ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ມ້າງແກ້ງສະແກມເມີ 2 ຈຸດຢູ່ບ້ານໂນນແກ້ວ ຈັບຕົວໄດ້ 80 ກວ່າຄົນ

ໂດຍ Pele
· 6 ເດືອນ ກ່ອນອ່ານ 2 ນາທີ50 ຄັ້ງ
ມ້າງແກ້ງສະແກມເມີ 2 ຈຸດຢູ່ບ້ານໂນນແກ້ວ ຈັບຕົວໄດ້ 80 ກວ່າຄົນ
ADadvertisement
ADadvertisement
ADadvertisement

ວັນທີ 12 ມິຖຸນາ 2026, ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຂົ້າມ້າງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ ການສື່ສານ ຫຼື ແກ້ງສະແກມເມີ ຢູ່ເຮືອນໃຫ້ເຊົ່າ 2 ຈຸດຢູ່ບ້ານໂນນແກ້ວ ເມືອງສີໂຄດຕະບອງ ສາມາດຈັບກຸ່ມແກ້ງ ໄດ້ທັງໝົດ 82 ຄົນ ແລະ ເຄື່ອງຂອງກາງທີ່ນຳໃຊ້ເຂົ້າໃນການກະທຳຜິດຈຳນວນຫຼາຍລາຍການ.

ມ້າງແກ້ງສະແກມເມີ 2 ຈຸດຢູ່ບ້ານໂນນແກ້ວ ຈັບຕົວໄດ້ 80 ກວ່າຄົນ

ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ລາຍງານວ່າ: ວັນທີ 12 ມິຖຸນາ 2026 ເວລາ 13:20 ໂມງ ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ໄດ້ສົມທົບກັບອຳນາດການປົກຄອງບ້ານໂນນແກ້ວ ເຂົ້າເເກ້ໄຂເປົ້າໝາຍແກ້ງສະແກມເມີ ຢູ່ເຮືອນໃຫ້ເຊົ່າເປັນເຮືອນວິນລ່າຊັ້ນດຽວຂອງ ທ້າວ ໄຊສົມພອນ (ເຈົ້າຂອງເຮືອນ) ຕັ້ງຢູ່ບ້ານ ໂນນແກ້ວ, ສາມາດຈັບຕົວເປົ້າໝາຍໄດ້ 6 ຄົນ ໃນນີ້ ມີສັນຊາດຈີນ 3 ຄົນ ແລະ ສັນຊາດລາວ 3 ຄົນ ພ້ອມຂອງກາງມີ: ຄອມພິວເຕີຕັ້ງໂຕະ ຈໍານວນ 12 ຊຸດ, ໂທລະສັບມືຖື 12 ໜ່ວຍ, ຢາບ້າຈໍານວນ 154 ເມັດ (ໜື່ງຮ້ອຍຫ້າສິບສີ່ເມັດ), ເມັດສີຂາວ (ສົງໄສສານເສບຕິດ) ຈໍານວນ 1 ຖົງນ້ອຍ.

ມ້າງແກ້ງສະແກມເມີ 2 ຈຸດຢູ່ບ້ານໂນນແກ້ວ ຈັບຕົວໄດ້ 80 ກວ່າຄົນ · ຮູບທີ 2

ໃນເວລາ 17:00 ໂມງ ຂອງມື້ດຽວກັນ, ເຈົ້າໜ້າທີ່ ປກສ ເມືອງ ສີໂຄດຕະບອງ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ເຂົ້າແກ້ໄຂເປົ້າໝາຍແກ້ງສະແກມເມີ ຢູ່ທີ່ເຮືອນໃຫ້ເຊົ່າ ເປັນເຮືອນວິລ່າ 3 ຊັ້ນ ຂອງ ທ້າວ ທະວີສັກ ບູລົມ ຕັ້ງຢູ່ບ້ານໂນນແກ້ວ ເປັນຈຸດທີ 2 ສາມາດຈັບຕົວເປົ້າໝາຍໄດ້ທັງໝົດ 76 ຄົນ ຍິງ 3 ຄົນ, ໃນນັ້ນ ສັນຊາດຈີນ ຈໍານວນ 75 ຄົນ ຍິງ 2 ຄົນ, ລາວ 1 ຄົນ ຍິງ 1 ຄົນ ແລະ ຢຶດເຄື່ອງຂອງກາງ ປະກອບມີ: ໂທລະສັບມືຖື 131 ໜ່ວຍ, ຄອມພິວເຕີໂນດບຸກ 52 ໜ່ວຍ.

