ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ ກວດຄົ້ນບໍລິສັດພອນປະເສີດ ຣີສອດຈໍາກັດ ພົບອຸປະກອນຫລິ້ນພະນັນຜິດກົດໝາຍຫລາຍປະເພດ ແລະ ກັກຕົວນັກພະນັນ 161 ຄົນ

ໂດຍ Pele
· 5 ເດືອນ ກ່ອນອ່ານ 1 ນາທີ54 ຄັ້ງ
ເຈົ້າໜ້າທີ່ ກວດຄົ້ນບໍລິສັດພອນປະເສີດ ຣີສອດຈໍາກັດ ພົບອຸປະກອນຫລິ້ນພະນັນຜິດກົດໝາຍຫລາຍປະເພດ ແລະ ກັກຕົວນັກພະນັນ 161 ຄົນ
ADadvertisement
ADadvertisement
ADadvertisement

ໂຄສະນາອົບຮົມ ເມືອງເຊໂປນ ແຂວງສະຫວັນນະເຂດ ລາຍງານວ່າ: ວັນທີ 19 ມິຖຸນາ 2026 ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງເຊໂປນ ໄດ້ລົງສົມທົບຂອງເຈົ້າໜ້າທີ່ ປກສ ແຂວງສະຫວັນນະເຂດ, ເຈົ້າໜ້າທີ່ທະຫານແຂວງ, ທະຫານຊາຍແດນ 320, ປກສ ກຸ່ມບ້ານແດນສະຫວັນ ແລະ ອໍານາດການປົກຄອງບ້ານຫ້ວຍສານເຂົ້າຮ່ວມກວດຄົ້ນສະຖານທີ່ບໍລິສັດພອນປະເສີດ ຣີສອດຈໍາກັດ ຕັ້ງຢູ່ບ້ານຫ້ວຍສານ ເມືອງເຊໂປນ ແຂວງສະຫວັນນະເຂດ.

ເຈົ້າໜ້າທີ່ ກວດຄົ້ນບໍລິສັດພອນປະເສີດ ຣີສອດຈໍາກັດ ພົບອຸປະກອນຫລິ້ນພະນັນຜິດກົດໝາຍຫລາຍປະເພດ ແລະ ກັກຕົວນັກພະນັນ 161 ຄົນ

ຜ່ານການກວດກາສະຖານທີ່ຕົວຈິງເຫັນວ່າ ສະຖານທີ່ດັ່ງກ່າວແມ່ນມີການຫລິ້ນການພະນັນຕີໄກ່, ຫລິ້ນໄພ້ ແລະ ໝາກກະລ໋ອກ (ການຫລີ້ນການພະນັນທີ່ຕ້ອງຫ້າມ) ແລະ ມີຄົນຈໍານວນຫລວງຫລາຍເປັນຊາວຕ່າງປະເທດ (ຫວຽດນາມ). ດັ່ງນັ້ນ, ຈຶ່ງໄດ້ກັກຕົວພວກກ່ຽວ ແລະ ອາຍັດວັດຖຸເຄື່ອງຂອງກາງເຊິ່ງມີລາຍລະອຽດດັ່ງນີ້:

ເຈົ້າໜ້າທີ່ ກວດຄົ້ນບໍລິສັດພອນປະເສີດ ຣີສອດຈໍາກັດ ພົບອຸປະກອນຫລິ້ນພະນັນຜິດກົດໝາຍຫລາຍປະເພດ ແລະ ກັກຕົວນັກພະນັນ 161 ຄົນ · ຮູບທີ 2

– ກັກຕົວຄົນຊາວຫວຽດນາມໄດ້ທັງໝົດ 161 ຄົນ, ຍິງ 9 ຄົນ,

ADadvertisement
ADadvertisement
ADadvertisement

– ໜັງສືເດີນທາງ (ພາດສະປອດ) 49 ຫົວ,

– ໂທລະສັບມືຖື 69 ໜ່ວຍ,

– ເງິນສະກຸນຫວຽດນາມ 2,133,000,000ດົງ (ສອງຕື້ໜຶ່ງຮ້ອຍສາມສິບສາມລ້ານດົງ),

ເຈົ້າໜ້າທີ່ ກວດຄົ້ນບໍລິສັດພອນປະເສີດ ຣີສອດຈໍາກັດ ພົບອຸປະກອນຫລິ້ນພະນັນຜິດກົດໝາຍຫລາຍປະເພດ ແລະ ກັກຕົວນັກພະນັນ 161 ຄົນ · ຮູບທີ 3

– ຕູ້ເຊັບຂະໜາດ 50X80 ຊັງຕີແມັດ 2 ໜ່ວຍ,

– ຕູ້ເຊັບຂະໜາດ 30X45 ຊັງຕິແມັດ 1 ໜ່ວຍ,

– ໂນ້ດບຸກຍີ່ຫໍ້ເດວສີປອນ, ດໍາ, ຂາວ 5 ໜ່ວຍ,

– ຈັກນັບເງີນສີປອນດໍາ 1 ໜ່ວຍ,

– ຕູ້ບໍລິຈາກເງີນ 1 ໜ່ວຍ,

– ກ່ອງເຊີບເວີ້ກ້ອງວົງຈອນປິດຂະໜາດ 17X17 ຊັງຕິແມັດສີດໍາ 1 ໜ່ວຍ, ກ່ອງເຊີບເວີບກ້ອງວົງຈອນປິດຂະໜາດ 20X25 ຊັງຕິແມັດສີດໍາ 3 ໜ່ວຍ, ແຜນຢາງໄຮໂລຂະໜາດ 40X40 ຊັງຕິແມັດ 7 ແຜ່ນ, ໄພ້ເຈ້ຍ 8 ກັບ.

ເຈົ້າໜ້າທີ່ ກວດຄົ້ນບໍລິສັດພອນປະເສີດ ຣີສອດຈໍາກັດ ພົບອຸປະກອນຫລິ້ນພະນັນຜິດກົດໝາຍຫລາຍປະເພດ ແລະ ກັກຕົວນັກພະນັນ 161 ຄົນ · ຮູບທີ 4

ສໍາລັບເຄື່ອງຂອງກາງທີ່ໄດ້ອາຍັດ ແລະ ຄົນຫວຽດນາມທີ່ກັກຕົວໄດ້ນັ້ນ ທາງເຈົ້າໜ້າທີ່ ປກສ ແຂວງຈະດໍາເນີນຕາມຂັ້ນຕອນຂອງກົດໝາຍ ສ່ວນສະຖານທີ່ແມ່ນໄດ້ສ້າງບົດບັນທຶກມອບຄືນໃຫ້ຜູ້ຕ່າງໜ້າເຈົ້າຂອງບໍລິສັດພອນປະເສີດເປັນຜູ້ປົກປັກຮັກສາ.

ເຈົ້າໜ້າທີ່ ກວດຄົ້ນບໍລິສັດພອນປະເສີດ ຣີສອດຈໍາກັດ ພົບອຸປະກອນຫລິ້ນພະນັນຜິດກົດໝາຍຫລາຍປະເພດ ແລະ ກັກຕົວນັກພະນັນ 161 ຄົນ · ຮູບທີ 5

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 54 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່