ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສປປ ລາວ ແລະ ສປ ຈີນ ຮ່ວມມືສົ່ງເສີມພະລັງງານສີຂຽວ.

ໂດຍ kalingອັບເດດ
· 5 ເດືອນ ກ່ອນອ່ານ 2 ນາທີ59 ຄັ້ງ
ສປປ ລາວ ແລະ ສປ ຈີນ ຮ່ວມມືສົ່ງເສີມພະລັງງານສີຂຽວ.
ADadvertisement
ADadvertisement
ADadvertisement

ໃນວັນທີ 12-14 ມິຖຸນາ 2026 ຜ່ານມາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເຂົ້າຮ່ວມງານ The 10Th China-South Asia Expo & The 30 China Kunming Import and Export Fair, ທີ່ ນະຄອນຄຸນມິງ ສປ ຈີນ ແລະ ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດວິສາຫະກິດ ໄຟຟ້າລາວ ແລະ ບໍລິສັດ China Southern Power Gird LangCang-Mekong International Co., Ltd ກ່ຽວກັບ ການຮ່ວມມືສຶກສາຄວາມເປັນໄປໄດ້ໃນການອອກໃບຢັ້ງຢືນພະລັງງານສີຂຽວ (Green Energy Certificate : GEC) ໃນ ສປປ ລາວ ເພື່ອນໍາໃຊ້ສໍາລັບການແລກ ປ່ຽນຊື້-ຂາຍພະລັງງານໄຟຟ້າ ກັບ ສປ ຈີນ ຮ່ວມລົງນາມຕາງໜ້າຝ່າຍ ສປປ ລາວ ໂດຍ ທ່ານ ບຸນທັນ ພັນໂດລັກ ຮອງຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ (EDL) ແລະ ຝ່າຍ ສປ ຈີນ ທ່ານ Xiaolong Ning ຫົວໜ້າຝ່າຍການເງິນ ບໍລິສັດ China Southern Power Gird LangCang-Mekong International Co., Ltd (CSG-LMI) ເປັນກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ລິວຢົງ ຮອງເຈົ້າແຂວງ ແຂວງຢຸນນານ, ທ່ານ ເສິນເຈຍ ຫົວໜ້າກົມພະລັງງານ ແຂວງຢຸນນານ, ທ່ານ ຖຽນຫົງເຫວີຍ ຮອງຫົວໜ້າກົມພະລັງງານ ແຂວງຢຸນນານ ແລະ ທ່ານ ບົວລອນ ໄຊຊະນະວົງ ຮອງຫົວໜ້າກົມນະໂຍບາຍ ແຜນພັດທະນາ ແລະ ປະເມີນຜົນ, ກະຊວງອຸດສາຫະກໍາ ແລະ ການຄ້າ.

ໃນປັດຈຸບັນ ທິດທາງພະລັງງານໂລກໄດ້ຫັນປ່ຽນຈາກການສຸມໃສ່ ມູນຄ່າຂອງປະລິມານໄຟຟ້າ ໄປສູ່ມູນຄ່າດ້ານສິ່ງແວດລ້ອມ (ການຢັ້ງຢືນແຫຼ່ງທີ່ມາຂອງການຊົມໃຊ້ພະລັງງານສະອາດ). ໃນຂະນະທີ່ລະບຽບການຫຼຸດຜ່ອນການປ່ອຍອາຍພິດກາກບອນໃນທົ່ວໂລກມີຄວາມເຂັ້ມງວດຂຶ້ນ, ການສະໜອງຂໍ້ມູນຫຼັກຖານຢັ້ງຢືນການນຳໃຊ້ພະລັງງານສີຂຽວທີ່ສາມາດກວດສອບໄດ້ ຈຶ່ງກາຍເປັນເງື່ອນໄຂທີ່ຈຳເປັນ ແລະ ສຳຄັນ ສຳລັບ ການຊື້-ຂາຍພະລັງງານໄຟຟ້າ, ດັ່ງນັ້ນ ສປປ ລາວ ເປັນປະເທດໜຶ່ງມີທ່າແຮງບົ່ມຊ້ອນສູງໃນການຜະລິດພະລັງງານສະອາດເປັນຕົ້ນ: ພະລັງງານນໍ້າ, ພະລັງງານແສງຕາເວັນ ແລະ ພະລັງງານລົມ (Hydropower, Solar, Wind) ແຕ່ຍັງຂາດກົນໄກການຫັນມູນຄ່າສິ່ງແວດລ້ອມເຫຼົ່ານີ້ໃຫ້ກາຍເປັນລາຍຮັບ.
ຂ່າວຈາກ: EDL LAOS

ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 59 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່