ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ນັກຮຽນ 20 ຄົນ ທີ່ມີຜົນການຮຽນດີ-ທຸກຍາກ ແຂວງຜົ້ງສາລີ ໄດ້ຮັບທຶນການສຶກສາ ຈາກໂຄງການ "ມິດຕະພາບຢູນນານ-ລາວ"

ໂດຍ Pele
· 6 ເດືອນ ກ່ອນອ່ານ 2 ນາທີ58 ຄັ້ງ
ນັກຮຽນ 20 ຄົນ ທີ່ມີຜົນການຮຽນດີ-ທຸກຍາກ ແຂວງຜົ້ງສາລີ ໄດ້ຮັບທຶນການສຶກສາ ຈາກໂຄງການ "ມິດຕະພາບຢູນນານ-ລາວ"
ADadvertisement
ADadvertisement
ADadvertisement

ວັນທີ 2 ມິຖຸນາ ຜ່ານມານີ້ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ ໄດ້ຈັດພິທີມອບ-ຮັບທຶນການສຶກສາ ໃຫ້ແກ່ນັກຮຽນທີ່ມີຖານະຄອບຄົວທຸກຍາກ ແຕ່ມີຜົນການຮຽນດີເດັ່ນ ປະຈໍາສົກຮຽນ 2025-2026 ຈາກໂຄງການທຶນການສຶກສາມິດຕະພາບຢູນນານ-ລາວ ໂດຍມີ ທ່ານ ຄໍາເພັດ ຈິດປັນຍາ ກໍາມະການພັກແຂວງ ຫົວ

ໜ້າພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ ແລະ ທ່ານ ເຫີ ຢວຽນຈາ ວິຊາການຫ້ອງການຕົວແທນການຄ້າແຂວງຢູນນານ ແຫ່ງ ສປ ຈີນ ປະຈໍາລາວ ທີ່ນະຄອນຫຼວງວຽງຈັນ ພ້ອມດ້ວຍຕາງໜ້າຈາກພະແນກການອ້ອມຂ້າງແຂວງ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.

ນັກຮຽນ 20 ຄົນ ທີ່ມີຜົນການຮຽນດີ-ທຸກຍາກ ແຂວງຜົ້ງສາລີ ໄດ້ຮັບທຶນການສຶກສາ ຈາກໂຄງການ "ມິດຕະພາບຢູນນານ-ລາວ"

ໃນພິທີ, ໄດ້ມີການສະຫຼຸບລາຍງານຜົນສໍາເລັດການຊ່ວຍເຫຼືອໃນສົກຮຽນ 2024-2025 ຜ່ານມາ. ຈາກນັ້ນ, ທ່ານ ເຫີ ຢວຽນຈາ ໄດ້ກ່າວມີຄໍາເຫັນ ແລະ ໃຫ້ກຽດຂຶ້ນມອບທຶນຊ່ວຍເຫຼືອການສຶກສາໃຫ້ແກ່ນັກຮຽນທີ່ໄດ້ຮັບການຄັດເລືອກຈາກໂຮງຮຽນຕ່າງໆ ພາຍໃນ 7 ເມືອງທົ່ວແຂວງຜົ້ງສາລີ ຈໍານວນທັງໝົດ 20 ຄົນ ຍິງ 8 ຄົນ. ໂດຍແຕ່ລະຄົນໄດ້ຮັບທຶນການສຶກສາ 1,500 ຢວນ ລວມມູນຄ່າທັງໝົດ 30,000 ຢວນ (ສະກຸນເງິນຈີນ). ນອກຈາກນີ້, ຍັງໄດ້ມອບເຄື່ອງກອງນໍ້າໃຫ້ແກ່ໂຮງຮຽນເປົ້າໝາຍຈໍານວນ 5 ແຫ່ງ, ລວມມູນຄ່າການຊ່ວຍເຫຼືອທັງໝົດໃນຄັ້ງນີ້ ທັງໝົດ 521,000,000 ກີບ.

ADadvertisement
ADadvertisement
ADadvertisement
ນັກຮຽນ 20 ຄົນ ທີ່ມີຜົນການຮຽນດີ-ທຸກຍາກ ແຂວງຜົ້ງສາລີ ໄດ້ຮັບທຶນການສຶກສາ ຈາກໂຄງການ "ມິດຕະພາບຢູນນານ-ລາວ"

ໂອກາດດຽວກັນນີ້, ໃນພິທີຍັງໄດ້ມີການມອບໃບຍ້ອງຍໍຂອງທ່ານເຈົ້າແຂວງຜົ້ງສາລີ ໃຫ້ແກ່ບັນດາກົມກອງທີ່ມີຜົນງານດີເດັ່ນ ທີ່ໄດ້ປະກອບສ່ວນອຸປະຖໍາເງິນຊ່ວຍເຫຼືອການສຶກສາ ແລະ ເຄື່ອງກອງນໍ້າໃນຄັ້ງນີ້ ເພື່ອເປັນການຍ້ອງຍໍສັນລະເສີນຄຸນງາມຄວາມດີ.

ໃນຕອນທ້າຍ, ທ່ານ ຄໍາເພັດ ຈິດປັນຍາ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນອັນລົ້ນເຫຼືອ ມາຍັງທຸກພາກສ່ວນທີ່ໄດ້ໃຫ້ການສະໜັບສະໜູນ ແລະ ທ່ານເນັ້ນໜັກວ່າ: ການຊ່ວຍເຫຼືອຄັ້ງນີ້ ເປັນຂີດໝາຍສໍາຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ໝັ້ນຄົງ ຍາວນານ ຕາມທິດ 4 ດີ ຂອງສອງພັກ, ສອງລັດ ແລະ ສອງຊາດ ລາວ-ຈີນ ເວົ້າລວມ, ເວົ້າສະເພາະແມ່ນລະຫວ່າງ ແຂວງຜົ້ງສາລີ ແລະ ແຂວງຢູນນານ ທີ່ໄດ້ຮ່ວມກັນພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບດີຂຶ້ນເລື້ອຍໆ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ຕັກເຕືອນໃຫ້ນັກຮຽນ ແລະ ໂຮງຮຽນເປົ້າໝາຍ ໃຫ້ເອົາໃຈໃສ່ນໍາໃຊ້ທຶນ ແລະ ອຸປະກອນທີ່ໄດ້ຮັບໃນຄັ້ງນີ້ ເຂົ້າໃນການຮຽນ-ການສອນໃຫ້ຖືກຕ້ອງ, ພ້ອມກັນປົກປັກຮັກສາ ເພື່ອໃຫ້ເກີດປະໂຫຍດສູງສຸດ ແລະ ຍືນຍົງຕະຫຼອດໄປ.

ຂ່າວ: ຄະນະຮັບຜິດຊອບຂ່າວສານ ສກຂ ຜົ້ງສາລີ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 58 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່