ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກວາດລ້າງກຸ່ມແກ້ງສະແກມເມີ ຢູ່ເມືອງທຸລະຄົມ

ໂດຍ Pele
· 5 ເດືອນ ກ່ອນອ່ານ 1 ນາທີ41 ຄັ້ງ
ກວາດລ້າງກຸ່ມແກ້ງສະແກມເມີ ຢູ່ເມືອງທຸລະຄົມ
ADadvertisement
ADadvertisement
ADadvertisement

ໃນວັນທີ 15 ມິຖຸນາ 2026, ເຈົ້າໜ້າທີ່ວິຊາສະເພາະ ກອງບັນຊາການ ປກສ ແຂວງວຽງຈັນ ສົມທົບກັບເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງທຸລະຄົມ ເຂົ້້າກວດກາເປົ້າໝາຍຄົນຕ່າງປະເທດ ທີ່ເຂົ້າມາເຊົ່າຫ້ອງແຖວຂອງປະຊາຊົນ ເພື່ອເປັນບ່ອນເຄື່ອນໄຫວກໍ່ອາຊະຍາກຳທາງໂທລະຄົມ ແລະ ການສື່ສານ ( ສະແກມເມີ ) ຢູ່ເຂດບ້ານໂພນງາມນາຝ້າຍ ເມືອງທຸລະຄົມ ແຂວງວຽງຈັນ ພົບເຫັນເປົ້າໝາຍກຸ້ມແກ້ງສະແກມເມີ ທັງຄົນຕ່າງປະເທດ ແລະ ຄົນລາວ ທັງໝົດ ຈຳນວນ 40 ຄົນ, ຍິງ 6 ຄົນ, ໃນນີ້ມີ 4 ສັນຊາດ ຄື: ສັນຊາດຈີນ 33 ຄົນ, ກຳປູເຈຍ 4 ຄົນ ຍິງ 4 ຄົນ, ມາເລເຊຍ ຈຳນວນ 1 ຄົນ, ສັນຊາດລາວ ຈຳນວນ 2 ຄົນ, ຍິງ 2 ຄົນ.

ກວາດລ້າງກຸ່ມແກ້ງສະແກມເມີ ຢູ່ເມືອງທຸລະຄົມ

ພ້ອມນັ້ນຍັງກວດພົບເຄື່ອງມືອີເລັກໂຕນິກ ແລະ ເຄືອງມືອື່ນໆ ມີໂທລະສັບຈຳນວນ 2.196 ໜ່ວຍ, ຄວາມພິວເຕີຕັ້ງໂຕະ 109 ໜ່ວຍ ທີ່ນຳໃຊ້ເຂົ້າໃນການເຄືອນໄຫວກະທຳຜິດ.

ກວາດລ້າງກຸ່ມແກ້ງສະແກມເມີ ຢູ່ເມືອງທຸລະຄົມ · ຮູບທີ 2

ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງວຽງຈັນ ຈຶ່ງໄດ້ກັກຕົວພວກກ່ຽວ ພ້ອມເຄື່ອງຂອງກາງໄປດຳເນີນການສອບສວນ ຕາມກົດໝາຍ ແລະ ມອບໃຫ້ກົມຕຳຫຼວດຄຸ້ມຄອງຄົນຕ່າງປະເທດ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ເພື່ອສືບຕໍ່ດໍາເນີນຄະດີຕໍ່ພວກກ່ຽວ ຕາມລະບຽບກົດໝາຍໃນຂັ້ນຕໍ່ໄດ້.

ADadvertisement
ADadvertisement
ADadvertisement
ກວາດລ້າງກຸ່ມແກ້ງສະແກມເມີ ຢູ່ເມືອງທຸລະຄົມ · ຮູບທີ 3

ຂ່າວ: ປກສ ແຂວງວຽງຈັນ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່