ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 10

ໂດຍ Pele
· 6 ເດືອນ ກ່ອນອ່ານ 2 ນາທີ37 ຄັ້ງ
ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 10
ADadvertisement
ADadvertisement
ADadvertisement

ໃນລະຫວ່າງວັນທີ 10-12 ມິຖຸນາ 2026 ນີ້, ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະ ມົນຕີກະຊວງການເງິນ ແຫ່ງ ສປປ ລາວ,ໃນຖານະທີ່ ສປປ ລາວ ເປັນປະເທດຄູ່ຮ່ວມງານພິເສດ ໄດ້ໃຫ້ ກຽດເຂົ້າຮ່ວມ ແລະກ່າວປາໄສໃນພິທີເປີດງານວາງສະແດງສິນຄ້າຈີນ-ອາ ຊີໃຕ້ ຄັ້ງທີ 10 ແລະ ງານວາງ ສະແດງ ການນໍາເຂົ້າ-ສົ່ງ ອອກສິນຄ້າຈີນ (ຄຸນໝິງ) ຄັ້ງທີ 30 ທີ່ນະຄອນຄຸນໝິງ ແຂວງຢຸນນານ ສປ ຈີນ ພາຍໃຕ້ ຫົວຂໍ້: “ຄວາມສາມັກຄີ ແລະ ການປະສານສົມທົບກັນ ເພື່ອການພັດທະນາຮ່ວມ ກັນ”.

ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 10

ໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຍົກໃຫ້ເຫັນເຖິງຄວາມສໍາຄັນ ຂອງງານວາງສະແດງສາກົນດັ່ງກ່າວ ເພື່ອສົ່ງເສີມການຄ້າ,ການລົງທຶນ, ການທ່ອງທ່ຽວ ແລະ ການໄປມາຫາສູ່ກັນ ຂອງປະຊາຊົນ ລະຫວ່າງ ສປ ຈີນ ແລະ ບັນດາປະເທດ ໃນພາກພື້ນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ ລວມທັງ ສປປ ລາວ, ແນໃສ່ຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ທັງເປັນເວທີໜຶ່ງທີ່ສໍາຄັນໃນການສົ່ງ ເສີມການຮ່ວມມື ລະຫວ່າງພາກລັດ ແລະ ພາກເອກະຊົນ, ລວມທັງຍັງເປັນການເປີດໂອກາດໃຫ້ແກ່ພາກທຸລະກິດ ແລະ ຜູ້ປະກອບການທີ່ມາຈາກບັນດາປະເທດຕ່າງໆ ໄດ້ຈັບຄູ່ທາງທຸລະກິດ ແລະ ຮັດແໜ້ນການຮ່ວມມືໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 10 · ຮູບທີ 2

ຄຽງຄູ່ກັນນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ເປີດຫ້ອງວາງສະແດງແຫ່ງຊາດ ຂອງ ສປປ ລາວ (Lao Pavilion) ຢ່າງເປັນທາງການຮ່ວມກັບບັນດາການນໍາຂັ້ນສູງຂອງແຂວງຢຸນນານ, ພ້ອມທັງໄປຢ້ຽມຊົມບັນດາຫ້ອງວາງສະແດງຕ່າງໆຂອງ ສປປ ລາວ ຊຶ່ງມີຫົວໜ່ວຍທຸລະກິດ ຈາກ ສປປ ລາວ ເຂົ້າຮ່ວມຢ່າງຫຼວງຫຼາຍ ແລະ ມີບູດວາງສະແດງຫຼາຍກວ່າ 50 ກວ່າຫ້ອງ ເພື່ອເຜີຍແຜ່ໂຄສະນາຜະລິດຕະພັນ, ສິນຄ້າ ແລະ ການບໍລິການໃນຂົງເຂດການເງິນ-ທະນາຄານ ແລະ ໂລຈິສຕິກ ຂອງ ສປປ ລາວ. ນອກນັ້ນ, ກໍຍັງໄດ້ຢ້ຽມຊົມ ບັນດາບູດວາງສະແດງຂອງ ສປ ຈີນ ແລະ ບັນດາປະເທດທີ່ເຂົ້າຮ່ວມໃນງານວາງສະແດງດັ່ງກ່າວ.

ADadvertisement
ADadvertisement
ADadvertisement
ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 10 · ຮູບທີ 3

ໃນໂອກາດເຂົ້າຮ່ວມງານວາງສະແດງຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ພົບປະສອງຝ່າຍກັບສະຫາຍ ເຫີ ເວີຍ ຮອງປະທານຄະນະປະຈໍາສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ແລະ ພົບປະສອງຝ່າຍກັບສະຫາຍ ຫວັງ ຢຸ້ຍ ໂປ່ ຮອງເລຂາພັກແຂວງຢຸນນານ, ເຈົ້າແຂວງຢຸນນານຊຶ່ງສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ມີມາຍາວນານ ແລະ ການຮ່ວມມືສອງຝ່າຍລາວ-ຈີນ ໃນຂົງເຂດຕ່າງໆໃນໄລຍະຜ່ານມາກໍຄືປັດຈຸບັນໂດຍສະເພາະ ໃນ 2026 ນີ້ ແມ່ນປີຄົບຮອບ 65 ປີ ແຫ່ງ ສາຍພົວພັນການທູດລາວ-ຈີນ ແລະ ເປັນປີມິດຕະພາບລາວ-ຈີນ ແລະ ໄດ້ຊົມເຊີຍຕໍ່ຜົນສໍາເລັດຂອງການເປັນປະເທດເພື່ອນມິດຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ, ການເປັນຄູ່ຮ່ວມຊາຕາກຳ ລາວ- ຈີນ, ຈີນ-ລາວ ແລະ ການແລກປ່ຽນພົບປະຂອງການນໍາຂັ້ນສູງຂອງສອງປະເທດຕະຫລອດໄລຍະຜ່ານມາ.

ນອກຈາກນີ້, ຄະນະຜູ້ແທນ ສປປ ລາວ ຍັງໄດ້ໄປຢ້ຽມ ຢາມສະຖານທີ່ສຳຄັນຕ່າງໆ ເປັນຕົ້ນ ມະຫາວິທະຍາໄລເສດຖະກິດ ແລະ ການເງິນຢຸນນານ,ບັນດາບໍລິສັດທີກຳລັງລົງທຶນ ແລະ ກຳລັງສຶກສາຄວາມເປັນໄປໄດ້ໃນການລົງທຶນ ຢູ່ ສປປ ລາວ ແລະ ສະຖານທີ່ທ່ອງທ່ຽວທາງວັດທະນະທໍາຂອງ ແຂວງຢຸນນານ ອີກດ້ວຍ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່