ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເມືອງຊຳໃຕ້ ທຳລາຍສິນຄ້ານຳເຂົ້າບໍ່ຖືກຕ້ອງຕາມກົດໝາຍ

ໂດຍ Pele
· 6 ເດືອນ ກ່ອນອ່ານ 2 ນາທີ46 ຄັ້ງ
ເມືອງຊຳໃຕ້ ທຳລາຍສິນຄ້ານຳເຂົ້າບໍ່ຖືກຕ້ອງຕາມກົດໝາຍ
ADadvertisement
ADadvertisement
ADadvertisement

ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຊຳໃຕ້ ແຂວງຫົວພັນ ຈັດພິທີທຳລາຍສິນຄ້ານຳເຂົ້າທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ໃນວັນທີ 8 ມິຖຸນາ 2026 ຊຶ່ງປະເພດສິນຄ້າທີ່ນຳມາທຳລາຍໃນຄັ້ງນີ້ສ່ວນໃຫຍ່ແມ່ນ ເບຍ ທີ່ນຳເຂົ້າຈາກປະເທດເພື່ອນບ້ານ ໂດຍມີການລັກລອບນຳເຂົ້າແບບຜິດກົດໝາຍ ແລະ ບໍ່ຜ່ານຂະບວນການກວດກາ ທາງດ້ານພາສີ-ອາກອນ, ຊຶ່ງສ້າງຄວາມເສຍຫາຍ ໃຫ້ແກ່ງົບປະມານຂອງລັດ ແລະ ສົ່ງຜົນກະທົບ ຕໍ່ຄວາມເປັນລະບຽບຮຽບຮ້ອຍ ໃນການດຳເນີນທຸລະກິດ ແລະ ຄວາມປອດໄພຂອງຜູ້ບໍລິໂພກ ໂດຍມີ ທ່ານ ບຸນລຽງ ສີລິນພັນ ຮອງປະທານຄະນະກຳມະການປົກຄອງເມືອງຊຳໃຕ້ ພ້ອມດ້ວຍຄະນະກຳມະການກວດກາ ແລະ ຄຸ້ມຄອງຕະຫລາດຂັ້ນເມືອງ, ເຈົ້າໜ້າທີ່ຕຳຫລວດເສດຖະກິດ, ເຈົ້າໜ້າທີ່ພາສີ-ອາກອນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ເມືອງຊຳໃຕ້ ທຳລາຍສິນຄ້ານຳເຂົ້າບໍ່ຖືກຕ້ອງຕາມກົດໝາຍ

ສິນຄ້າທີ່ນຳມາທຳລາຍໃນຄັ້ງນີ້ ປະກອບມີ: ເບຍຫວຽດນາມ (ຫລາຍຍີ່ຫໍ້) ຈຳນວນ 33 ແກັດ, ຊິງຊັ່ງບໍ່ໄດ້ມາດຖານ 8 ໜ່ວຍ ລວມມູນຄ່າ ປະມານ 9 ລ້ານກວ່າກີບ. ສິນຄ້າທັງໝົດເຫລົ່ານີ້ ແມ່ນໄດ້ມາຈາກການລົງພື້ນທີ່ກວດກຕິດຕາມ ແລະ ສະກັດກັ້ນ ຂອງເຈົ້າໜ້າທີ່ກ່ຽວຂ້ອງ ຢູ່ຕາມຈຸດກວດກາ ແລະ ບັນດາຮ້ານຄ້າພາຍໃນເມືອງຊຳໃຕ້ ທີ່ໄດ້ມີການລັກລອບນຳເຂົ້າ ແລະ ວາງຈຳໜ່າຍໂດຍບໍ່ມີເອກະສານຢັ້ງຢືນການເສຍພາສີ ແລະ ບໍ່ຖືກຕ້ອງຕາມລະບຽບຫລັກການຂອງ ສປປ ລາວ.

ເມືອງຊຳໃຕ້ ທຳລາຍສິນຄ້ານຳເຂົ້າບໍ່ຖືກຕ້ອງຕາມກົດໝາຍ · ຮູບທີ 2

ໃນໂອກາດນີ້, ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ຮຽກຮ້ອງມາຍັງບັນດາຜູ້ປະກອບການ, ພໍ່ຄ້າຊາວຂາຍ ພາຍໃນເມືອງຊຳໃຕ້ ໃຫ້ເອົາໃຈໃສ່ ແລະ ເຄົາລົບກົດໝາຍຢ່າງເຂັ້ມງວດ, ບໍ່ໃຫ້ນຳເຂົ້າ ຫລື ຮັບຊື້ສິນຄ້າທີ່ໜີພາສີ ແລະ ບໍ່ຖືກຕ້ອງຕາມກົດໝາຍມາຈຳໜ່າຍ. ພ້ອມກັນນັ້ນ, ກໍຂໍຄວາມຮ່ວມມືຈາກພໍ່ແມ່ປະຊາຊົນ ຊ່ວຍເປັນຫູເປັນຕາ ແລະ ແຈ້ງເບາະແສແກ່ເຈົ້າໜ້າທີ່ ຫາກພົບເຫັນການກະທຳຜິດ ເພື່ອຮ່ວມກັນປົກປັກຮັກສາສະຖຽນລະພາບ ທາງດ້ານເສດຖະກິດ ແລະ ຄວາມປອດໄພຂອງຜູ້ບໍລິໂພກພາຍໃນເມືອງໃຫ້ດີຂຶ້ນເລື້ອຍໆ.

ADadvertisement
ADadvertisement
ADadvertisement
ເມືອງຊຳໃຕ້ ທຳລາຍສິນຄ້ານຳເຂົ້າບໍ່ຖືກຕ້ອງຕາມກົດໝາຍ · ຮູບທີ 3

ຂ່າວ-ພາບ: ຈັນໄຊ ໄຊຍະທຳ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່