
ພາຍຸໝາກເຫັບຖະຫລົ່ມ ເມືອງຈາງເຈັຍໂຂ່ວ ປະເທດຈີນ ໄດ້ຮັບຄວາມເສຍຫາຍໜັກ
J
ໂດຍ Jenjila
· 5 ເດືອນ ກ່ອນອ່ານ 1 ນາທີ53 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຍິງ
0:00 / 0:50


ວັນທີ 16 ມິຖຸນາ 2026 ເວລາປະມານ 16:00 ໂມງ ເກີດມີພາຍຸໝາກເຫັບຕົກໜັກ ຢູ່ເຂດຊວນຮວາ (Xuanhua), ເມືອງຈາງເຈັຍໂຂ່ວ (Zhangjiakou), ແຂວງເຫີເປີ່ຍ (Hebei).

ໝາກເຫັບດັ່ງກ່າວມີຂະໜາດໃຫຍ່ທໍ່ໄຂ່ນົກກະທາ ບາງກ້ອນແມ່ນໃຫຍ່ກວ່ານັ້ນ, ໄດ້ຕົກລົງມາພ້ອມກັບຝົນທ່າມກາງສຽງກະທົບດັງສະໜັ່ນ, ເຊິ່ງສົ່ງຜົນໃຫ້ລົດຈຳນວນຫລາຍໄດ້ຮັບຄວາມເສຍຫາຍ ແວ່ນໜ້າລົດແຕກມຸ່ນຫລາຍຄັນ.

ໃນຂະນະດຽວກັນ, ທາງການລະບຸວ່າ ເຫດການນີ້ແມ່ນຜົນກະທົບມາຈາກກຸ່ມເມກຝົນຟ້າຄະນອງຢ່າງຮຸນແຮງ ທີ່ປົກຄຸມພື້ນທີ່ດັ່ງກ່າວ.

ຂໍ້ມູນ-ພາບ: World Forum
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານແລ້ວ 53 ຄັ້ງແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/11461
‹ ກັບໄປໝວດຂ່າວຕ່າງປະເທດ
ອ່ານຕໍ່













