ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທີມງານພາກສະໜາມໄດ້ລົງກວດກາເພື່ອພິສູດລະເບີດຕົວຈິງພົບວ່າເປັນລະເບີດໃຫຍ່ປະເພດ MK82 ນໍ້າໜັກ 500 ປອນ (ປະມານ 226.7 ກິໂລກຼາມ) ທີ່ຍັງຢູ່ໃນສະພາບຝັງດິນ

ໂດຍ Jenjila
· 6 ເດືອນ ກ່ອນອ່ານ 1 ນາທີ36 ຄັ້ງ
ທີມງານພາກສະໜາມໄດ້ລົງກວດກາເພື່ອພິສູດລະເບີດຕົວຈິງພົບວ່າເປັນລະເບີດໃຫຍ່ປະເພດ MK82 ນໍ້າໜັກ 500 ປອນ (ປະມານ 226.7 ກິໂລກຼາມ) ທີ່ຍັງຢູ່ໃນສະພາບຝັງດິນ
ADadvertisement
ADadvertisement
ADadvertisement
ທີມງານພາກສະໜາມໄດ້ລົງກວດກາເພື່ອພິສູດລະເບີດຕົວຈິງພົບວ່າເປັນລະເບີດໃຫຍ່ປະເພດ MK82 ນໍ້າໜັກ 500 ປອນ (ປະມານ 226.7 ກິໂລກຼາມ) ທີ່ຍັງຢູ່ໃນສະພາບຝັງດິນ

ໃນວັນທີ 7 ມິຖຸນາ 2026, ເປັນອີກມື້ໜຶ່ງທີ່ທີມງານພາກສະໜາມຂອງໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຈໍາປາສັກ ໄດ້ຮັບຂໍ້ມູນລາຍງານການພົບເຫັນລະເບີດໃຫຍ່ຈາກປະຊາຊົນ ບ້ານ ພູທອງເທິງ, ເມືອງ ບາຈຽງຈະເລີນສຸກ, ແຂວງ ຈໍາປາສັກ.

ທີມງານພາກສະໜາມໄດ້ລົງກວດກາເພື່ອພິສູດລະເບີດຕົວຈິງພົບວ່າເປັນລະເບີດໃຫຍ່ປະເພດ MK82 ນໍ້າໜັກ 500 ປອນ (ປະມານ 226.7 ກິໂລກຼາມ) ທີ່ຍັງຢູ່ໃນສະພາບຝັງດິນ · ຮູບທີ 2

ເຈົ້າຂອງທີ່ດິນໄດ້ພົບເຫັນລະເບີດໃຫຍ່ 1 ໜ່ວຍ ໃນລະຫວ່າງການກະກຽມພື້ນທີ່ສໍາລັບປູກມັນຕົ້ນ ຈຶ່ງໄດ້ແຈ້ງໃຫ້ທີມງານ ຄກລ ຮັບຊາບ ແລະ ຊ່ວຍເຄື່ອນຍ້າຍລະເບີດອອກຈາກທີ່ດິນຂອງຕົນ. ທີມງານພາກສະໜາມໄດ້ລົງກວດກາເພື່ອພິສູດລະເບີດຕົວຈິງພົບວ່າເປັນລະເບີດໃຫຍ່ປະເພດ MK82 ນໍ້າໜັກ 500 ປອນ (ປະມານ 226.7 ກິໂລກຼາມ) ທີ່ຍັງຢູ່ໃນສະພາບຝັງດິນ ຈຶ່ງໄດ້ລະດົມກໍາລັງເພື່ອຂຸດເອົາລະເບີດດັ່ງກ່າວຂຶ້ນມາ ແລະ ເຄື່ອນຍ້າຍໄປຈຸດທີ່ປອດໄພ ເພື່ອວາງແຜນດໍາເນີນການທຳລາຍໃນຂັ້ນຕອນຕໍ່ໄປ.

ທີມງານພາກສະໜາມໄດ້ລົງກວດກາເພື່ອພິສູດລະເບີດຕົວຈິງພົບວ່າເປັນລະເບີດໃຫຍ່ປະເພດ MK82 ນໍ້າໜັກ 500 ປອນ (ປະມານ 226.7 ກິໂລກຼາມ) ທີ່ຍັງຢູ່ໃນສະພາບຝັງດິນ · ຮູບທີ 3

ໂຄງການເກັບກູ້ລະເບີດແຫ່ງຊາດ ຂໍໃຫ້ປະຊາຊົນເອົາໃຈໃສ່ໃນການດໍາເນີນກິດຈະກໍາດ້ວຍຄວາມລະມັດລະວັງ ໂດຍສະເພາະການຜະລິດກະສິກໍາໃນໄລຍະລະດູຝົນທີ່ມີຄວາມສ່ຽງສູງຕໍ່ການເກີດອຸປະຕິເຫດຈາກລະເບີດບໍ່ທັນແຕກ ແລະ ຂໍໃຫ້ປະຊາຊົນຊ່ວຍແຈ້ງຂໍ້ມູນລະເບີດທີ່ພົບເຫັນຢູ່ໃນທີ່ດິນ ຫຼື ຊຸມຊົນຂອງຕົນ ເພື່ອການທຳລາຍທີ່ທັນການ ແລະ ຫຼຸດຜ່ອນຄວາມສ່ຽງຕໍ່ການເກີດອຸປະຕິເຫດ.

ADadvertisement
ADadvertisement
ADadvertisement
ທີມງານພາກສະໜາມໄດ້ລົງກວດກາເພື່ອພິສູດລະເບີດຕົວຈິງພົບວ່າເປັນລະເບີດໃຫຍ່ປະເພດ MK82 ນໍ້າໜັກ 500 ປອນ (ປະມານ 226.7 ກິໂລກຼາມ) ທີ່ຍັງຢູ່ໃນສະພາບຝັງດິນ · ຮູບທີ 4

ພວກເຮົາຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງລັດຖະບານຍີ່ປຸ່ນ ທີ່ສືບຕໍ່ໃຫ້ການສະໜັບສະໜູນການປະຕິບັດງານຂອງໂຄງການເກັບກູ້ລະເບີດແຫ່ງຊາດ ຢູ່ ແຂວງ ຈໍາປາສັກ ເຊິ່ງໄດ້ປະກອບສ່ວນອັນສໍາຄັນໃນການຍົກລະດັບຄວາມປອດໄພໃຫ້ແກ່ຊຸມຊົນ ແລະ ຫຼຸດຜ່ອນໄພຂົ່ມຂູ່ຈາກລະເບີດບໍ່ທັນແຕກ.

ທີມງານພາກສະໜາມໄດ້ລົງກວດກາເພື່ອພິສູດລະເບີດຕົວຈິງພົບວ່າເປັນລະເບີດໃຫຍ່ປະເພດ MK82 ນໍ້າໜັກ 500 ປອນ (ປະມານ 226.7 ກິໂລກຼາມ) ທີ່ຍັງຢູ່ໃນສະພາບຝັງດິນ · ຮູບທີ 5

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່