ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທົ່ວແຂວງຫຼວງພະບາງ ມີນັກສອບເສັງຈົບຊັ້ນ ມ.4 ແລະ ມ.7 ຫຼາຍກວ່າ 7,800 ຄົນ

ໂດຍ Pele
· 6 ເດືອນ ກ່ອນອ່ານ 2 ນາທີ51 ຄັ້ງ
ທົ່ວແຂວງຫຼວງພະບາງ ມີນັກສອບເສັງຈົບຊັ້ນ ມ.4 ແລະ ມ.7 ຫຼາຍກວ່າ 7,800 ຄົນ
ADadvertisement
ADadvertisement
ADadvertisement

ເພື່ອເຮັດໃຫ້ການສອບເສັງຈົບຊັ້ນມັດທະຍົມຕົ້ນ ມ4 ແລະມັດທະຍົມປາຍ ມ7 ໃນປີນີ້ ມີຜົນສຳເລັດຕາມຄາດ

ໝາຍ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ອອກແຈ້ງການໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ, ນະຄອນ, ກະກຽມຄວາມພ້ອມຮອບດ້ານ, ເປັນຕົ້ນ ກະກຽມສະຖານທີ່ ເຮັດວຽກຂອງອະນຸກຳມະການ ແລະຫ້ອງສອບເສັງ, ຂຶ້ນແຜນຈັດຊື້ອຸປະກອນຮັບໃຊ້, ແຕ່ງຕັ້ງອະນຸກຳມະການຮັບຜິດຊອບແຕ່ລະໜ້າວຽກ ແລະຂໍທິດຊີ້ນໍາຈາກຄະນະກຳມະການປົກຄອງເມືອງ-ນະຄອນ;ຈັດສູນສອບເສັງ, ຫ້ອງສອບເສັງ ຕາມຈຳນວນນັກຮຽນ ແລະສະພາບເງື່ອນໄຂຕົວຈິງຂອງທ້ອງຖິ່ນ.

ທົ່ວແຂວງຫຼວງພະບາງ ມີນັກສອບເສັງຈົບຊັ້ນ ມ.4 ແລະ ມ.7 ຫຼາຍກວ່າ 7,800 ຄົນ

ທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໃຫ້ສຳພາດໃນວັນທີ່ 8 ມິຖຸນາ 2026 ນີ້ ວ່າ: ໃນສົກຮຽນ 2025-2026 ນີ້ ແຂວງຫຼວງພະບາງມີນັກຮຽນມັດທະຍົມຕອນຕົ້ນ ມ.4 ທີ່ມີເງື່ອນໄຂເຂົ້າ ສອບເສັງຈຳນວນ 5,334 ຄົນ, ຍິງ 2,568 ຄົນ, ໃນນີ້ ມີນັກສອບເສັງບີ່ແລັ່ງ ຫຼື ຫ້ອງພາສາຝຣັ່ງ 52 ຄົນ, ຍິງ 28 ຄົນ ແລະນັກສອບເສັງ ທີ່ເປັນພະສົງ-ສາມະເນນ 120 ອົງ, ແບ່ງເປັນ 85 ສູນສອບເສັງ, ລວມມີ 269 ຫ້ອງສອບເສັງ, ນັກຮຽນມັດທະຍົມຕອນປາຍ ມ.7 ມີ 2,479 ຄົນ, ຍິງ 1,120 ຄົນ, ໃນນີ້ ມີນັກສອບເສັງຈາກຫ້ອງບີ່ແລັ່ງ ຫຼື ຫ້ອງພາສາຝຣັ່ງ 58 ຄົນ, ຍິງ 45 ຄົນ ແລະນັກສອບເສັງ ທີ່ເປັນພະສົງ-ສາມະເນນ 47 ອົງ, ແບ່ງເປັນ 33 ສູນສອບເສັງສູນ, ລວມມີ 123 ຫ້ອງສອບເສັງ. ສະເພາະຊັ້ນມັດທະຍົມຕອນຕົ້ນ ມ.4 ຈະໄດ້ຈັດຕັ້ງສອບເສັງໃນໄລຍະວັນທີ 10- 12 ມິຖຸນາ 2026, ສອບເສັງ 5 ວິຊາ ຄື: ພາສາລາວ-ວັນນະຄະດີ; ຄະນິດສາດ; ວິທະຍາສາດສັງຄົມ; ວິທະຍາສາດທຳມະຊາດ ແລະພາສາອັງກິດ, ສ່ວນຊັ້ນມັດທະຍົມຕອນປາຍ ມ.7 ຈະໄດ້ເລີ່ມສອບເສັງວັນທີ 17-19 ມິຖຸນາ 2026, ສອບເສັງ 5 ວິຊາ ຄື: ພາສາລາວ-ວັນນະຄະດີ; ຄະນິດສາດ; ກຸ່ມວິຊາວິທະຍາສາດສັງຄົມ; ກຸ່ມວິຊາວິທະຍາສາດທຳມະຊາດ ແລະພາສາອັງກິດ.

ADadvertisement
ADadvertisement
ADadvertisement

ໂອກາດນີ້ ທ່ານໄດ້ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ, ພໍ່ແມ່-ຜູ້ປົກຄອງ ຈົ່ງໃຫ້ການຮ່ວມມື ອຳນວຍຄວາມສະດວກ ໃຫ້ແກ່ລູກຫຼານໄດ້ ຄົ້ນຄວ້າຮໍ່າຮຽນຢ່າງເຕັມສ່ວນ, ພ້ອມທັງຊຸກຍູ້, ສົ່ງເສີມໃຫ້ລູກຫຼານເຂົ້າຮ່ວມການ ສອບເສັງແຕ່ຕົ້ນຕະຫຼອດປາຍ; ສໍາລັບນັກຮຽນທຸກຄົນ ຈົ່ງສຸມໃສ່ຄົ້ນຄວ້າຮໍ່າຮຽນ, ທັງກະກຽມຄວາມພ້ອມທາງດ້ານຮ່າງກາຍ, ທາງດ້ານສະຕິປັນຍາ, ທາງດ້ານສິ່ງອໍານວຍຄວາມສະດວກເຂົ້າຮ່ວການສອບເສັງ ໃຫ້ສຳເລັດ ແລະໃຫ້ໄດ້ຄະແນນດີ ມີຄວາມເພິ່ງພໍໃຈ.ຂ່າວ: ອາພຸດເດດ ບຸບຜາ-ພາບ: ທະນູສີນ ອິດທິພົນ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 51 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່