ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ ຈັບແກ້ງສໍ້ໂກງຊັບທາງອອນລາຍຂາຍຫວຍຂູດ ແລະ ຂາຍສິນຄ້າ 19 ຄົນ

ໂດຍ Peleອັບເດດ
· 6 ເດືອນ ກ່ອນອ່ານ 2 ນາທີ63 ຄັ້ງ
ເຈົ້າໜ້າທີ່ ຈັບແກ້ງສໍ້ໂກງຊັບທາງອອນລາຍຂາຍຫວຍຂູດ ແລະ ຂາຍສິນຄ້າ 19 ຄົນ
ADadvertisement
ADadvertisement
ADadvertisement

ໃນເວລາ 10:30 ໂມງ ວັນທີ 26 ພຶດສະພາ 2026, ພະແນກສັນຕິບານ, ພະແນກຕໍາຫຼວດ, ປກສ ກຸ່ມສີຖານ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ໄດ້ສົມທົບກັບເຈົ້າໜ້າທີ່ ຫ້ອງຕຳຫຼວດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແລະ ອໍານາດການປົກຄອງບ້ານຂຸນຕາທິງ ເມືອງ ສີໂຄດຕະບອງ ແກ້ໄຂເປົ້າໝາຍສໍ້ໂກງຊັບທາງອອນລາຍ ຕົວະຂາຍຫວຍຂູດ ຢູ່ເຮືອນເຊົ່າຫຼັງໜຶ່ງຢູ່ບ້ານຂຸນຕາທົ່ງ ເມືອງສີໂຄດຕະບອງ ສາມາດຈັບຕົວເປົ້າໝາຍໄດ້ 19 ຄົນ ຍິງ 3 ຄົນ, ໃນນັ້ນມີ ສັນຊາດຫວຽດນາມ 17 ຄົນ ຍິງ 3 ຄົນ, ຈີນ 2 ຄົນ; ພ້ອມຍຶດເຄື່ອງຂອງກາງ ຄອມພິວເຕີຕັ້ງໂຕະ ຈໍານວນ 20 ຊຸດ, ໂຕະຕັ່ງຄອມພິມເຕີ 21 ໜ່ວຍ, ຕັ່ງນັ່ງ ຈໍານວນ 10 ໜ່ວຍ.

ເຈົ້າໜ້າທີ່ ຈັບແກ້ງສໍ້ໂກງຊັບທາງອອນລາຍຂາຍຫວຍຂູດ ແລະ ຂາຍສິນຄ້າ 19 ຄົນ

+ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ໄດ້ນໍາຕົວພວກກ່ຽວມາສືບສວນ-ສອບສວນ ໃຫ້ຮູ້ວ່า: ໃນຕົ້ນເດືອນເມສາ 2026 ທ້າວ ອູໝິງຊີງ (ຄົນຈີນ) ໄດ້ມາເປັນຫົວໜ້າຄຸມກຸ່ມຄົນຫວຽດນາມ ຈໍານວນ 17 ຄົນ ຍິງ 3 ຄົນ ແລະ ຄົນຈີນ 1 ຄົນ ເຮັດວຽກຕອບແຊັດເພື່ອສໍ້ໂກງຊັບທາງອອນລາຍ ທີ່ເຮືອນເຊົ້າເຂດບ້ານຂຸນຕາທົ່ງ ເມືອງ ສີໂຄດຕະບອງ ໂດຍພວກກ່ຽວໄດ້ຮັບຄ່າຈ້າງ ຜູ້ລະ 400 ໂດລາ ຫາ 800 ໂດລາ ຕໍ່ເດືອນ; ໃນການສໍ້ໂກງນັ້ນ ແມ່ນໂຄສະນາຊວນເຊື່ອ ດ້ວຍການໄລ້ສົດຜ່ານເຟສບຸກ ເພື່ອຫຼອກລວງເຫຍື່ອໃຫ້ກົດເຂົ້າມາຊື້ໃບຫວຍຂູດ ຖ້າຖືກລາງວັນໜ້ອຍ ຈະໂອນເງິນລາງວັນໃຫ້, ຖ້າລູກຄ້າຊື່ເປັນເງິນຈໍານວນຫຼາຍແລ້ວຖືກລາງວັນໃຫຍ່ເປັນເງິນຈຳນວນຫຼາຍ, ຜູ້ທີ່ຮັບຜິດຊອບໄລ້ສົດຈະບອກລູກໂອນເງິນມາເສຍຄ່ານຽມກ່ອນປະມານ 30.000.000 ດົງ ຫາ 40.000.000 ດົງ ( ສະກຸນເງິນຫວຽດນາມ), ພາຍຫຼັງລູກຄ້າໂອນເງິນຈໍານວນດັ່ງກ່າວມາໃຫ້ແລ້ວພວກກ່ຽວກໍຈະບຼ໋ອກເຟສບຸກຜູ້ເສຍຫາຍ ສ່ວນຄ່າທໍານຽມກໍບໍ່ສົ່ງຄືນ.

ເຈົ້າໜ້າທີ່ ຈັບແກ້ງສໍ້ໂກງຊັບທາງອອນລາຍຂາຍຫວຍຂູດ ແລະ ຂາຍສິນຄ້າ 19 ຄົນ · ຮູບທີ 2

+ອີກໜຶ່ງວິທີທີ່ພວກກ່ຽວໃຊ້ຫຼອກລວງແມ່ນ ພວກກ່ຽວຕັ້ງເຟສບຸກ ໂດຍໂພສ໌ໂຄສະນາຂາຍສິນຄ້າທົ່ວໄປ ໃນລາຄາຖືກກວ່າລາຄາຕາມທ້ອງຕະຫຼາດ, ພາຍຫຼັງລູກຄ້າສັ່ງຊື້ ຈຶ່ງໄດ້ສົງຄິວອາໂຄດຂອງທະນາຄານຫວຽດນາມ ເພື່ອໃຫ້ລູກຄ້າໂອນເງິນໃຫ້ກ່ອນ ແລ້ວຈະແຈ້ງບິນຝາກເຄື່ອງໃຫ້ຕາມພາຍຫຼັງ, ເມືອພວກກ່ຽວໄດ້ຮັບເງິນຈາກລູກຄ້าແລ້ວ ກໍໄດ້ປິດກັ້ນການຕິດຕໍ່ທຸກຊ່ອງທາງ.

ADadvertisement
ADadvertisement
ADadvertisement

+ຕໍ່ກັບເປົ້າໝາຍຈໍານວນດັ່ງກ່າວ ເຈົ້າໜ້າທີ ປກສ ເມືອງ ສີໂຄດຕະບອງໄດ້ກັກຕົວ ພ້ອມຢຶດວັດຖຸເຄື່ອງຂອງກາງ ເພື່ອສືບສວນ-ສອບສວນ ຂະຫຍາຍຜົນຫາກຸ່ມແກ້ງພັກພວກດ່ັງກ່າວ ແລະ ດໍາເນີນຄະດີຕາມກົດໝາຍ.

ຂ່າວ: ບ່າວດອນຂຽວ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 63 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່