MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຟີລິບປິນ ປະກາດເຕືອນໄພສຶນາມິ! ພາຍຫຼັງເກີດແຜ່ນດິນໄຫວຮຸນແຮງ 7.8 ຣິກເຕີ ຄວາມເລິກ 5.6ກມ ຢູ່ເກາະມິນດານາວ

ຟີລິບປິນ ປະກາດເຕືອນໄພສຶນາມິ! ພາຍຫຼັງເກີດແຜ່ນດິນໄຫວຮຸນແຮງ 7.8 ຣິກເຕີ ຄວາມເລິກ 5.6ກມ ຢູ່ເກາະມິນດານາວ

Jenjila
ເຜີຍແຜ່: 8 ມິຖຸນາ 2026, 11:19
ປັບປຸງຫຼ້າສຸດ: 8 ມິຖຸນາ 2026, 11:19
Jen - Mahasan Post - 2026-06-08T111816.094

ສຳນັກຂ່າວຕ່າງປະເທດ TNN World ລາຍງານວ່າ: ຕອນເຊົ້າຂອງວັນທີ 8 ມິຖຸນາ 2026 ເກີດເຫດແຜ່ນດິນໄຫວຄັ້ງຮຸນແຮງຂະໜາດ 7.8 ຣິກເຕີ ຢູ່ທີ່ແຂວງ ຊາຣັງການີ (Sarangani) ເທິງເກາະມິນດານາວ (Mindanao) ທາງພາກໃຕ້ຂອງປະເທດຟີລິບປິນ, ສູນກາງການສັ່ນສະເທືອນຢູ່ເລິກລົງໄປໃຕ້ດິນປະມານ 55 ກິໂລແມັດ.

ພາຍຫຼັງເກີດເຫດການດັ່ງກ່າວ, ທາງເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງຟີລິບປິນ (PHIVOLCS) ໄດ້ອອກປະກາດເຕືອນໄພຄື້ນຍັກສຶນາມິ (Tsunami) ຢ່າງຮີບດ່ວນ. ພ້ອມກັນນັ້ນ, ທາງການຟີລິບປິນ ໄດ້ແຈ້ງເຕືອນໃຫ້ປະຊາຊົນ ທີ່ອາໄສຢູ່ບໍລິເວນຊາຍຝັ່ງທະເລໃນພື້ນທີ່ສ່ຽງໄພທັງໝົດ ເລັ່ງອົບພະຍົບຂຶ້ນສູ່ບ່ອນສູງເພື່ອຄວາມປອດໄພ ແລະ ໃຫ້ຕິດຕາມການລາຍງານຂ່າວສານຈາກໜ່ວຍງານທີ່ກ່ຽວຂ້ອງຢ່າງ ໃກ້ຊິດ.ເຫດການຄັ້ງນີ້, ເຮັດໃຫ້ມີ ຕຶກອາຄານ ແລະ ສິ່ງປຸກສ້າງໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ.

ປັດຈຸບັນ, ເຈົ້າໜ້າທີ່ກູ້ໄພ ແລະ ພາກສ່ວນກ່ຽວຂ້ອງ ພວມເລັ່ງສຳຫຼວດພື້ນທີ່ເສຍຫາຍ ແລະ ເລັ່ງໃຫ້ການຊ່ວຍເຫຼືອປະຊາຊົນ, ຍັງບໍ່ທັນມີລາຍງານຕົວເລກຜູ້ບາດເຈັບ ຫຼື ເສຍຊີວິດຢ່າງເປັນທາງການ.

ໂຄສະນາ
Sample ad inarticle
Sample ad inarticle
ແບ່ງປັນ:
‹ ກັບໄປໝວດຂ່າວຕ່າງປະເທດ

ຂ່າວທີ່ກ່ຽວຂ້ອງ