ADadvertisement
ADadvertisement
ADadvertisement
ມ້າງແກ້ງສະແກມເມີ 2 ຈຸດຢູ່ບ້ານໂນນແກ້ວ ຈັບຕົວໄດ້ 80 ກວ່າຄົນ · ຮູບທີ 3

ພວກກ່ຽວຮັບສາລະພາບໃນເບື້ອງຕົ້ນຕໍ່ເຈົ້າໜ້າທີ່ວ່າ: ວິທີການເຮັດວຽກຂອງພວກກ່ຽວແມ່ນໄດ້ແບ່ງໜ້າທີ່ ອອກເປັນ 3 ກຸ່ມຄື: ກຸ່ມຊອກຮູບພາບ, ກຸ່ມຕອບແຊັດ ແລະ ກຸ່ມສ້າງໂປຣຟາຍ, ວິທີການໃນເບື້ອງຕົ້ນກຸ່ມຊອກຮູບພາບແມ່ນຈະເປັນຮູບພາບຜູ້ຊາຍ ອາຍຸປະມານ 35 ປີ ຫາ 40 ປີ, ແລ້ວມາສ້າງເປັນໂປຣຟາຍໃນສື່ສັງຄົມອອນລາຍ, ແລ້ວໄດ້ແອັດຫາຍິງສາວອາຍຸປະມານ 35 ປີ ໂດຍເນັ້ນໃສ່ຄົນຈີນ ເພື່ອຊອກຫາເຫຍື່ອ ດ້ວຍຮູບການຕີສະໜິດສ້າງຄວາມລຶ້ງເຄີຍ ແລະ ສ້າງຄວາມເຊື່ອໝັ້ນ; ຫຼັງຈາກນັ້ນກໍໄດ້ຕົວະຍົວະໃຫ້ຍິງສາວທີ່ຕົກເປັນເຫຍື່ອນັ້ນຊື້ເງິນໂດລາຢູເອັສດີທີ (USDT) ນໍາພວກກ່ຽວ, ພາຍຫຼັງຊື້ແລ້ວກໍໂອນເງິນມາໃຫ້ກຸ່ມແກ້ງດັ່ງກ່າວ ຕໍ່າສຸດ 100 ໂດລາ, ສູງສຸດ 10.000 ໂດລາ, ເມື່ອເຫຍື່ອໂອນເງິນໃຫ້ສໍາເລັດແລ້ວ, ກຸ່ມແກ້ງດັ່ງກ່າວ ກໍບຼ໋ອກການຕິດຕໍ່ທຸກຊ່ອງທາງ.

ມ້າງແກ້ງສະແກມເມີ 2 ຈຸດຢູ່ບ້ານໂນນແກ້ວ ຈັບຕົວໄດ້ 80 ກວ່າຄົນ · ຮູບທີ 4

ອິກໜຶ່ງວິທີ ແມ່ນຕັ້ງເຟສບຸກ ແລ້ວຂໍເປັນເພື່ອນນຳຄົນທົ່ວໄປ ເພື່ອຊອກຫາເຫຍື່ອ, ພາຍຫຼັງເຫຍື່ອຮັບແອັດເປັນເພື່ອນແລ້ວ ກໍແຊັດລົມກັນແບບຊູ້ສາວ ແລ້ວຂໍເອົາຄິວອາໂຄດຂອງ ລາຍ ຫຼື ວັອດແອັບໄວ້ ເພື່ອເຂົ້າເບິ່ງເບີໂທລະສັບເຈົ້າຂອງເຟສບຸກດັ່ງກ່າວ, ພາຍຫຼັງຮູ້ເບີໂທລະສັບແລ້ວ ຈື່ງແຊັດໄປຫາບັນດາເຫຍື່ອທາງວັອດແອັບ ຫຼື ທາງລາຍ ເພື່ອສົ່ງຄິວອາໂຄດເຂົ້າໄປແອັບເຟຈິ (ແອັບຈີນ) ແລະ ຫຼອກເອົາຊັບສິນຂອງເຫຍື່ອ.

ມ້າງແກ້ງສະແກມເມີ 2 ຈຸດຢູ່ບ້ານໂນນແກ້ວ ຈັບຕົວໄດ້ 80 ກວ່າຄົນ · ຮູບທີ 5

ຂໍຮຽກຮ້ອງມາເຖິງພໍ່ແມ່ປະຊາຊົນ ຈົ່ງມີສະຕິລະວັງຕົວ ຢ່າຫຼົງເຊື່ອຄົນແປກໜ້າທີ່ແຊັດມາຫາທາງອອນລາຍ ຫຼື ຖ້າພົບເຫັນ ກຸ່ມຄົນ ຫຼື ບຸກຄົນ ຫຼື ສະຖານທີ່ບ່ອນພັກເຊົາທີ່ໜ້າສົງໃສໃຫ້ແຈ້ງເຈົ້າໜ້າທີ່ໂດຍດ່ວນ.

ມ້າງແກ້ງສະແກມເມີ 2 ຈຸດຢູ່ບ້ານໂນນແກ້ວ ຈັບຕົວໄດ້ 80 ກວ່າຄົນ · ຮູບທີ 6

ພາບ-ຂ່າວ: ແກ້ວ ອຸເພັດ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 50 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່