ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຄື້ນຍັກໃຫຍ່ສູງ 11 ແມັດຊັດນິວຊີແລນ! ສັ່ງອົບພະຍົບປະຊາຊົນຫຼາຍຮ້ອຍຄົນ

ໂດຍ kaling
· 6 ເດືອນ ກ່ອນອ່ານ 2 ນາທີ47 ຄັ້ງ
ຄື້ນຍັກໃຫຍ່ສູງ 11 ແມັດຊັດນິວຊີແລນ! ສັ່ງອົບພະຍົບປະຊາຊົນຫຼາຍຮ້ອຍຄົນ
ADadvertisement
ADadvertisement
ADadvertisement

ນິວຊີແລນສັ່ງອົບພະຍົບປະຊາຊົນຫຼາຍຮ້ອຍຄົນອອກຈາກເຮືອນຊານຮິມຝັ່ງໃນນະຄອນຫຼວງເວລລິງຕັນ ຫຼັງຈາກປະເຊີນໜ້າກັບຄື້ນຂະໜາດໃຫຍ່ສູງເຖິງ 11 ແມັດ ຊັດເຂົ້າຝັ່ງ ທ່າມກາງກະແສລົມແຮງຈັດ ກະທົບການເດີນທາງ ແລະ ຕ້ອງຍົກເລີກຫຼາຍຖ້ຽວບິນ.

ຄື້ນຂະໜາດໃຫຍ່ຊັດເຂົ້າສູ່ບໍລິເວນອ່າວເວລລິງຕັນ ໃນວັນອັງຄານທີ 9 ມິຖຸນາ ຕາມເວລາທ້ອງຖິ່ນ ໂດຍໜ່ວຍງານພະຍາກອນອາກາດນິວຊີແລນລະບຸວ່າ ຄວາມສູງຂອງຄື້ນວັດໄດ້ຮອດ 11 ແມັດ.

ທ່ານ ແອນດຣິວ ລິດເທິລ ນາຍົກເທດສະມົນຕີນະຄອນຫຼວງເວລລິງຕັນ ປະກາດສະພາວະສຸກເສີນກ່ອນທີ່ຄື້ນຂະໜາດໃຫຍ່ຈະເຂົ້າເຖິງຝັ່ງ ພ້ອມສັ່ງອົບພະຍົບປະຊາຊົນໃນພື້ນທີ່ສ່ຽງທາງໃຕ້ ໄດ້ແກ່ ໂອວີໂຣ ເບ, ໄອສະແລນ ເບ, ຮອດຕັນ ເບ ແລະ ເບຣກເກີ ເບ ພ້ອມເຕືອນວ່າ ເຈົ້າໜ້າທີ່ສຸກເສີນອາດໃຫ້ການຊ່ວຍເຫຼືອຜູ້ທີ່ຝ່າຝືນຄຳສັ່ງ ແລະ ຢູ່ໃນພື້ນທີ່ອັນຕະລາຍບໍ່ໄດ້.

ADadvertisement
ADadvertisement
ADadvertisement

ຄຳສັ່ງອົບພະຍົບມີຜົນຕັ້ງແຕ່ຊ່ວງເຊົ້າວັນອັງຄານ ໂດຍຕຳຫຼວດຖືກສົ່ງເຂົ້າໄປຄວບຄຸມພື້ນທີ່ ພ້ອມຕັ້ງດ່ານກັ້ນຖະໜົນໂດຍຮອບ ເພື່ອປ້ອງກັນປະຊາຊົນເດີນທາງເຂົ້າໃກ້ຝັ່ງ.

ສະພາທ້ອງຖິ່ນລະບຸວ່າ ເຄີຍເກີດເຫດການລັກສະນະດັ່ງກ່າວມາແລ້ວໃນປີ 2021 ສ້າງຄວາມເສຍຫາຍໃຫ້ເຮືອນຊານຫຼາຍຫຼັງໃນເຂດເບຣກເກີ ເບ ໂດຍຄັ້ງນັ້ນຄື້ນສູງປະມານ 6.5 ແມັດ.

ນອກຈາກຄື້ນສູງແລ້ວ ນະຄອນຫຼວງເວລລິງຕັນຍັງປະເຊີນໜ້າກັບລົມກະໂຊກແຮງ ໂດຍບໍລິເວນໄອສະແລນ ເບ ມີລາຍງານວ່າລົມແຮງຈົນເຮັດໃຫ້ຜູ້ຍິງ 2 ຄົນຖືກພັດລົ້ມ ຂະນະຄື້ນຊັດນ້ຳຂຶ້ນມາເທິງຖະໜົນ.

ສະໜາມບິນເວລລິງຕັນໄດ້ຮັບຜົນກະທົບເຊັ່ນກັນ ຫຼັງຈາກຕ້ອງຍົກເລີກບາງຖ້ຽວບິນ ຈາກກະແສລົມທີ່ມີຄວາມໄວສູງສຸດເຖິງ 128 ກິໂລແມັດຕໍ່ຊົ່ວໂມງ.

ຂະນະດຽວກັນ ເຮືອບິນຂະໜາດນ້ອຍຂອງສາຍການບິນທ້ອງຖິ່ນ ໂກນເດັນ ເບ ແອ ຖືກແຮງລົມພັດລົ້ມຕຽງຂ້າງຂະນະຈອດຢູ່ໃນສະໜາມບິນ ເຖິງວ່າຈະບໍ່ມີຜູ້ໂດຍສານຢູ່ເທິງເຄື່ອງ ໂດຍເຈົ້າໜ້າທີ່ດັບເພີງໄດ້ເຂົ້າມາຊ່ວຍຍຶດເຮືອບິນໃຫ້ຢູ່ກັບພື້ນ.

ລ່າສຸດ ທາງການຍັງຄົງເຕືອນປະຊາຊົນໃຫ້ຫຼີກລ່ຽງພື້ນທີ່ຊາຍຝັ່ງ ເນື່ອງຈາກສະພາບອາກາດເລວຮ້າຍ ແລະ ຄື້ນສູງຍັງຄົງເປັນໄພອັນຕະລາຍຕໍ່ເນື່ອງ.

ຂ່າວຈາກ: channelnewsasia

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່