດີນທາງກັບປະເທດໃນວັນທີ 05/06/2026 · ຮູບທີ 5

ທີ່ມາ: ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ 1624

ADadvertisement
ADadvertisement
ADadvertisement

ທ່ານ ມິກໂກ້ ປາຊີເດີນທາງມາສົມທົບຊ່ວຍທີມກູ້ໄພ ໃນວັນທີ 25 ພຶດສະພາ 2026 ພ້ອມກັບຄູເບັ້ນ (ຜູ້ຊ່ຽວຊານນັກດຳນ້ຳຈາກປະເທດໄທ) ແລະ ປະຕິບັດພາລະກິດຄົ້ນຫາ 7 ຊີວິດຕິດຖ້ຳ ເຊິ່ງເປັນການຄົ້ນຫາທີ່ຫຍຸ້ງຍາກ ດ້ວຍທາງເຂົ້າຖ້ຳທັງແຄບ ແລະ ອັນຕະລາຍ. ແຕ່ ທ່ານ ມິກໂກ ແລະ ທຸກໆພາກສ່ວນ ກໍບໍ່ເຄີຍທໍ້ຖອຍ ສູ້ຈົນສຸດຄວາມສາມາດ ໃນທີ່ສຸດກໍໄດ້ພົບເຫັນທັງ 5 ຄົນ.

ຕໍ່ມາໃນວັນທີ 30 ພຶດສະພາ 2026 ເວລາປະມານ 15:10 ໂມງ ຜູ້ຕິດຖ້ຳທັງ 5 ຊີວິດຕິດຖ້ຳ ກໍສາມາດອອກມາຈາກຖ້ຳໄດ້ ແລະ ປັດຈຸບັນ ກໍແຂງແຮງປອດໄພດີ, ໃນວັນທີ 02 ມິຖຸນາ 2026 ກໍໄດ້ພາກັນກັບບ້ານທັງ 5 ຄົນແລ້ວ ພ້ອມກັບ ຂອບໃຈທີມກູ້ໄພທັງໝົດ.

ສ່ວນພາລະກິດຕາມຫາຜູ້ຕິດຄ້າງຢູ່ໃນຖ້ຳອີກ 2 ຊີວິດນັ້ນ ຍັງຄົງດຳເນີນການຄົ້ນຫາຕໍ່ໄປ ແລະ ທຸກພາກສ່ວນ ເນັ້ນວ່າຈະຊ່ວຍຈົນສຸດຄວາມສາມາດ.

ສຳລັບ ທ່ານ ມິກໂກ ປາຊີ້ ເປັນໜຶ່ງໃນກຳລັງສຳຄັນຂອງພາລະກິດຖ້ຳຫຼວງຢູ່ປະເທດໄທ ປີ 2018. ເມື່ອມີເຫດສ່ຽງໄພເກີດຂຶ້ນ ທ່ານພ້ອມຊ່ວຍເຫລືອມະນຸດດ້ວຍກັນ ຈົນໄດ້ຮັບຫລຽນພິລະອາດຫານຈາກການນຳສູງສຸດຂອງປະເທດຟິນແລນ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 60 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່