ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ມອບ-ຮັບ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ

ໂດຍ Pele
· 6 ເດືອນ ກ່ອນອ່ານ 1 ນາທີ47 ຄັ້ງ
ມອບ-ຮັບ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ
ADadvertisement
ADadvertisement
ADadvertisement

ໂດຍອີງຕາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ຣາຊະອານາຈັກໄທ ວ່າດ້ວຍການຮ່ວມມືຕ້ານການຄ້າມະນຸດ (POA).

ມອບ-ຮັບ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ

ໃນອາທິດຜ່ານມາ ທີ່ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ ໄດ້ຈັດພິທີມອບ-ຮັບ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ທີ່ສົ່ງກັບຢ່າງເປັນທາງການ ຈາກຣາຊະອານາຈັກໄທ ຈໍານວນ 5 ຄົນ (ເປັນຍິງທັງຫມົດ) ຊຶ່ງພວກກ່ຽວຢູ່ພາຍໃຕ້ການຄຸ້ມຄອງ ຂອງສະຖານຄຸ້ມຄອງສະຫວັດດີພາບຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ບ້ານ ນາລີສະຫວັດ ແຂວງ ນະຄອນສິທໍາມະລາດ ເພື່ອນໍາມາມອບໃຫ້ກອງເລຂາຄະນະກໍາມະການຕ້ານການຄ້າ ມະນຸດລະດັບຊາດ, ກະຊວງປ້ອງກັນຄວາມສະຫງົບ ແລະ ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ, ສູນກາງສະຫະພັນແມ່ຍິງລາວ.

ມອບ-ຮັບ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ · ຮູບທີ 2

ສໍາລັບການມອບ-ຮັບຜູ້ຖືກເຄາະຮ້າຍ ຈຳນວນ 5 ຄົນໃນຄັ້ງນີ້ ແມ່ນມອບໂດຍທ່ານ ນາງ ພັດທະຣິຍາ ຈິຣາພອນ ຕາງຫນ້າຈາກ ກອງຕໍ່ຕ້ານການຄ້າມະນຸດ, ກະຊວງການພັດທະນາສັງຄົມ ແລະ ຄວາມຫມັ້ນຄົງຂອງມະນຸດ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ແລະ ຮັບໂດຍ ທ່ານ ນາງ ແກ້ວອຸດອນ ທິບວັນທອງ ຫົວໜ້າພະແນກປົກປ້ອງ, ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ, ສູນກາງສະພັນແມ່ຍິງລາວ ຕາງຫນ້າກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ພ້ອມດ້ວຍຄະນະ; ຫຼັງຈາກມອບ-ຮັບແລ້ວ ຈຶ່ງໄດ້ນຳພາຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ເຂົ້າພັກເຊົາຢູ່ທີ່ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ – ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ ເພື່ອໃຫ້ການຊ່ວຍເຫຼືອທາງດ້ານຕ່າງໆ ແລະ ສົ່ງກັບຄືນສູ່ຄອບຄົວ ແລະ ສັງຄົມ.

ADadvertisement
ADadvertisement
ADadvertisement
ມອບ-ຮັບ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ · ຮູບທີ 3

ຂ່າວ: ນັນທະວຸດ ພັນທະວົງ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່