ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ແຜ່ນດິນໄຫວຟິລິບປິນ ຂະໜາດ 8.2 ເຕືອນສຶນາມິ ຮີບອົບພະຍົບ

ໂດຍ kaling
· 6 ເດືອນ ກ່ອນອ່ານ 2 ນາທີ50 ຄັ້ງ
ແຜ່ນດິນໄຫວຟິລິບປິນ ຂະໜາດ 8.2 ເຕືອນສຶນາມິ ຮີບອົບພະຍົບ
ADadvertisement
ADadvertisement
ADadvertisement

ເກີດແຜ່ນດິນໄຫວຮຸນແຮງຂະໜາດ 8.2 ແມັກນິຈູດ ທີ່ເກາະມິນດາເນົາ ປະເທດຟິລິບປິນ ທາງການຮີບປະກາດເຕືອນໄພຄື້ນສຶນາມິ ແລະ ອົບພະຍົບປະຊາຊົນຂຶ້ນທີ່ສູງ ຫຼັງຄາດຄະເນຈະເກີດຄື້ນສູງກວ່າ 1 ແມັດເໜືອລະດັບໜ້ານ້ຳທະເລປົກກະຕິ.

ຕາມລາຍງານຂອງສູນຄົ້ນຄວ້າທາດທໍລະນີສາດເຢຍລະມັນ (GFZ) ລະບຸວ່າ ຈຸດສູນກາງແຜ່ນດິນໄຫວຢູ່ເລິກລົງໄປໃຕ້ດິນປະມານ 10 ກິໂລແມັດ ໂດຍກ່ອນໜ້ານີ້ປະເມີນຂະໜາດໄວ້ທີ່ 7.3 ແມັກນິຈູດ ກ່ອນຈະປັບເພີ່ມຂຶ້ນເປັນ 8.2.

ຫຼັງເກີດແຜ່ນດິນໄຫວ ລະບົບເຕືອນໄພສຶນາມິຂອງສະຫະລັດໄດ້ອອກປະກາດເຕືອນໄພຄື້ນສຶນາມິ ຂະນະທີ່ສຳນັກງານແຜ່ນດິນໄຫວ ແລະ ພູເຂົາໄຟວິທະຍາຂອງຟິລິບປິນ ລະບຸວ່າ ອາດເກີດຄື້ນສູງກວ່າ 1 ແມັດເໜືອລະດັບໜ້ານ້ຳທະເລປົກກະຕິ.

ADadvertisement
ADadvertisement
ADadvertisement

ທາງການຟິລິບປິນແນະນຳໃຫ້ປະຊາຊົນໃນເຂດຊາຍຝັ່ງຂອງບາງຈັງຫວັດທາງໃຕ້ ຮີບອົບພະຍົບຂຶ້ນສູ່ພື້ນທີ່ສູງ ຫຼື ເຄື່ອນຕົວອອກຫ່າງຈາກແນວຊາຍຝັ່ງທັນທີ ເພື່ອຄວາມປອດໄພ.

ໃນຂະນະດຽວກັນ ຍີ່ປຸ່ນໄດ້ອອກປະກາດເຝົ້າລະວັງສຶນາມິຕາມແນວຊາຍຝັ່ງດ້ານມະຫາສະໝຸດປາຊິຟິກເປັນບໍລິເວນກວ້າງ ຫຼັງເກີດແຜ່ນດິນໄຫວຮຸນແຮງຄັ້ງນີ້.

ດ້ານສະຖາບັນພູເຂົາໄຟວິທະຍາ ແລະ ແຜ່ນດິນໄຫວຂອງຟິລິບປິນ (Phivolcs) ລະບຸວ່າ ແຜ່ນດິນໄຫວຄັ້ງນີ້ມີຂະໜາດ 7.0 ແມັກນິຈູດ ພ້ອມເຕືອນວ່າ ອາດເກີດຄວາມເສຍຫາຍຕໍ່ອາຄານ ແລະ ສິ່ງກໍ່ສ້າງ ລວມທັງເຕືອນໄພສຶນາມິສູງກວ່າ 1 ແມັດ ອາດເກີດຂຶ້ນຕໍ່ເນື່ອງເປັນເວລາຫຼາຍຊົ່ວໂມງ.

ຂະນະທີ່ສຳນັກງານອຸຕຸນິຍົມວິທະຍາ ອາກາດ ແລະ ທໍລະນີຟິດສິກຂອງອິນໂດເນເຊຍ (BMKG) ປະເມີນຂະໜາດແຜ່ນດິນໄຫວໄວ້ທີ່ 7.7 ແມັກນິຈູດ.

ທ່ານ ເບນຈິ ອານເຊຕາ ຜູ້ກຳກັບການຕຳຫຼວດເມືອງ ອາລາເບລ ໃນຈັງຫວັດ ຊາຣັງການີ ຂອງຟິລິບປິນ ເປີດເຜີຍວ່າ ອາຄານສະຖານີຕຳຫຼວດເກີດຮອຍແຕກສ່ວນໜຶ່ງທັນທີຫຼັງເກີດແຜ່ນດິນໄຫວ ຊຶ່ງເກີດຂຶ້ນໃນຂະນະທີ່ເຈົ້າໜ້າທີ່ກຳລັງປະກອບພິທີເຄົາລົບທຸງຊາດ.

ທ່ານ ອານເຊຕາ ກ່າວວ່າ ເບື້ອງຕົ້ນຍັງບໍ່ທັນມີລາຍງານຜູ້ເສຍຊີວິດ ຫຼື ຜູ້ໄດ້ຮັບບາດເຈັບຮ້າຍແຮງ ແຕ່ມີປະຊາຊົນບາງສ່ວນເປັນລົມເນື່ອງຈາກແຮງສັ່ນສະເທືອນທີ່ຮຸນແຮງ.

ຂ່າວຈາກ: channelnewsasia

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 50 ຄັ້ງ
‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່