ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ການຢ້ຽມຢາມໄດ້​ສິ້ນ​ສຸດ​ລົງຢ່າງອົບອຸ່ນ ເກົາຫຼີເໜືອເຜີຍຜູ້ນຳ 2 ຊາດ ບັນລຸຍຸດທະສາດໄລຍະຍາວ ​ເພື່ອ​ຊຸກຍູ້​ການ​ພົວພັນ

ໂດຍ kaling
· 6 ເດືອນ ກ່ອນອ່ານ 2 ນາທີ43 ຄັ້ງ
ການຢ້ຽມຢາມໄດ້​ສິ້ນ​ສຸດ​ລົງຢ່າງອົບອຸ່ນ ເກົາຫຼີເໜືອເຜີຍຜູ້ນຳ 2 ຊາດ ບັນລຸຍຸດທະສາດໄລຍະຍາວ ​ເພື່ອ​ຊຸກຍູ້​ການ​ພົວພັນ
ADadvertisement
ADadvertisement
ADadvertisement

ເກົາຫຼີເໜືອເຜີຍການປຶກສາຫາລືລະຫວ່າງຜູ້ນຳເກົາຫຼີເໜືອ ແລະ ຈີນ ໄດ້ບັນລຸແຜນຍຸດທະສາດໄລຍະຍາວເພື່ອພັດທະນາຄວາມສຳພັນລະຫວ່າງສອງປະເທດ ທ່າມກາງການຈັບຕາວ່າຈີນກຳລັງກັບມາເພີ່ມບົດບາດຕໍ່ພັນທະມິດເກົ່າຢ່າງຊຽງຢາງ.

ເກົາຫຼີເໜືອເປີດເຜີຍວ່າ ການປຶກສາຫາລືລະຫວ່າງຜູ້ນຳເກົາຫຼີເໜືອ ແລະ ຈີນ ນຳໄປສູ່ການກຳນົດແຜນຍຸດທະສາດໄລຍະຍາວ ເພື່ອພັດທະນາຄວາມສຳພັນລະຫວ່າງສອງປະເທດ ທ່າມກາງສະຖານະການພູມິລັດຖະສາດໂລກທີ່ກຳລັງປ່ຽນແປງ ແລະ ການແຂ່ງຂັນອິດທິພົນລະຫວ່າງມະຫາອຳນາດ.

ໂດຍສຳນັກຂ່າວກາງເກົາຫຼີ ຫຼື ເຄຊີເອັນເອ ລາຍງານໃນວັນທີ 10 ມິຖຸນາວ່າ ຜູ້ນຳເກົາຫຼີເໜືອ ທ່ານ ຄິມ ຈອງອຶນ ແລະ ປະທານາທິບໍດີຈີນ ທ່ານ ສີ ຈິ້ນຜິງ ສະແດງຄວາມພໍໃຈຕໍ່ຜົນການປຶກສາຫາລືລະຫວ່າງກັນ ພ້ອມລະບຸວ່າ ທັງສອງຝ່າຍໄດ້ວາງແນວທາງສຳຄັນສຳລັບການພັດທະນາຄວາມສຳພັນໃນອະນາຄົດ.

ADadvertisement
ADadvertisement
ADadvertisement

ການເປີດເຜີຍດັ່ງກ່າວມີຂຶ້ນຫຼັງ ທ່ານ ສີ ຈິ້ນຜິງ ເດີນທາງຢ້ຽມຢາມກຸງຊຽງຢາງໃນວັນຈັນທີ່ຜ່ານມາ ຖືເປັນການຢ້ຽມຢາມເກົາຫຼີເໜືອຄັ້ງສຳຄັນຂອງຜູ້ນຳຈີນ ຫຼັງຈາກກ່ອນໜ້ານີ້ ທ່ານ ສີ ຈິ້ນຜິງ ຫາກໍ່ຕ້ອນຮັບຜູ້ນຳຫຼາຍປະເທດຢູ່ກຸ່ງປັກກິ່ງ ລວມທັງ ທ່ານ ດໍໂນລ ທຣຳ ປະທານາທິບໍດີສະຫະລັດ ແລະ ທ່ານ ວລາດິເມຍ ປູຕິນ ປະທານາທິບໍດີລັດເຊຍ.

ໃນລະຫວ່າງການຢ້ຽມຢາມ 2 ວັນ ຜູ້ນຳຈີນ ແລະ ເກົາຫຼີເໜືອຢືນຢັນຄວາມຕັ້ງໃຈທີ່ຈະກະຊັບມິດຕະພາບແຫ່ງການປະຕິວັດ ແລະ ຄວາມສຳພັນແບບສະຫາຍ ພ້ອມຊຸກຍູ້ຄວາມສຳພັນຈີນ-ເກົາຫຼີເໜືອໃຫ້ເປັນຄວາມຮ່ວມມືໃນທາງຍຸດທະສາດທີ່ເຂັ້ມແຂງຂຶ້ນ.

ນອກຈາກການປຶກສາຫາລືທາງການເມືອງແລ້ວ ທ່ານ ສີ ຈິ້ນຜິງ ແລະ ທ່ານ ຄິມ ຈອງອຶນ ຍັງໄດ້ໄປຢ້ຽມຊົມໂຮງຮຽນຝຶກອົບຮົມເຈົ້າໜ້າທີ່ລະດັບສູງຂອງພັກກຳມາກອນເກົາຫຼີເໜືອ ຊຶ່ງທັງສອງຝ່າຍໄດ້ລົມກັນກ່ຽວກັບການພັດທະນາບຸກຄະລາກອນຂອງພັກ ກ່ອນຮ່ວມກັນປູກຕົ້ນໄມ້ລະລຶກ ແລະ ເດີນທາງໄປຍັງຫໍສູງມິດຕະພາບ ຊຶ່ງສ້າງຂຶ້ນເພື່ອລະລຶກເຖິງທະຫານຈີນທີ່ເຂົ້າຮ່ວມສົງຄາມເກົາຫຼີ.

ຫຼັງສຳເລັດການຢ້ຽມຢາມ ທ່ານ ສີ ຈິ້ນຜິງ ໄດ້ສົ່ງຈົດໝາຍຂອບໃຈຫາ ທ່ານ ຄິມ ຈອງອຶນ ໂດຍລະບຸວ່າ ທັງສອງຝ່າຍໄດ້ແລກປ່ຽນຄວາມຄິດເຫັນຢ່າງເລິກເຊິ່ງໃນປະເດັນທີ່ມີຜົນປະໂຫຍດຮ່ວມກັນ ແລະ ບັນລຸຄວາມເຂົ້າໃຈຮ່ວມກັນຫຼາຍດ້ານ.

ຄວາມເຄື່ອນໄຫວຄັ້ງນີ້ເກີດຂຶ້ນໃນຊ່ວງທີ່ເກົາຫຼີເໜືອກຳລັງເພີ່ມຄວາມຮ່ວມມືກັບລັດເຊຍຫຼາຍຂຶ້ນ ໂດຍລັດຖະບານຊຽງຢາງໄດ້ສົ່ງທະຫານໄປຊ່ວຍລັດເຊຍໃນສົງຄາມຢູເຄຣນ ແລະ ຍັງສືບຕໍ່ດຳເນີນການພັດທະນາໂຄງການອາວຸດນິວເຄຼຍຂອງຕົນເອງ.

ຂ່າວຈາກ: channelnewsasia

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່