ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກຳມາທິການເຜີຍແຜ່ສິລະທຳ ແລະ ປະຕິບັດກຳມະຖານສູນກາງ ຮ່ວມກັບກຳມາທິການສາທາຣະນູປະການສູນກາງ ໄດ້ມອບເງິນຊ່ວຍເຫລືອຊຸກຍູ້ວຽກງານກູ້ໄພ-ກູ້ຊີບຈຳນວນ 230 ລ້ານກີບ

ໂດຍ Jenjila
· 6 ເດືອນ ກ່ອນອ່ານ 2 ນາທີ47 ຄັ້ງ
ກຳມາທິການເຜີຍແຜ່ສິລະທຳ ແລະ ປະຕິບັດກຳມະຖານສູນກາງ ຮ່ວມກັບກຳມາທິການສາທາຣະນູປະການສູນກາງ ໄດ້ມອບເງິນຊ່ວຍເຫລືອຊຸກຍູ້ວຽກງານກູ້ໄພ-ກູ້ຊີບຈຳນວນ 230 ລ້ານກີບ
ADadvertisement
ADadvertisement
ADadvertisement
ກຳມາທິການເຜີຍແຜ່ສິລະທຳ ແລະ ປະຕິບັດກຳມະຖານສູນກາງ ຮ່ວມກັບກຳມາທິການສາທາຣະນູປະການສູນກາງ ໄດ້ມອບເງິນຊ່ວຍເຫລືອຊຸກຍູ້ວຽກງານກູ້ໄພ-ກູ້ຊີບຈຳນວນ 230 ລ້ານກີບ

ຂປລ. ໃນວັນທີ 5 ມິຖຸນາ 2026 ຜ່ານມານີ້, ກຳມາທິການເຜີຍແຜ່ສິລະທຳ ແລະ ປະຕິບັດກຳມະຖານສູນກາງ ຮ່ວມກັບກຳມາທິການສາທາຣະນູປະການສູນກາງ ໄດ້ມອບເງິນຈຳນວນ 230 ລ້ານກີບ ຊຸກຍູ້ວຽກງານກູ້ໄພ-ກູ້ຊີບ ໃຫ້ມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ເພື່ອກໍ່ສ້າງອາຄານປະຈຳການຂອງມູນນິທິ ຈຸດບ້ານນາເລົ່າ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ຕາງໜ້າມອບໂດຍ ພະອາຈານໃຫຍ່ ສີທົນ ໄຊຍະວົງສອນ ຮອງປະທານສູນກາງອົງການພຸດທະສາສະໜາ ສຳພັນ ແຫ່ງ ສປປ ລາວ, ຫົວໜ້າກຳມາທິການເຜີຍແຜ່ສິລະທຳ ແລະ ປະຕິບັດກຳມະຖານສູນກາງ ແລະ ພະອາຈານໃຫຍ່ ບຸນທະວີ ປະສິດທິສັກ ຮອງປະທານສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ, ຫົວໜ້າກຳມາທິການສາທາລະນູປະການສູນກາງ ແລະ ຮັບໂດຍ ທ່ານ ນາງ ສີສະຫລຽວ ທຳມະເທວາ ປະທານມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ, ມີພະເຖຣານຸເຖລະ, ເຈົ້າອະທິການວັດ, ພ້ອມດ້ວຍເຈົ້າສັດທາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກຳມາທິການເຜີຍແຜ່ສິລະທຳ ແລະ ປະຕິບັດກຳມະຖານສູນກາງ ຮ່ວມກັບກຳມາທິການສາທາຣະນູປະການສູນກາງ ໄດ້ມອບເງິນຊ່ວຍເຫລືອຊຸກຍູ້ວຽກງານກູ້ໄພ-ກູ້ຊີບຈຳນວນ 230 ລ້ານກີບ · ຮູບທີ 2

ໂອກາດນີ້, ທ່ານ ນາງ ສີສະຫລຽວ ທຳມະເທວາ ໄດ້ຕາງໜ້າໃຫ້ມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈ ຕໍ່ກຳມາທິການເຜີຍແຜ່ສິລະທຳ ແລະ ປະຕິບັດກຳມະຖານສູນກາງ ແລະ ກຳມາທິການສາທາລະນູປະການສູນກາງ ກໍຄື ເຈົ້າສັດທາ ທີ່ໄດ້ປະກອບສ່ວນທຶນຮອນ ລວມມູນຄ່າ 230 ລ້ານກີບ ມາຊຸກວຽກງານກູ້ໄພ-ກູ້ຊີບ ກໍຄື ສ້າງຕັ້ງອາຄານປະຈຳການ ຂອງມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ຢູ່ຈຸດນາເລົ່າ ເພື່ອສ້າງຄວາມສະດວກໃຫ້ແກ່ພະນັກງານອາສາກູ້ໄພໃນການ ເຮັດໜ້າທີ່ຊ່ວຍເຫລືອສັງຄົມໃນເວລາເກີດອຸບັດເຫດ ໃຫ້ທ່ວງທັນກັບເວລາທີ່ສັງຄົມຕ້ອງການ ເນື່ອງຈາກປັດຈຸບັນ ຈຸດປະຈຳການຈຸດນາເລົ່າ ຍັງບໍ່ທັນມີອາຄານທີ່ຖາວອນ.

ກຳມາທິການເຜີຍແຜ່ສິລະທຳ ແລະ ປະຕິບັດກຳມະຖານສູນກາງ ຮ່ວມກັບກຳມາທິການສາທາຣະນູປະການສູນກາງ ໄດ້ມອບເງິນຊ່ວຍເຫລືອຊຸກຍູ້ວຽກງານກູ້ໄພ-ກູ້ຊີບຈຳນວນ 230 ລ້ານກີບ · ຮູບທີ 3

ພ້ອມນີ້, ທ່ານ ນາງ ສີສະຫລຽວ ທຳມະເທວາ ຍັງໄດ້ສະແດງຄວາມຫວັງຢ່າງຍິ່ງວ່າສັງຄົມຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ຢ່າງຕໍ່ເນື່ອງຕື່ມອີກ.

ADadvertisement
ADadvertisement
ADadvertisement

ພາບ: ຂັນໄຊ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່