ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກົມເຄມີສາດ ເປີດຂະບວນການແຂ່ງຂັນວຽກງານຮອບດ້ານ

ໂດຍ Pele
· 6 ເດືອນ ກ່ອນອ່ານ 2 ນາທີ52 ຄັ້ງ
ກົມເຄມີສາດ ເປີດຂະບວນການແຂ່ງຂັນວຽກງານຮອບດ້ານ
ADadvertisement
ADadvertisement
ADadvertisement

ກົມເຄມີສາດ ເປີດຂະບວນການແຂ່ງຂັນວຽກງານຮອບດ້ານ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງເຫຼົ່າຮົບເຄມີສາດ ຄົບຮອບ 60 ປີ (26 ຕຸລາ 1966-26 ຕຸລາ 2026) ໃນວັນທີ 5 ມິຖຸນາ ຜ່ານມາ ທີ່ກົມເຄມີສາດ ໂດຍການເປັນປະທານຂອງສະຫາຍ ພັນເອກ ຄໍາສະຫວັດ ໄຊຍະລາດ ຫົວໜ້າກົມເຄມີສາດ ກົມໃຫຍ່ເສນາທິການກອງທັບ, ມີບັນດາຫົວໜ້າພະແນກ, ຮອງພະແນກ, ແຂກຖືກເຊີນ ພ້ອມດ້ວຍນາຍ ແລະ ພົນທະຫານເຂົ້າຮ່ວມ.

ກົມເຄມີສາດ ເປີດຂະບວນການແຂ່ງຂັນວຽກງານຮອບດ້ານ

ສະຫາຍ ພັນໂທ ຄໍາແສນ ຕ່ອມທະນົງ ຮອງຫົວໜ້າກົມເຄມີສາດ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານແຜນການຈັດຕັ້ງເຄື່ອນໄຫວສ້າງຂະບວນການ ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນຂອງຊາດ, ຂອງພັກ ແລະ ຂອງກອງທັບ ເວົ້າລວມ, ເວົ້າສະເພາະ ແມ່ນວັນສ້າງຕັ້ງເຫຼົ່າຮົບເຄມີສາດ ຄົບຮອບ 60 ປີ ເພື່ອປູກຈິດສໍານຶກ ແລະ ສຶກສາອົບຮົມ ໃຫ້ພະນັກງານ-ນັກຮົບໃນທົ່ວກອງທັບ ໄດ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງເຖິງມູນເຊື້ອ, ທາດແທ້ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງເຫຼົ່າຮົບເຄມີສາດ ໃນແຕ່ລະໄລຍະຈົນເຖິງປັດຈຸບັນ ແລະ ເພື່ອເຮັດໃຫ້ບັນດາກົມກອງຖືເອົາການສ້າງຂະບວນການຄັ້ງນີ້, ຕິດພັນກັບການປັບປຸງກໍ່ສ້າງກົມກອງຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ຮັບປະກັນເນື້ອໃນເຮັດໃຫ້ກົມກອງ ມີບັນຍາກາດຟົດຟື້ນ, ມີຂໍ້ແຂ່ງຂັນ ໂດຍເລີ່ມຈາກບຸກຄົນ ຕະຫຼອດຮອດກົມກອງ ໃຫ້ມີການເຄື່ອນໄຫວຢ່າງຕັ້ງໜ້າ ບົນພື້ນ ຖານການສືບຕໍ່ປັບປຸງກໍ່ສ້າງເຫຼົ່າຮົບເຄມີສາດໃຫ້ກາຍເປັນເຫຼົ່າຮົບ ທີ່ມີລະບຽບແບບແຜນ ແລະ ທັນສະໄໝ, ມີຄວາມບໍລິສຸດຜຸດຜ່ອງຕໍ່ພັກ, ຕໍ່ປະເທດຊາດ ແລະ ເຮັດສຳເລັດໜ້າທີ່ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ຢ່າງສົມກຽດ.

ກົມເຄມີສາດ ເປີດຂະບວນການແຂ່ງຂັນວຽກງານຮອບດ້ານ · ຮູບທີ 2

ໂອກາດນີ້, ສະຫາຍ ພັນເອກ ຄໍາສະຫວັດ ໄຊຍະລາດ ໄດ້ເນັ້ນໜັກ ໃຫ້ສືບຕໍ່ສຶກສາອົບຮົມການເມືອງນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບຢ່າງເລິກເຊິ່ງກວ່າເກົ່າ, ຖືເອົາວຽກງານນີ້ເປັນບັນຫາກົກ ເພື່ອສ້າງໃຫ້ເຂົາເຈົ້າມີມະນາຈິດປະຕິວັດ ສາມາດຜ່ານຜ່າຄວາມຫຍຸ້ງຍາກ, ພ້ອມທັງແກ້ໄຂແນວຄິດແບບເກົ່າ ທີ່ບໍ່ສອດຄ່ອງກັບແນວ ທາງການປ່ຽນແປງໃໝ່ຂອງພັກ ເປັນຕົ້ນ ແນວຄິດຄອງເດີມ, ຂີ້ຄ້ານມັກງ່າຍ, ບໍ່ຢາກຄົ້ນຄວ້າຮໍ່າຮຽນ, ແນວຄິດເອື່ອຍອີງ, ບໍ່ເປັນເຈົ້າຕົນເອງ ແລະ ບໍ່ຢາກພັດທະນາຕົນເອງ ກໍຄືພັດທະນາກົມກອງ. ນອກນັ້ນ, ຕ້ອງເພີ່ມທະວີປັບປຸງຄວາມສາມັກຄີພາຍໃນໝູ່ຄະນະ ແລະ ທົ່ວກົມກອງໃຫ້ເປັນປຶກແຜ່ນ, ເປັນເຈົ້າການຈັດຕັ້ງປະຕິບັດແຜນ ການນີ້ໃຫ້ເກີດດອກອອກຜົນຕົວຈິງ, ເອົາໃຈໃສ່ປັບປຸງກົມກອງໃຫ້ເປັນກອງປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເປັນກອງປອດໄພ ແລະ ປອດຄະດີ, ເປັນເຈົ້າການປະຕິບັດບັນດາຂໍ້ກໍານົດກົດລະບຽບຂອງກອງທັບ, ກົດໝາຍຂອງລັດ ແລະ ທຸກມະຕິຄໍາສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ, ພ້ອມກັນເປັນເຈົ້າການປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອພິລາດອາດຫານຂອງກອງທັບປະຊາຊົນລາວວິລະຊົນ, ຈົງຮັກພັກດີຕໍ່ອຸດົມການຂອງພັກ, ຍົກສູງສະຕິລະວັງຕົວຕໍ່ທຸກກົນອຸບາຍມ້າງເພທໍາລາຍຂອງອິດທິກໍາລັງປໍລະປັກ ແລະ ສາມາດເຮັດສຳເລັດໜ້າທີ່ໃນທຸກກໍລະນີ ໂດຍເຄື່ອນໄຫວຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ແລະ 5 ບຸກທະລຸ ທີ່ອົງຄະນະພັກກະຊວງປ້ອງກັນປະເທດວາງອອກໃຫ້ປະກົດຜົນເປັນຈິງ.

ADadvertisement
ADadvertisement
ADadvertisement
ກົມເຄມີສາດ ເປີດຂະບວນການແຂ່ງຂັນວຽກງານຮອບດ້ານ · ຮູບທີ 3

ຂ່າວ: ໄພລິນ ບຸນຍັງ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 52 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່